ນາຍົກ ເນັ້ນ ຂະແໜງແຜນການ-ການລົງທຶນ ແລະ ຂະແໜງການເງິນ ຮີບຮ້ອນແກ້ໄຂປັບປຸງ 10 ຂໍ້ຄົງຄ້າງ

0
251

ໃນວັນທີ 27 ທັນວາ 2024 ທີ່ຫໍປະຊຸມແຫ່ງຊາດ ໄດ້ມີການສະຫຼຸບຜົນສຳເລັດກອງກອງປະຊຸມວຽກງານແຜນການ ແລະ ການລົງທຶນ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ແລະ ກອງປະຊຸມວຽກງານການເງິນ ປະຈໍາປີ 2024 ແລະ ທິດທາງ ປະຈຳປີ 2025. ໂດຍການໃຫ້ກຽດເຂົ້າຮ່ວມໂອ້ລົມໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ເພັດ ພົມພີພັກ ລັດຖະມົນຕີ ກະວງແຜນການ ແລະ ການລົງທຶນ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງ ການເງິນ, ພ້ອມມີບັນດາການນຳບັນດາກະຊວງ, ອົງການທຽບເທົ່າ, ບັນດາເຈົ້າແຂວງ-ຮອງເຈົ້າແຂວງ, ພະແນກແຜນການ ແລະ ພະແນກການເງິນ ແລະ ໜ່ວຍງານກ່ຽວຂ້ອງ ທົ່ວປະເທດເຂົ້າຮ່ວມ.


ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໂອ້ລົມບາງຕອນວ່າ: ຜ່ານການຮັບຟັງ ການລາຍງານຫຍໍ້ຂອງທ່ານລັດຖະມົນຕີກະຊວງແຜນການ-ການລົງທຶນ ແລະ ລັດຖະມົນຕີກະຊວງການເງິນ ສາມາດຕີລາຄາໄດ້ວ່າ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2024 ໃນເງື່ອນໄຂສະພາບການຂອງໂລກ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສັບສົນ, ເສດຖະກິດມະຫາພາກພາຍໃນປະເທດຍັງປະເຊີນກັບສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນ ຄວາມບອບບາງທາງດ້ານການເງິນ-ເງິນຕາ, ອັດຕາເງິນເຟີ້ທີ່ຍັງຢູ່ໃນລະດັບສູງ, ລາຄາພະລັງງານ ແລະ ລາຄາຄໍາທີ່ຍັງຜັນຜວນ, ເງິນກີບຍັງອ່ອນຄ່າ, ລາຄາສິນຄ້າທີ່ຍັງຖີບໂຕສູງ ເຊິ່ງມີຜົນກະທົບໜັກໜ່ວງຕໍ່ການພັດທະນາ, ການດໍາເນີນທຸລະກິດ ກໍຄືຊີວິດການເປັນຢູ່ຂອງປະຊາຊົນ.


