ກະຊວງ ອຄ ປະ​ເມີນ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ແຜນການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ

26 Dec 2024

ຄລິກແຊຣ໌ 0 Facebook WhatsApp

ກະຊວງອຸດສາຫະກໍາ ແລະ ແລະ ການຄ້າ (ອຄ)ຈັດກອງປະຊຸມ ປະ​ເມີນ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ແຜນການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ໃນວັນທີ 26 ທັນວາ 2024 ທີ່ກະຊວງ ອຄ ເປັນປະທານຂອງ ສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາ ຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງ ອຄ ເຂົ້າຮ່ວມມີ ຄະນະປະຈຳພັກກະຊວງ, ກໍາມະການຄະນະພັກກະຊວງ, ເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ, ຄະນະພັກຮາກຖານ, ປະທານ/ເລຂາ 3 ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານນຳພາຫຼັກແຫຼ່ງ ຂອງກະຊວງ ອຄ.

ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວວ່າ:     ການສະຫຼຸບການຈັດຕັ້ງປະຕິບັດວຽກງານການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ແມ່ນໃນທ່າມກາງທີ່ສະພາບການຂອງສາກົນ, ພາກພື້ນ ແລະ ພາຍໃນປະເທດ ໄດ້ມີການຜັນແປຢ່າງສັບສົນ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງ ແລະ ທາງອ້ອມ ຕໍ່ການພັດທະນາເສດຖະກິດ ຂອງປະ ເທດເຮົາ ສະແດງອອກ:

ລາຄານໍ້າມັນເຊື້ອໄຟ ຍັງຂຶ້ນ-ລົງບໍ່ທັນປົກກະຕິ, ລາຄາສິນຄ້າອຸປະໂພກ-ບໍລິໂພກ, ອັດຕາແລກປ່ຽນເງິນກີບ ແລະ ອັດຕາເງິນເຟີ້ ຢູ່ໃນລະດັບທີ່ດີຂຶ້ນ, ແລະ ການກະກຽມກອງປະຊຸມໃຫຍ່ຂອງ 2 ຂັ້ນພາຍໃນອົງຄະນະພັກກະຊວງພວກເຮົາ.

 

ໃນການຈັດຕັ້ງປະຕິບັດການຕີລາຄາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປີນີ້ກໍເປັນການປະເມີນເປັນປີທີ 3 ພາຍຫຼັງທີ່ຂ້າພະເຈົ້າ ໄດ້ມາຮັບໜ້າທີ່ຢູ່ກະຊວງ. ແລະ ພວກເຮົາກໍໄດ້ພະຍາຍາມປັບປຸງວິທີການ ໃນການປະເມີນຫຼາຍຄັ້ງ ເພື່ອໃຫ້ຜົນການປະເມີນມັນສອດຄ່ອງກັບຕົວຈິງ ແລະ ໄປຕາມຈິດໃຈຂອງສູນກາງພັກ. ພວກເຮົາໄດ້ປັບປຸງວິທີການດຳເນີນການປະເມີນ ຫຼາຍຮູບແບບ ຄື ຈັດປະເມີນເປັນໜ່ວຍ, ຈັດປະເມີນເປັນກຸ່ມຍ່ອຍຕາມຂົງເຂດວຽກງານ ແລະ ກອງປະຊຸມປະເມີນລວມທຸກໜ່ວຍພັກ.

ພິເສດ ປີນີ້ ພວກເຮົາກໍໄດ້ຄົ້ນຄວ້າອອກ  ຄຳແນະນຳ ກ່ຽວກັບ ການປະເມີນຕີລາຄາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ພາຍໃນອົງຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0159/ຄບພ.ອຄ, ລົງວັນທີ 02 ກັນຍາ 2024 ເພື່ອໃຫ້ການປະເມີນຊັດເຈນກວ່າເກົ່າ ໂດຍອາໄສຕົວຊີ້ວັດທີຊັດເຈນ, ແຕ່ກໍບໍ່ໝາຍຄວາມວ່າ ເປັນຕົວຊີ້ວັດທີ່ດີທີ່ສຸດແລ້ວເທື່ອ. ທັງໝົດນີ້ ສ່ອງແສງເຖິງຄວາມພະຍາຍາມຂອງອົງຄະນະພັກເຮົາ ເພື່ອສ້າງການຫັນປ່ຽນດ້ານວຽກພັກ-ພະນັກງານ ເຊິ່ງແມ່ນ 1 ໃນ 3 ດ້ານທີ່ກອງປະຊຸມກາງສະໄໝຄະນະພັກກະຊວງ ຕົກລົງວ່າຈະສຸມໃສ່ ເຮັດໃຫ້ສຳເລັດໃນທ້າຍສະໄໝ.

