ກອງປະຊຸມສະຫຼຸບວຽກງານ ແຜນການ ແລະ ການລົງທຶນ ທົ່ວປະເທດ ປະຈຳປີ 2024 ໄດ້ໄຂຂຶ້ນ ໃນວັນທີ 26 ທັນວາ 2024 ທີ່ຫໍປະຊຸມແຫ່ງຊາດ. ໂດຍເປັນປະທານຂອງ ທ່ານ ເພັດ ພົມພີພັກ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ມີບັນດາທ່ານ ຄະນະນໍາກະຊວງ, ລັດຖະມົນຕີ, ຮອງລັດຖະມົນຕີ, ຮອງປະທານອົງການທຽບເທົ່າ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຫົວໜ້າພະແນກແຜນການ ແລະ ການລົງທຶນ ທົ່ວປະເທດ ພ້ອມດວ້ຍພະນັກງານຫຼັກແຫຼ່ງຂອງຂະແໜງ ແຜນການ ແລະ ການລົງທຶນ ເຂົ້າຮ່ວມ.
ທ່ານ ເພັດ ພົມພີພັກ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ໄດ້ກ່າວບາງຕອນວ່າ: ຈຸດປະສົງ ຂອງກອງປະຊຸມວຽກງານແຜນການ ແລະ ການລົງທຶນ ປະຈຳປີ 2024 ຈະໄດ້ລົງເລິກການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການລົງທຶນ ປະຈໍາປີ 2024 ແລະ ກໍານົດທິດທາງແຜນການ ປີ 2025 ໂດຍຍົກໃຫ້ເຫັນສະຫຼຸບຕີລາຄາຈຸດດີ, ຜົນງານ ກໍ່ຄືຈຸດອ່ອນຂໍ້ຄົງຄ້າງທີ່ພົ້ນເດັ່ນ, ເຫັນສາເຫດຕ່າງໆ ແລະບົດຮຽນຖອດຖອນໄດ້, ກອງປະຊຸມຈະຍັງໄດ້ຮັບຟັງ ການສະຫຼຸບຕີລາຄາໂດຍຫຍໍ້ການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການລົງທຶນ ຮອບດ້ານ ໄລຍະໜຶ່ງປີຜ່ານມາ ແລະ ທິດທາງແຜນການ ປີ 2024 ການນໍາສະເໜີ ບາງບັນຫາທີ່ຕິດພັນກັບການຄຸ້ມຄອງໂຄງການລົງທຶນຂອງລັດ, ສະພາບການຈັດຕັ້ງປະຕິບັດ ວຽກງານປະເມີນຜົນໂຄງການລົງທຶນຂອງລັດ ປີ 2024 ແລະທິດທາງແຜນການ ປີ 2025 ແລະ ສະພາບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ຊກພ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025.
ທ່ານກ່າວຕື່ມວ່າ: ນອກນີ້ນໍາສະເໜີບາງເນື້ອສຳຄັນໃນກົດໝາຍ ຂອງການປັບປຸງກົດໝາຍວ່າດ້ວຍການສົ່ງ ເສີມການລົງທຶນ ແລະ ການປັບປຸງກົນໄກໃນການພິຈາລະນາອະນຸມັດໂຄງການລົງທຶນ ໃນບັນຊີກິດຈະການສຳປະທານ ແລະກິດຈະການຄວບຄຸມໃຫ້ມີຄວາມວອງໄວ ແລະ ຮັດກຸມ ພ້ອມທັງລາຍງານສະພາບການຈັດຕັ້ງປະຕິບັດວຽກງານສົ່ງເສີມການລົງທຶນ ແລະ ການຄຸ້ມຄອງ ໃນການພັດທະນາເຂດເສດຖະກິດພິເສດ ຢູ່ ສປປລາວ ປະ ຈຳປີ 2024 ແລະ ທິດທາງແຜນການ ປີ 2025; ນຳສະເໜີການຍົກສູງບົດບາດ ແລະ ການປະສານງານໃນລະບົບສະຖິຕິແຫ່ງຊາດ ຕໍ່ການຜະລິດຂໍ້ມູນສະຖິຕິ ແລະ ຕົວຊີ້ບອກ ເພື່ອວາງນະໂຍ ບາຍ, ຕິດຕາມ ແລະ ປະເມີນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດປະຈໍາປີ; ຮັບຟັງການລາຍງານສະພາບວຽກງານພົ້ນເດັ່ນຂອງການຮ່ວມມືລາວ-ຫວຽດນາມ, ລາວ-ຈີນ ປະຈຳປີ 2024 ແລະ ທິດທາງປີ 2025; ຮັບຟັງການລາຍງານການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ-ກໍ່ສ້າງພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງ ຂະແໜງແຜນການ ແລະ ການລົງທຶນ.