ເຖິງຢ່າງໃດກໍ່ຕາມ, ຜ່ານການປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ບົນພື້ນຖານຍຶດໝັ້ນ 3 ຫລັກການຄື: ເຂັ້ມງວດ, ເດັດຂາດ ແລະ ໂປ່ງໃສນັ້ນ, ພວກສະຫາຍສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ. ແຕ່ຄຽງຄູ່ກັບຜົນງານດ້ານດີ, ຖ້າສົມທຽບໃສ່ຄວາມຮຽກຮ້ອງຕ້ອງການອັນຈໍາເປັນຂອງການພັດທະນາ ແລະ ຍົກລະດັບຊິວີດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນນັ້ນ ພວກເຮົາຍັງຕ້ອງບຸກບືນຫຼາຍກ່ອນນີ້ ຕ້ອງຫັນວຽກງານເປັນອັນຮີບດ່ວນ ເຊິ່ງຍັງມີບາງຂໍ້ ຄົງຄ້າງຈໍານວນໜຶ່ງຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂດັ່ງນີ້:
1. ການເຊື່ອມຊຶມ ແລະ ການຈັດຕັ້ງປະຕິບັດໜ້າວຽກຕົວຈິງຕາມທິດຊີ້ນໍາຂອງສູນກາງພັກ ກໍຄືລັດ ຖະບານໃນວຽກງານແຜນການແລະ ການລົງທຶນ, ຂະແໜງການເງິນ ບາງດ້ານຍັງບໍ່ມີປະສິດທິຜົນສູງເທົ່າທີ່ຄວນ, ການລົງເລິກຕີໂຈດບັນຫາຍັງບໍ່ທັນເລິກເຊິ່ງ ເນື່ອງຈາກຄວາມບໍຄົບຖ້ວນ ແລະ ການເຂົ້າເຖິງຂໍ້ມູນທີ່ຍັງບໍ່ສະດວກເທົ່າທີ່ຄວນ ເພື່ອນໍາເອົາຂໍ້ມູນຂ່າວສານທີ່ຈໍາເປັນເຫຼົ່ານັ້ນ ມາໃຊ້ໃນວຽກງານການພັດ ທະນາ,ການປັບປຸງລະບອບ, ລະບຽບ-ການຄຸ້ມຄອງ ແລະ ກົນໄກປະສານງານຍັງບໍ່ໂລ່ງລ່ຽນ ທັງຂະ ແໜງການກັນເອງ ແລະ ຂະແໜງການກັບທ້ອງຖິ່ນ ຍັງບໍ່ພ້ອງພຽງກັນຈັດຕັ້ງປະຕິບັດ ຍັງຕ່າງຝ່າຍຕ່າງເຮັດ ສົ່ງຜົນໃຫ້ການປະຕິບັດວຽກງານບໍ່ທັນບັນລຸໄດ້ຕາມຄາດໝາຍທີ່ກໍານົດໄວ້.
2. ບັນຫາຄວາມອ່ອນແອ, ບອບບາງຂອງເສດຖະກິດມະຫາພາກຍັງເປັນສິ່ງທ້າທາຍໃນຂະແໜງຂອງພວກເຮົາ ເປັນຕົ້ນ ສະພາບອັດຕາເງິນເຟີ້ຍັງຍັງຢູ່ໃນລະດັບສູງ, ອັດຕາແລກປ່ຽນຍັງບໍ່ໝັ້ນທ່ຽງ, ບັນຫາໜີ້ສິນທີ່ຂະແໜງແຜນການຄຸ້ມຄອງຍັງຢູ່ໃນລະດັບທີ່ສູງ ຊື່ງສະແດງເຖິງການຄຸ້ມຄອງ-ບໍລິ ຫານຂອງພວກເຮົາຍັງບໍ່ທັນເຂັ້ມແຂງ, ຍັງບໍ່ເປັນເອກະພາບກັນ, ຄວາມສາມາດໃນການເປັນເສນາທິການດ້ານການວາງແຜນ, ຕິດຕາມ ແລະ ຊຸກຍູ້ດ້ານມະຫາພາກຍັງຕ້ອງໄດ້ປັບປຸງໃຫ້ດີຂຶ້ນ ແລະ ເຂັ້ມແຂງຂຶ້ນ.
3. ການເກັບລາຍຮັບງົບປະມານມີທ່າອ່ຽງດີຂຶ້ນ ແຕ່ຍັງບໍ່ທັນສົມຄູ່ກັບລາຍຈ່າຍທີ່ມີ ແລະ ຍັງບໍ່ສາມາດເກັບໄດ້ຢ່າງຄົບຖ້ວນ, ຍັງມີການຮົ່ວໄຫຼທາງດ້ານລາຍຮັບ-ລາຍຈ່າຍ, ການຫັນເປັນທັນສະໄໝເຂົ້າໃນການຄຸ້ມຄອງເກັບລາຍຮັບຍັງນໍາໃຊ້ບໍ່ທັນກວ້າງຂວາງ ເຮັດໃຫ້ການຄຸ້ມຄອງລາຍຮັບບໍ່ທັນກວມເອົາທຸກຂົງເຂດ, ຍັງເຮັດໃຫ້ພວກເຮົາພົບຄວາມຫຍຸ້ງຍາກໃນການເພີ່ມລາຍຮັບໃຫ້ສູງຂຶ້ນໃນໄລຍະສັ້ນໄດ້ ແລະ ເພີ່ມສະພາບຄ່ອງທາງດ້ານການເງິນ ແລະ ບໍ່ທັນສາມາດປະກອບສ່ວນ ເຂົ້າໃນການລົງທຶນໃໝ່ ເພື່ອການພັດທະນາ ແລະ ການບໍລິການ ເພື່ອສ້າງຖານລາຍຮັບໃໝ່ກໍ່ຄືການພັດທະນາເສດຖະກິດ ໄດ້ຢ່າງແຂງແຮງເທື່ອ;