ໃນວາລະກອງປະຊຸມ ແຕ່ລະໜ່ວຍພັກ ຂຶ້ນມາລາຍງານໂດຍຫຍໍ້ ໂດຍລົງເລິກ ສະເພາະ ໜ້າວຽກໃຫຍ່ທີ່ບັນລຸໄດ້, ບັນຫາຄົງຄ້າງຈາກປີຜ່ານມາ ທີ່ແກ້ໄດ້, ບັນຫາທີ່ຍັງຄົງຄ້າງແມ່ນຫຍັງ ແລະ ປີໜ້າຈະແກ້ແນວໃດ

ໃນຕອນທ້າຍ ທ່ານ ມະໄລທອງ ກົມມະສິດ ຍັງໄດ້ ເນັ້ນບາງບັນຫາສໍາຄັນເປັນຕົ້ນແມ່ນ:

  1. ໃຫ້ ຄະນະ​ໜ່ວຍ​ພັກ​ ຕ້ອງ​ເອົາ​ໃຈ​ໃສ່ສືບຕໍ່ຄົ້ນຄວ້າຮໍ່າຮຽນ​ ພ້ອມທັງເອົາ​ໃຈ​ໃສ່​ສ້າງ​ສະມາຊິກ​ພັກ​ໃຫ້​ມີ​ຄຸນ​ທາດ​ການ​ເມືອງ​ໜັກ​ແໜ້ນ​, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ​ທີ່​ຖືກຕ້ອງ, ມີ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ອຸດົມ​ການ​ຂອງ​ພັກ, ມີ​ນ້ຳ​ໃຈ​ເສຍ​ສະຫຼະ​ຮັບ​ໃຊ້​ຊາດ ​ຮັບ​ໃຊ້​ປະຊາ​ຊົນ​ຢ່າງ​ສຸດ​ໃຈ. ​ເປັນ​ເຈົ້າ​ການ​ປົກ​ປ້ອງ​ແນວທາງ, ອຸດົມ​ການ​ຂອງ​ພັກ, ຕ້ານທຸກ​ປະກົດ​ການ​ທີ່​ເປັນ​ສິ່ງ​ຫຍໍ້​ທໍ້​ຕ່າງໆ  ທີ່​ເກີດ​ຂຶ້ນ​ຢູ່​ພາຍ​ໃນ​ໜ່ວຍ​ພັກ ​ແລະ ສັງຄົມ, ຖ້າ​ມີ​ກໍ​ໃຫ້​ຮີບ​ຮ້ອນ​ແກ້​ໄຂ​ໃຫ້​ທັນ​ການ.ເພີ່ມ​ຄວາມ​ເອົາ​ໃຈ​ໃສ່​ໃນ​ການ​ຮ່ວມ​ຊີວິດ​ພັກ​ປະຈຳ​ເດືອນ ​ແລະ ການ​ສ່ອງ​ແສງ​ລາຍ​ງານ​ຄະນະພັກ​ຂັ້ນ​ເທິງ​ ໃຫ້​ເປັນ​ປົກກະຕິ.
  2. ໃຫ້ ແຕ່ລະໜ່ວຍ​ພັກ​ ສືບຕໍ່​ກຳ​ແໜ້ນ​ສະພາບ ​ແລະ ຈຸດ​ພິ​ເສດ​ຂອງ​ໜ່ວຍ​ພັກ​ຕົນ ​ເພື່ອ​ຫັນ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ​ແລະ ມະຕິ​ຂອງ​ຄະນະ​ພັກ​ຂັ້ນ​ເທິງ​ເປັນ​ແຜນການ​ຂອງ​ໜ່ວຍ​ພັກ​ໃຫ້​ສອດ ຄ່ອງ​ກັບ​ຄວາມ​ຮັບຜິດຊອບ ​ແລະ ໜ້າ​ທີ່​ການ​ເມືອງ​ຂອງ​ຕົນ ພ້ອມ​ທັງ​ເອົາ​ໃຈ​ໃສ່​ຊີ້​ນຳ-ນໍາ​ພາ​ການຈັດ​ຕັ້ງ​ປະຕິ ບັດ​ໃຫ້​ມີ​ຜົນສຳ​ເລັດ ​ແລະ ມີ​ປະສິດທິ​ຜົນ​ສູງ.
