ຍົກຖານະ ສະຖາບັນວິສະວະກໍາ-ເຕັກໂນໂລຊີ ບຸນເກີດ ເພື່ອຮັບໃຊ້ສັງຄົມ ຢ່າງເປັນທາງການ ພ້ອມທັງມີການເຊັນບົດບັນທຶກຄວາມເຂົ້າໃຈ ຫຼື ເອັມໂອຢູ (MOU) ຮ່ວມມືກັບ 4 ພາກສ່ວນ ກໍຄື ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລເຕັກນິກ ປາກປ່າສັກ, ສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ແລະ ບໍລິສັດ ໄອຈອບ ຈັດຫາງານ ເພື່ອສ້າງເງື່ອນໄຂໃຫ້ບຸກຄະລາກອນລູກຫຼານຂອງພໍ່ແມ່ປະຊາຊົນລາວ ມີມາດຕະຖານ, ມີຄຸນະພາບ ແລະ ມີວຽກເຮັດງານທຳແບບຍືນຍົງ.
ພິທີຍົກຖານະ ວິທະຍາໄລເຕັກນິກ ບຸນເກີດສຶກສາ ຂຶ້ນເປັນ ສະຖາບັນວິສະວະກໍາ-ເຕັກໂນໂລຊີ ບຸນເກີດ ຢ່າງເປັນທາງການ ໃນຄັ້ງນີ້ ຈັດຂຶ້ນ ໃນວັນທີ 26 ທັນວາ ຜ່ານມາ ທີ່ສະຖາບັນດັ່ງກ່າວໂດຍໃຫ້ກຽດເຂົ້າຮ່ວມມີທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ອຳມະນີ ນໍລິນ ຮອງຫົວໜ້າກົມການສຶກສາຊັ້ນສູງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ແລະ ທ່ານ ບຸນເກີດ ສີສຸພັນທອງ ປະທານກຸ່ມສະຖາບັນ ບຸນເກີດ ທີ່ປະກອບມີ ໂຮງຮຽນ ລ້ຽງເດັກ-ອະນຸບານ-ປະຖົມ-ມັດທະຍົມສົມບູນ, ວິທະຍາໄລ ເຕັກນິກ ບີໄອເອັດ ແລະ ສະຖາບັນວິສະວະກໍາ-ເຕັກໂນໂລຊີ ບຸນເກີດ, ມີເຈົ້າເມືອງນາຊາຍທອງ ແລະ ເມືອງໄຊທານີ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ຜູ້ບໍລິຫານສະຖານການສຶກສາ ແລະ ກີລາ ທຸກຂັ້ນ, ອົງການປົກຄອງບ້ານ,ພະນັກງານ, ຄູອາຈານ ນັກຮຽນ-ນັກສຶກສາ ທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ບຸນເກີດ ສີສຸພັນທອງ ກ່າວວ່າ: ໃນທາມກາງທີ່ປວງຊົນລາວທັງຊາດ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 49 ປີ ກໍຄື ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ທີ່ຜ່ານໄປວ່າງໜຶ່ງນີ້ ຂ້າພະເຈົ້າໃນນາມປະທານສະຖາບັນບຸນເກີດ ຕາງໜ້າຄະນະຜູ້ບໍລິຫານ ມີຄວາມປາມປື້ມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ຮັບຕ້ອນບັນດາທ່ານ ທຸກພາກສ່ວນ ເຂົ້າມາໃນງານທີ່ມີຄວາມໝາຍ ຄວາມສຳຄັນໃນມື້ນີ້ ນັບເປັນເວລາ 17 ປີ ທີ່ຄະນະບໍລິຫານ ຄູອາຈານ ພະນັກງານ ພາຍໃນການຊີ້ນຳຂອງກະຊວງສຶກສາທີໍິການ ແລະ ກິລາ ກໍຄື ອົງການປົກຄອງແຕ່ລະຂັ້ນ, ພາຍໃຕ້ການສະໜັບສະໜູນ ຂອງ ຊຸມຊົນ ຜູ້ປົກຄອງ, ນັກຮຽນ-ນັກສຶກສາ ພ້ອມດ້ວຍ ເພື່ອນມິດທຸກພາກສ່ວນ ພວກເຮົາ ໄດ້ເລິ່ມຕົ້ນ ພັດທະນາການສຶກສາ ຢູ່ບົນເນື້ອທີ່ 7 ເຮັກຕາ ທີ່ຍັງເປັນທົ່ງນາປ່າ ຫ່າງໄກສອກຫຼີກ ຈົນກາຍມາເປັນຊຸມຊົນໜຶ່ງທີ່ມີສີສັນ ຂອງຕົວເມືອງ ດັ່ງບັນດາທ່ານເຫັນຢູ່ນີ້, ເລີ່ມຈາກໂຮງຮຽນ ລ້ຽງເດັກ-ອະນຸບານ-ປະຖົມ-ມັດທະຍົມ ສົມບູນ ໃນປີ 2007, ກ້າວຂຶ້ນມີໂຮງຮຽນເຕັກນິກ-ວິຊາຊີບ ໃນປີ 2017 ແລະ ວິທະຍາໄລ ໃນປີ 2022.
ວິທະຍາໄລໄດ້ຈັດຕັ້ງການຮຽນ-ການສອນໃນລະດັບຊັ້ນສູງ 6 ສາຂາວິຊາຄື: 1) ສາຂາເຕັກໂນໂລຊີຂໍ້ມູນຂ່າວສານ 2) ສາຂາວິສະວະກໍາໄຟຟ້າ, 3) ສາຂາການບໍລິຫານການທ່ອງທ່ຽວ ແລະ ໂຮງແຮມ, 4) ສາຂາການບັນຊີວິສາຫະກິດ, 5) ສາຂາພາສາອັງກິດທຸລະກິດ ແລະ 6) ສາຂາຄຸ້ມຄອງຫ້ອງການ ທີ່ມີນັກສຶກສາທີ່ມາລົງທະບຽນຮຽນທັງໝົດຈໍານວນ 225 ຍິງ 113 ຄົນ. ອີງຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງສຶກສາ ແລະ ກີລາ ສະບັບບ ເລກທີ 7878/ສສກ, ລົງວັນທີ 25 ຕຸລາ 2024 ວ່າດ້ວຍ ການຍົກຖານະຈາກວິທະຍາໄລ ຂຶ້ນເປັນສະຖາບັນ ວິສະວະກໍາ-ເຕັກໂນໂລຊີ ບຸນເກີດ. ໄດ້ຍົກລະດັບໃຫ້ສ້າງຕັ້ງເປັນສະຖາບັນ ວິສະວະກໍາ-ເຕັກໂນໂລຊີ ບຸນເກີດ ທີ່ໄດ້ອະນຸມັດເປີດສອນ ໃນລະດັບປະລິນຍາຕີ 4 ສາຂາວິຊາ ເຊັ່ນ: 1) ສາຂາວິສະວະກໍາໄຟຟ້າ, 2) ສາຂາວິຊາວະສະວະກໍາໄຟຟ້າພະລັງງານນໍ້າ, 3) ສາຂາເຕັກໂນໂລຊີຂໍ້ມູນຂ່າວສານ ແລະ 4) ສາຂາເສດຖະສາດ ແລະ ບໍລິຫານທຸລະກິດ ເລີ່ມຕົ້ນສົກຮຽນ 2024-2025 ນີ້ ມີນັກສຶກສາມາລົງທະບຽນຮຽນແລ້ວ ຈໍານວນ 143 ຄົນ ຍິງ 76 ຄົນ.
