ສະຫຼຸບວຽກງານການເງິນ ປະຈຳປີ 2024 ແລະ ທິດທາງ ປະຈຳປີ 2025

26 Dec 2024

ຄລິກແຊຣ໌ 0 Facebook WhatsApp

ກະຊວງການເງິນ ໄດ້ຈັດກອງປະຊຸມສະຫຼຸບວຽກງານການເງິນ ປະຈຳປີ 2024 ແລະ ທິດທາງ ປະຈຳປີ 2025 ຂຶ້ນ, ທີ່ຫໍປະຊຸມແຫ່ງຊາດ, ໂດຍການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງ ການເງິນ, ມີບັນດາການນຳກະຊວງ, ບັນດາການນຳຈາກບັນດາແຂວງ ແລະ ກະຊວງອ້ອມຂ້າງ ແລະ ພະແນກການກ່ຽວຂ້ອງທົ່ວປະເທດເຂົ້າຮ່ວມ. ພາຍໃຕ້ຫົວຂໍ້: ເພື່ອບັນລຸເປົ້າໝາຍ “ລາຍຮັບພາຍໃນ ກຸ້ມລາຍຈ່າຍພາຍໃນ, ມີສ່ວນສະສົມໄວ້ ແລະ ບຸກທະລຸ ການຄຸ້ມຄອງງົບປະມານແຫ່ງລັດ ເປັນທັນສະໄໝ ລວມສູນ”.


ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງ ການເງິນ ໄດ້ກ່າວບາງຕອນວ່າ: ອັນທີ່ພົ້ນເດັ່ນໃນໄລຍະຜ່ານມາ ແມ່ນການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ໂດຍສະເພາະແມ່ນການອັດຊ່ອງວ່າງການຮົ່ວໄຫຼງົບປະມານແຫ່ງລັດ, ການສືບຕໍ່ຕັ້ງໜ້າປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟຸ່ມເຟືອຍ ເຂົ້າສູ່ລວງເລິກ, ສາມາດປະຕິບັດແຜນງົບປະມານແຫ່ງລັດປີ 2024 ໄດ້ລື່ນແຜນການທີ່ສະພາແຫ່ງຊາດຮັບຮອງ, ເຊິ່ງຕົວເລກ ຮອດປະຈຸບັນ (ວັນທີ 24 ທັນວາ 2024) ການຈັດເກັບລາຍຮັບປະຕິບັດໄດ້ 116% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 41%, ໃນນັ້ນ: ລາຍຮັບພາຍໃນ ປະຕິບັດໄດ້ 122% ຂອງແຜນການປີ, ເຊິ່ງສາມາດຕີລາຄາໄດ້ວ່າ ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ສາມາດຈັດເກັບໄດ້ເກີນແຜນ ໄດ້ເຖິງ 4 ປີຕໍ່ເນື່ອງນັບແຕ່ປີ 2021 ເປັນຕົ້ນມາ ແລະ ເປັນປີທີ 02 ທີ່ທຸກແຂວງໄດ້ເກີນແຜນ; ດ້ານລາຍຈ່າຍ ສາມາດຊໍາລະໄດ້ຕາມພັນທະສັນຍາໜີ້ສິນທີ່ຕ້ອງຊໍາລະ ແລະ ບໍ່ຕົກຢູ່ໃນປະເທດທີ່ບໍ່ສາມາດຊໍາລະໜີ້ສິນໄດ້.


ທ່ານກ່າວຕື່ມວ່າ: ຄຽງຄູ່ກັບ ກັບຜົນສໍາເລັດດັ່ງກ່າວມານັ້ນ, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຍັງຢູ່ໃນໄລຍະທີ່ເສດຖະກິດໂລກ ຍັງປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານຢ່າງຫຼີກລຽງໄດ້ຍາກ ໂດຍສະເພາະ ອັດຕາເງິນເຟີ້ຍັງສູງ, ລາຄາພະລັງງານ ແລະ ທອງຄໍາ ຜັນຜວນ ແລະ ການຫວ່າງງານມີແນວໂນ້ມເພີ່ມຂຶ້ນ. ຕິດພັນກັບ ການປະຕິບັດແຜນງົບປະມານແຫ່ງລັດ ກໍເຫັນວ່າຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຫຼາຍດ້ານສົມຄວນ ທີ່ພວກເຮົາຕ້ອງສຸມໃສ່ແກ້ໄຂຢ່າງຈິງຈັງ ເພື່ອສ້າງທ່າຫັນປ່ຽນໃໝ່ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເປັນຕົ້ນແມ່ນ ການສືບຕໍ່ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ບັນຫາໜີ້ສິນສາທາລະນະທີ່ສະສົມ ແກ່ຍາວມາດົນນານ, ການຈັດເກັບລາຍຮັບເຂົ້າງົບປະມານ ບາງຖານລາຍຮັບຍັງບໍ່ທັນຍືນຍົງ, ລາຍຮັບເກີນແຜນທີ່ຈັດຕັ້ງປະຕິບັດໄດ້ຍັງບໍ່ທັນສ່ອງແສງເປັນລາຍຮັບທີ່ໝັ້ນຄົງ, ຖານລາຍຮັບແບບຍືນຍົງທີ່ມີຢູ່ ຍັງບໍ່ສາມາດເກັບໄດ້ຄົບຖ້ວນ, ການປະສານງານແລກປ່ຽນຂໍ້ມູນຂ່າວສານ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນເລິກເຊິ່ງ ແລະ ກົມກຽວ, ການພັດທະນາການເງິນແຫ່ງລັດເປັນທັນສະໄໝ ລວມສູນ ຍັງບໍ່ທັນໄດ້ດີເທົ່າທີ່ຄວນ, ການປະຕິຮູບລັດວິສາຫະກິດຍັງມີສິ່ງທ້າທາຍສູງ.


ບັນຫາ ແລະ ສິ່ງທ້າທາຍດັ່ງກ່າວນັ້ນ ພວກເຮົາຈະຕ້ອງໄດ້ສືບຕໍ່ແກ້ໄຂໃຫ້ສໍາເລັດ ບົນພື້ນຖານ 3 ຫຼັກການ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ (ເຂັ້ມງວດ-ເດັດຂາດ, ໂປ່ງໃສ ແລະ ມີວິທະຍາສາດ), ຕ້ອງຮັບຮູ້ ແລະ ເຫັນໄດ້ຈຸດອ່ອນຂໍ້ຄົງຄ້າງ ທີ່ພວກເຮົາຍັງມີ ແລະ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກດັ່ງກ່າວ ເພື່ອແກ້ໄຂບັນຫາໃຫ້ທັນສະພາບການ ແລະ ສອດຄ່ອງກັບສະພາບຄວາມເປັນຈິງທາງດ້ານເສດຖະກິດໃນປັດຈຸບັນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