ຮອດວັນທີ 24 ທັນວາ 2024 ທົ່ວປະເທດເກັບລາຍຮັບງົບປະມານໄດ້ 59.371 ຕື້ກີບ ເທົ່າກັບ 116% ຂອງແຜນການປີ

0
141

ຜ່ານການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ປີ 2024 ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2024 ແມ່ນຍັງຢູ່ໃນໄລຍະທີ່ເສດຖະກິດໂລກ ຍັງປະເຊີນ ກັບສິ່ງທ້າທາຍໃນຫຼາຍດ້ານ ໂດຍສະເພາະ ອັດຕາເງິນເຟີ້ຍັງສູງ, ລາຄາພະລັງງານ ແລະ ທອງຄຳ ຜັນຜວນ, ການຫວ່າງງານ ເພີ່ມຂຶ້ນ, ພ້ອມນີ້ ເສດຖະກິດ-ການເງິນພາຍໃນ ກໍຍັງມີຄວາມບອບບາງ ເຊັ່ນ: ລະດັບເງິນເຟີ້ຢູ່ລະດັບສອງຕົວເລກ, ສະພາບອ່ອນຄ່າຂອງເງິນກີບ, ຄ່າຄອງຊີບຍັງສູງ. ເຖິງຢ່າງໃດກໍ່ຕາມ, ໃນປີ 2024 ຂະແໜງການເງິນ ໄດ້ປັບໂຄງສ້າງງົບປະມານແຫ່ງລັດ ຕາມຄຳຂວັນຕາມທີ່ໄດ້ກຳນົດໄວ້ “ລາຍຮັບພາຍໃນກຸ້ມລາຍຈ່າຍພາຍໃນ, ມີສ່ວນສະສົມໄວ້ ແລະ ບຸກທະລຸ ການຄຸ້ມຄອງງົບປະມານແຫ່ງລັດ ເປັນທັນສະໃໝ ລວມສູນ”.


ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງ ການເງິນ ໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2024 ໃນກອງປະຊຸມ ສະຫຼຸບວຽກງານການເງິນ ປະຈຳປີ 2024 ແລະ ທິດທາງ 2025 ຄັ້ງວັນທີ 26 ທັນວາ 2024 ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2024 ສະເພາະດ້ານລາຍຮັບ: ຜ່ານການຈັດຕັ້ງປະຕິບັດລາຍຮັບ ຮອດປະຈຸບັນ (ວັນທີ 24 ທັນວາ 2024) ສາມາດປະຕິບັດໄດ້ 59.371 ຕື້ກີບ ເທົ່າກັບ 116% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 41% ເປັນເງິນປະມານ 17.327 ຕື້ກີບ, ໃນນັ້ນ: ລາຍຮັບພາຍໃນ ປະຕິບັດໄດ້ 56.238 ຕື້ກີບ ເທົ່າກັບ 122% ຂອງແຜນການປີ. ໃນນີ້: ລາຍຮັບສູນກາງ ປະຕິບັດໄດ້ 38.972 ຕື້ກີບ, ເທົ່າກັບ 111% ຂອງແຜນການປີ ລາຍຮັບທ້ອງຖິ່ນ ປະຕິບັດໄດ້ 17.267 ຕື້ກີບ ເທົ່າກັບ 159% ຂອງແຜນການປີ (ບັນດາແຂວງເກີນແຜນ) 1 ຄາດຄະເນສູ້ຊົນລາຍຮັບທັງໝົດ ໃນປີ 2024 ຈະໄດ້ລື່ນຄາດໝາຍ ຕາມທີ່ມະຕິສະພາແຫ່ງຊາດ ສະບັບເລກ ທີ 154/ສພຊ, ລົງວັນທີ 12 ທັນວາ 2024 ຮັບຮອງ ເລັກນ້ອຍ.


ສິ່ງທີ່ພົ້ນເດັ່ນ: ປັດໄຈທີ່ເຮັດໃຫ້ລາຍຮັບເພີ່ມຂຶ້ນ ຍ້ອນເສດຖະກິດມີການຂະຫຍາຍຕົວ, ຫຼາຍກິດຈະການ ມີທ່າອ່ຽງເພີ່ມຂຶ້ນ ເປັນປັດໄຈໜຶ່ງທີ່ສາມາດເຮັດໃຫ້ເກັບລາຍຮັບໄດ້ເພີ້ມຂື້ນ ເປັນຕົ້ນ: ລາຍຮັບກິດຈະການຂົນສົ່ງ 131%; ໂຮງແຮມ-ບ້ານພັກ ເພີ່ມຂຶ້ນ 79%, ພາຫະນະ 96%, ບັນເທິງ ແລະ ຫວຍ 60%, ໄຟຟ້າ 52%, ການຄ້າ 67%, ນ້ຳມັນເຊື້ອໄຟ 59%, ທະນາຄານ ແລະ ການປະກັນໄພ 28%, ບໍ່ແຮ່ 46%, ຜະລິດເຄື່ອງດື່ມ 38% ແລະ ອື່ນໆ; ໄດ້ເພີ່ມອັດຕາອາກອນຊົມໃຊ້ຂອງບາງປະເພດສິນຄ້າ ເປັນຕົ້ນ: ພາຫະນະທີ່ນຳໃຊ້ນໍ້າມັນເຊື້ອໄຟ (ສະເພາະລົດຈິບ ແລະ ລົດເກັງ), ເຫຼົ້າ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້າ, ເບຍ, ຢາສູບ, ເຄື່ອງດື່ມສໍາເລັດຮູບ, ຕູ້ເກມຢອດຫຼຽນ; ຈາກການປັບອັດຕາ ອາກອນມູນຄ່າເພີ່ມ ຈາກ 7% ເປັນ 10%, ພາສີຂາອອກ ແລະ ຄ່າຊັບພະຍາກອນທຳມະຊາດ; ຄຸ້ມຄອງເກັບລາຍຮັບທີ່ເປັນສະກຸນເງິນຕາຕ່າງປະເທດ ເຮັດໃຫ້ລາຍຮັບ ເປັນເງິນໂດລາເພີ່ມຂຶ້ນ 28% ແລະ ເງິນບາດເພີ່ມຂຶ້ນ 18% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໃນນັ້ນລວມມີການເກັບລາຍຮັບຈາກແຮ່ທາດ ແລະ ຊັບສິນດີຈີຕອນ; ໄດ້ທົດລອງມອບຫົວໜ່ວຍວິສາຫະກິດທີ່ສູນກາງຄຸ້ມຄອງ ເພື່ອສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນ ຕາມທິດສາມສ້າງຈຳນວນ 105 ຫົວໜ່ວຍ ໃຫ້ 9 ແຂວງ ສາມາດເກັບລາຍຮັບເພີ້ມຂື້ນ 138% ຂອງແຜນການປີ ແລະ ທຽບໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 55%; ໄດ້ອັດຊ່ອງຫວ່າງການຮົ່ວໄຫຼ ດ້ວຍການປາບປາມການລັກລອບໜີພາສີ ມີການຕິດຕາມ, ກວດກາ.

ພ້ອມທັງ, ໄດ້ທ້ອນໂຮມຊັບສິນທີ່ເຈົ້າໜ້າທີ່ຍຶດ, ອາຍັດ ແລະ ສານຕັດສິນຮິບເປັນຂອງລັດ ເພື່ອມອບເຂົ້າງົບປະມານແຫ່ງລັດ,ລວມທັງໄດ້ຄຸ້ມຄອງຜູ້ບໍລິການແຈ້ງພາສີ ແລະ ຜູ້ແຈ້ງພາສີທົ່ວໄປ ດ້ວຍການກໍານົດເງື່ອນໄຂໃຫ້ມີການຄໍ້າປະກັນນຳລັດຖະການພາສີ ເປັນວົງເງິນ 500 ລ້ານກີບ ຂຶ້ນໄປ ເພື່ອເປັນການບັງຄັບໃຊ້ກົດໝາຍຕໍ່ຜູ້ບໍລິການແຈ້ງພາສີທີ່ລະເມີດກົດໝາຍວ່າດ້ວຍພາສີ; ວຽກງານຫັນເປັນສະໄໝຕິດພັນກັບການເກັບລາຍຮັບທີ່ດິນ: ໄດ້ດຶງຂໍ້ມູນຕອນດິນ ເຂົ້າໃນລະບົບ (TaxRIS) ຊຶ່ງຮອດປະຈຸບັນໄດ້ 1,333,569 ຕອນ ເພີ່ມຂຶ້ນ 54% ຈາກປີຜ່ານມາ ແລະ ຄຸ້ມຄອງພາຫະນະເຂົ້າສູ່ລະບົບ 448.084 ຄັນ ເຮັດໃຫ້ເກັບລາຍຮັບເພີ່ມຂຶ້ນ 12% ທຽບໃສ່ປີຜ່ານມາ; ນຳໃຊ້ລະບົບຈັດເກັບຄ່າທຳນຽມແລະ ຄ່າບໍລິການລວມສູນຢູ່ (8 ດ່ານສາກົນ ດ້ວຍລະບົບທັນສະໄໝ, ສຳລັບບັນດາດ່ານທີ່ຍັງເຫຼືອ ຈະໃຫ້ສາມາດຈັດຕັ້ງປະຕິບັດໃນປີ 2025.

 

LEAVE A REPLY

Please enter your comment!
Please enter your name here