4. ການປັບປຸງສະພາບແວດລ້ອມ ແລະ ອໍານວຍຄວາມສະດວກໃນການດໍາເນີນທຸລະກິດຍັງບໍ່ທັນເປັນລະບົບຄົບຊຸດ, ຍັງຂາດເຄື່ອງມືທີ່ທັນສະໄໝ ແລະ ການປະສານງານລະຫວ່າງຂະແໜງການ, ທ້ອງ ຖິ່ນຍັງບໍ່ໂລ່ງລ່ຽນ, ການບໍລິການລົງທຶນຕາມກົນໄກປະຕູດຽວຍັງບໍ່ສາມາດປະຕິບັດໄດ້ຢ່າງເຕັມທີ ເຊິ່ງບັນຫານີ້ຕ້ອງໄດ້ມີການປັບປຸງແກ້ໄຂຢ່າງຮີບດ່ວນ ແລະ ແຂງແຮງຕາມກົດໝາຍລົງທຶນສະບັບປັບປຸງປີ 2024, ບຸກທະລຸໃຫ້ໄດ້ທັງໃນຂະແໜງແຜນການ ແລະ ການລົງທຶນ ແລະ ຂະແໜງການທີ່ກ່ຽວຂ້ອງ.
5. ການຈັດສັນງົບປະມານໃສ່ແຕ່ໂຄງການຍັງມີການສະເລ່ຍ ເຮັດໃຫ້ບໍ່ມີຈຸດສຸມໃນການແບ່ງປັນງົບ ປະມານໃນແຕ່ລະໂຄງການ, ເກີດຄວາມຊັກຊ້າ ແລະ ບໍ່ມີປະສິດທິພາບ;
6. ການແກ້ໄຂໜີ້ສິນໂຄງການລົງທຶນລັດຍັງບໍ່ສາມາດບຸກທະລຸໄດ້ ເຖິງວ່າຈະມີຫຼາຍຮູບແບບໃນການຊ່ວຍແກ້ໄຂ ເພື່ອຫຼຸດຜ່ອນຄວາມກົດດັນໃຫ້ຜູ້ປະກອບການ ແລະ ເພີ່ມສະພາບຄ່ອງໃຫ້ສ່ວນໃດໜຶ່ງ, ແຕ່ໜີ້ສິນຕົວຈິງຍັງມີຫຼາຍ ແລະ ແກ່ຍາວມາຫຼາຍປີ ສ້າງຄວາມກົດດັນໃຫ້ແກ່ຂະແໜງແຜນການ ແລະ ການລົງທຶນ ແລະ ການເງິນ ກໍຄືລັດຖະບານ. ເພື່ອສາມາດປະຄັບປະຄອງໃຫ້ເສດຖະກິດຟື້ນຕົວຂຶ້ນມາໄດ້ ໃຫ້ເສດຖະກິດມີການຂັບເຄື່ອນ ຈື່ງຮຽກຮ້ອງໃຫ້ບັນດາສະຫາຍ ຕ້ອງພ້ອມກັນເດັດຂາດ ສູ້ຊົນຄົ້ນຄວ້າມາດຕະການໃນການຄຸ້ມຄອງ-ບໍລິຫານການໃຊ້ຈ່າຍ, ຈັດສັນແຜນງານ, ໂຄງການຈຸດສຸມທີ່ຈໍາເປັນແທ້ໆ ແລະ ເກີດປະໂຫຍດຕໍ່ສັງຄົມ-ເສດຖະກິດ, ຕ້ອງໃຊ້ການຄາດຄະເນ-ວິເຄາະຜົນກະທົບ, ໂອກາດ ແລະ ສິ່ງທ້າທາຍຈາກການປ່ຽນແປງສະພາບການຂອງໂລກ ແລະ ພາກພື້ນ ເພື່ອມີມາດຕະການປ້ອງກັນ ແລະ ຮັບມືຢ່າງທັນການ ແລະ ເໝາະສົມ ບໍ່ໃຫ້ຕົກຢູ່ໃນທ່າຮັບເກີນໄປ.