  3. ຄະນະ​ໜ່ວຍ​ພັກ,​ ສະມາຊິກ​ພັກ​ທຸກ​ສະຫາຍ ​ຕ້ອງ​ມີ​ສະຕິ​ເຄົາລົບ ​ແລະ ປະຕິບັດ​ກົດ​ລະບຽບ​ຂອງ​ພັກ, ກົດໝາຍ ​ແລະ ລະບຽບ​ການ​ຕ່າງໆ ​ຂອງ​ລັດ​ຢ່າງ​ເຂັ້ມ​ງວດ, ​ເປັນ​ແບບຢ່າງ​ທີ່​ດີ​​ໃຫ້​ແກ່​ມະຫາຊົນ, ພ້ອມ​ກັນຮັກສາ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ພາຍ​ໃນ​ການຈັດ​ຕັ້ງ​ພັກ​ຢ່າງ​ແໜ້ນ​ແຟ້ນ, ຕ້ານ​ແນວ​ຄິດ​ຫຼາຍ​ພັກ, ຫຼາຍ​ເຄົ້າ, ກຸ່ມ​ກ້ອນ​ຢູ່​ໃນ​ການຈັດ​ຕັ້ງ​ພັກ.
  4. ​ ເອົາ​ໃຈ​ໃສ່​ການຂະຫຍາຍພັກ ແມ່ນວຽກງານໜຶ່ງທີ່ສໍາຄັນຂອງພັກ ຕ້ອງຮັບປະກັນຄຸນນະພາບ, ຂະຫຍາຍໄດ້ຜູ້ໜຸ່ມແໜ້ນ-ຫ້າວຫັນ, ປະສິດທິຜົນວຽກງານດີ, ມີຄຸນສົມບັດສິນທໍາປະຕິວັດ, ມີລະດັບຄວາມຮູ້-ຄວາມສາມາດ, ໜັກແໜ້ນໃນອຸດົມການສັງຄົມນິຍົມ ເພື່ອແບກຫາບພາລະກິດອັນໜັກໜ່ວງຂອງພັກ;
  5. ດ້ານ​ວຽກ​ງານ​ວິຊາ​ສະ​ເພາະ: ໃຫ້ແຕ່ລະໜ່ວຍພັກ ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຂອງຕົນຕາມພາລະບົດບາດ,​ ສິດ, ໜ້າທີ່ ໃນການເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະນໍາກະຊວງ ຢ່າງມີຜົນສໍາເລັດ ໂດຍສະເພາະແມ່ນ ການນໍາເອົາມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ແລະ ແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ, ແຜນວຽກບູລິມະສິດ ຂອງກະຊວງ ມາຈັດຕັ້ງປະຕິບັດ ເປັນແຜນການ, ​ຄາດໝາຍ ແລະ ປະຕິບັດໃຫ້ປະກົດຜົນເປັນຈິງ.
  6. ສຳລັບການປະເມີນໃຫ້ຄະແນນກັນແລະກັນຂອງໜ່ວຍພັກ, ໃຫ້ຄົ້ນຄວ້າລະອຽດຮອບດ້ານ ທຽບຜົນງານຕົວຈິງ, ຈຸດຄົງຄ້າງ ຂອງແຕ່ລະໜ່ວຍພັກ ເພື່ອເປັນບ່ອນອີງໃນການຕີລາຄາ ແລະ ໃຫ້ຄະແນນ
  7. ໃຫ້ ກອງເລຂາ ສືບຕໍ່ປັບປຸງບົດລາຍງານການປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024 ແລະ ທິດທາງປີ 2025 ໃຫ້ສຳເລັດໂດຍໄວ ເພື່ອສະເໜີຜ່ານຄະນະຮັບຜິດຊອບຊີ້ນຳລວມ ແລະ ກອງປະຊຸມຄະນະປະຈຳພັກກະຊວງ ເພື່ອຮັບຮອງ.

 

 

 

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