ທ່ານ ບຸນເກີດ ສີສຸພັນທອງ ກ່າວຕື່ມອີກວ່າ: ການໄດ້ຮັບອະນຸມັດສ້າງຕັ້ງເປັນສະຖາບັນ ວິສະວະກຳ-ເຕັກໂນໂລຊີ ບຸນເກີດ ນີ້ ໄດ້ເປັນກຳລັງໃຈ ເປັນແຮງບັນດານໃຈ ຢ່າງສຳຄັນທີ່ສຸດ ໃຫ້ພວກເຮົາ ສືບຕໍ່ບຸກໜ້າບືນຕົວ ຕອບສະໜອງໃຫ້ໄດ້ຄວາມຮຽກຮ້ອງຕ້ອງການທາງດ້ານການສ້າງຊັບພະຍາກອນ ມະນຸດ ກໍຄືພັດທະນາການສຶກສາ ໃຫ້ແກ່ສັງຄົມລາວ ເວົ້າລວມ, ເວົ້າສະເພາະ ແມ່ນຢູ່ບັນດາເມືອງ ນາຊາຍທອງ, ເມືອງ ສີໂຄດຕະບອງ ກໍ່ຄືເມື່ອງອື່ນໆ ໃນນະຄອນຫຼວງວຽງຈັນ ພວກເຮົາໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ພາຍໃຕ້ການຊີ້ນຳ ນຳພາຂອງຂັ້ນເທິງ ກໍຄືການສະໜັບສະໜູນຂອງພໍ່ແມ່ນັກຮຽນ-ນັກສຶກສາ ພວກເຮົາຈະຍົກສູງຄຸນນະພາບການສຶກສາ ຕາມປັດຊະຍາທີ່ວ່າ “ຄຸນນະທຳນຳທາງ, ນະວັດຕະກຳນຳໜ້າ” ເພື່ອປະກອບສ່ວນ ເຂົ້າໃນການພັດທະນາຊັບພະຍາກອນມະນຸດ ສ້າງທ່າໄດ້ທຽບໃຫ້ແກ່ປະເທດເຮົາໃນເງື່ອນໄຂຂອງໂລກາພິວັດການເຊື່ອມໂຍງຂອງພາກພື້ນ ແລະ ສາກົນ, ເຊື່ອມ ສານ ແລະ ຍັບເຂົ້າໃກ້ ມາດຕະຖານການສຶກສາ ຂອງພາກພື້ນ ແລະ ສາກົນເທື່ອລະກ້າວ ເຮັດໃຫ້ຊັບພະຍາກອນມະນຸດຂອງພວກເຮົາ ຜູ້ທີ່ມີຄຸນສົມບັດ ສິນທຳປະຕິວັດ ມີຄວາມຮູ້ຄວາມສາມາດ ສະຫຼາດຫຼັກແຫຼມ ມີນະວັດຕະກຳທັນສະໄໜ ທຽບເທົ່າກັບປະເທດອື່ນ ເຮັດໃຫ້ປະຊາຊົນ ຮັ່ງມີຜາສຸກ ປະເທດຊາດ ມັ່ງຄັ່ງເຂັ້ມແຂງ.
ນອກນັ້ນ, ໃນພິທີດັ່ງກ່າວ ກໍຍັງມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມມືລະຫວ່າງສະຖາບັນດັ່ງກ່າວ ຮ່ວມກັບ 4 ພາກສ່ວນ ປະກອບມີ ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລເຕັກນິກ ປາກປ່າສັກ, ສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ແລະ ບໍລິສັດ ໄອຈອບ ຈັດຫາງານ ເພື່ອສ້າງເງື່ອນໄຂໃຫ້ບຸກຄະລາກອນລູກຫຼານຂອງພໍ່ແມ່ປະຊາຊົນລາວ ມີມາດຕະຖານ, ມີຄຸນະພາບ ແລະ ມີວຽກເຮັດງານທຳແບບຍືນຍົງອີກດ້ວຍ.