7. ການບໍລິຫານ-ຄຸ້ມຄອງລັດດ້ວຍກົດໝາຍຍັງບໍ່ເຂັ້ມງວດ, ຖືເບົາໃນການຈັດຕັ້ງປະຕິບັດ ແລະ ຍັງມີຫຼາຍຂອດຂັ້ນ ຕ້ອງໄດ້ເອົາໃຈໃສ່ບັງຄັບໃຊ້ກົດໝາຍການລົງທຶນຂອງລັດ, ກົດໝາຍການລົງທຶນເອກະຊົນ ແລະ ເຂດເສດຖະກິດພິເສດ, ກົດໝາຍສະຖິຕິ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງຢ່າງເຂັ້ມງວດ.
8. ການຜັນຂະຫຍາຍຈັດຕັ້ງປະຕິບັດ ຄໍາສັ່ງ ສະບັບເລກທີ 18/ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານ ຍັງບໍ່ທັນເປັນເອກະພາບ ເປັນຕົ້ນ ຄວາມເປັນເຈົ້າການຂອງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຈໍານວນໜຶ່ງ ຍັງບໍ່ທັນເປັນເຈົ້າການເທົ່າທີ່ຄວນຕາມທີ່ໄດ້ກໍານົດໄວ້ໃນຄໍາສັ່ງດັ່ງກ່າວ;
9. ການຈັດເກັບລາຍຮັບຈາກພາສີທີ່ດິນ ໃນທົ່ວປະເທດ ຍັງບໍທັນສາມາດຈັດເກັບໄດ້ຄົບຖວ້ນ, ການປ້ອນຂໍ້ມູນຕອນດິນ ຍັງບໍ່ທັນໄດ້ສໍາເລັດ, ປະເພດທີ່ດິນ ແລະ ການເກັບອາກອນລາຍໄດ້ຈາກການໂອນສິດນໍາໃຊ້ ຍັງບໍ່ທັນຖືກຕ້ອງຕາມຄວາມເປັນຈິງ ເຮັດໃຫ້ການເກັບລາຍຮັບດັ່ງກ່າວບໍ່ບັນລຸໄດ້ຕາມແຜນການ. ການເກັບຄ່າທໍານຽມນໍາໃຊ້ພາຫະນະປະຈໍາປີ ຍັງບໍ່ທັນຄົບຖ້ວນທັນຕາມກໍານົດເວລາ;
10. ສໍາລັບດ້ານລາຍຈ່າຍ ຄວາມເປັນເຈົ້າການຂອງບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟຸມເຟືອຍ ຕາມດໍາລັດ ສະບັບເລກທີ 205/ລບ, ວັນທີ 22 ກໍລະກົດ 2022 ຍັງບໍ່ທັນເປັນຮູບປະທໍາເທົ່າທີ່ຄວນ.

 

LEAVE A REPLY

Please enter your comment!
Please enter your name here