ເລີ່ມທີ 1ມັງກອນ 2025 ຈະຕ້ອງແຈ້ງພາສີລ່ວງໜ້າກ່ອນສິນຄ້າເຖິງດ່ານຊາຍແດນ

0
133

ໃນອາທິດຜ່ານມານີ້ ທີ່ຫ້ອງປະຊຸມບໍລິສັດສະຫວັນ ໂລຈິສຕິກ (ດ່ານທ່າບົກ) ພາສີປະຈຳແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເຜີຍແຜ່ ເອກະສານແຈ້ງການເລກທີ 2755/ກງ, ລົງວັນທີ 31/7/ 2024 ກ່ຽວກັບການແຈ້ງພາສີ ໂດຍສັງເຂບລ່ວງໜ້າກ່ອນສິນຄ້າເຖິງດ່ານພາສີຊາຍແດນ ແລະແຈ້ງການແນະນຳເລກທີ 15970/ກພສ, ລົງວັນທີ 18/ 12/2024 ກ່ຽວກັບການຈັດ ຕັ້ງປະຕິບັດການແຈ້ງພາສີ ໂດຍສັງເຂບລ່ວງໜ້າກ່ອນສິນ ຄ້າມາເຖິງດ່ານຊາຍແດນ ໂດຍການເປັນປະທານຂອງທ່ານ ສົມຫວັງ ສົມຈິນດາ ຮອງຫົວ ໜ້າພາສີປະຈຳແຂວງ ເຊິ່ງມີ ຄະນະດ່ານ ແລະເຈົ້າໜ້າທີ່ພາ ສີຈາກດ່ານພາສີສາກົນຂົວ ມິດຕະພາບ 2, ດ່ານທ່າບົກສະ ຫວັນນະເຂດ, ດ່ານພາສີສາກົນ ແດນສະຫວັນ ພ້ອມດ້ວຍຜູ້ປະ ກອບການນຳເຂົ້າ ແລະສົ່ງ ອອກຕະຫຼອດເຖິງຜູ້ບໍລິການ ຂົນສົ່ງສິນຄ້າລະຫວ່າງປະ ເທດ ຫຼືຕົວແທນເຂົ້າຮ່ວມຢ່າງ ພ້ອມພຽງ.

May be an image of 5 people and text
ໂອກາດນີ້, ທ່ານ ສົມຫວັງ ສົມຈິນດາ ກໍ່ໄດ້ຂຶ້ນເຜີຍແຜ່ເນື້ອ ໃນສຳຄັນຂອງເອກະສານແຈ້ງ ການທັງສອງສະບັບດັ່ງກ່າວ ໂດຍໄດ້ຍົກໃຫ້ຮູ້ວ່າ: ຜູ້ບໍລິການ ຂົນສົ່ງສິນຄ້າລະຫວ່າງປະເທດ ຫຼື ຕົວແທນທີ່ໄດ້ຮັບອະນຸຍາດດໍາເນີນກິດຈະການຂົນ ສົ່ງລະຫວ່າງປະເທດຈາກຂະແໜງການກ່ຽວຂ້ອງ ຊຶ່ງລວມ ມີ: ບໍລິສັດຂົນສົ່ງທາງບົກ, ບໍ ລິສັດຂົນສົ່ງທາງລົດໄຟ ແລະບໍ ລິສັດຂົນສົ່ງທາງອາກາດ ເປັນ ຜູ້ຮັບຜິດຊອບແຈ້ງພາສີໂດຍ ສັງເຂບລ່ວງໜ້າກ່ອນສິນຄ້າ ມາເຖິງດ່ານພາສີຊາຍແດນ, ເຊິ່ງເປັນການແຈ້ງຂໍ້ມູນກ່ຽວ ກັບການຂົນສົ່ງ ແລະສິນຄ້າທີ່ ຈະນໍາເຂົ້າ-ສົ່ງອອກຕໍ່ເຈົ້າໜ້າ ທີ່ພາສີຜ່ານລະບົບເອເລັກໂຕຣນິກ; ໂດຍຜູ້ບໍລິການຂົນສົ່ງສິນ ຄ້າລະຫວ່າງປະເທດ ຫຼື ຕົວ ແທນຕ້ອງລົງທະບຽນເປັນຜູ້ ນໍາໃຊ້ລະບົບແຈ້ງພາສີເອເລັກ ໂຕຣນິກ (NSWA+) ນໍາກົມ ພາສີ.

May be an image of 1 person, dais and text

ສໍາລັບຜູ້ບໍລິການຂົນສົ່ງ ສິນຄ້າຢູ່ຕ່າງປະເທດທີ່ມີຈຸດ ປະສົງຂົນສົ່ງສິນຄ້າເຂົ້າ-ອອກ ສປປ ລາວ ຕ້ອງມອບໝາຍ ໃຫ້ຜູ້ບໍລິການຂົນສົ່ງສິນຄ້າ ລະຫວ່າງປະເທດໃດໜຶ່ງຢູ່ ສປປ ລາວ ເປັນຕົວແທນໃນ ແຈ້ງພາສີໂດຍສັງເຂບລ່ວງ ໜ້າ, ຊຶ່ງຜູ້ບໍລິການຂົນສົ່ງສິນ ຄ້າລະຫວ່າງປະເທດ ຫຼື ຕົວ ແທນສາມາດດາວໂຫຼດແບບ ຟອມລົງທະບຽນນໍາໃຊ້ລະບົບ NSWA+ ຜ່ານເວັບໄຊຂອງ ກົມພາສີ www.customs.gov.la

May be an image of 8 people, people studying and textໂດຍການຈັດຕັ້ງປະ ຕິບັດການແຈ້ງພາສີໂດຍສັງ ເຂບລ່ວງໜ້າກ່ອນສິນຄ້າມາ ເຖິງດ່ານຊາຍແດນ ແມ່ນຈະ ໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ ວັນທີ 1 ມັງກອນ 2025 ເປັນ ຕົ້ນໄປ.

LEAVE A REPLY

Please enter your comment!
Please enter your name here