ລາວ-ອົດສະຕຣາລີ ສົ່ງເສີມການຮ່ວມມືພັດທະນາ ຄຸນນະພາບການສຶກສາທີ່ເໝາະສົມສຳລັບຄົນພິການ

0
97

ເພື່ອເປັນການລະນຶກເຖິງວັນຄົນພິການສາກົນ, ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໄດ້ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດພິທີຂຶ້ນໃນວັນທີ 18 ທັນວາ ທີ່ຜ່ານມາ ເພື່ອສະແດງໃຫ້ເຫັນເຫັນເຖິງຜົນສຳເລັດຂອງການຮ່ວມມືໃນຂະແໜງການສຶກສາ ຂອງ ສປປ ລາວ.

ທ່ານ ປອ. ສໍາລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເບັນນິຕາ ຊຳເມີວິວ, ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ຮ່ວມເປັນປະທານໃນວາລະພິທີດັ່ງກ່າວ. ໃນພິທີມີຜູ້ເຂົ້າຮ່ວມຕາງໜ້າຈາກບັນດາກົມຂອງກະຊວງສຶກສາທິການ ແລະ ກິລາ, ກະຊວງອ້ອມຂ້າງ, ອົງການຈັດຕັ້ງຄົນເພື່ອຄົນພິການພິການ (OPDs), ຄູ່ຮ່ວມພັດທະນາ ແລະ ອົງການບັນດາອົງການຈັດຕັ້ງສາກົນຕ່າງໆ ລວມປະມານ 75 ທ່ານ. ໃນວາລະງານໄດ້ຈັດການຝຶກອົບຮົມສອງວັນໃນຫົວຂໍ້ “ຄວາມເຂົ້າໃຈພື້ນຖານກ່ຽວກັບຄວາມພິການ”.

ທ່ານ ປອ. ສໍາລານ ໄດ້ກ່າວວ່າ: “ຂ້າພະເຈົ້າຢາກຍົກໃຫ້ເຫັນເຖິງຄວາມສຳຄັນຂອງການປະສານງານ ແລະ ການຮ່ວມມື ເພື່ອບັນລຸເປົ້າໝາຍ ແລະ ຍຸດທະສາດການສຶກສາຮຽນຮ່ວມຮອດປີ 2030 ຂອງ ກະຊວງສຶກສາທິການ ແລະ ກິລາ. ການຈັດກິດຈະກຳໃນມື້ນີ້ ມີຈຸດປະສົງເພື່ອຮັດແໜ້ນການຮ່ວມມືລະຫວ່າງບັນດາພາກສ່ວນຂອງ ຂະແໜງການສຶກສາ ແລະ ບັນດາຜູ້ມີສ່ວນຮ່ວມທີ່ສຳຄັນ ເພື່ອພັດທະນາການສຶກສາຮຽນຮ່ວມໃນ ສປປ ລາວ ໃຫ້ມີຄວາມກ້າວໜ້າ. ຊຶ່ງ ທ່ານ ລມຕ ຍັງໄດ້ເນັ້ນວ່າ ໃນຕອນທ້າຍຂອງຄັ້ງນີ້ ພວກເຮົາຈະໄດ້ຮັບຄຳໝັ້ນສັນຍາຈາກຜູ້ເຂົ້າຮ່ວມທັງໝົດ ເພື່ອຊ່ວຍກັນລົບລ້າງບັນດາອຸປະສັກ ແລະ ສົ່ງເສີມການເຂົ້າເຖິງການສຶກສາທີ່ມີຄຸນນະພາບຢ່າງເທົ່າທຽມກັນສຳລັບຄົນພິການ ທີ່ຢູ່ ສປປ ລາວ”.

ທ່ານ ນາງ ເບັນນິຕາ ຊຳເມີວິວ ໄດ້ກ່າວຕື່ມວ່າ: “ການສົ່ງເສີມສິດຂອງຄົນພິການ ແມ່ນສະທ້ອນເຖິງ ນະໂຍບາຍຂອງລັດຖະບານອົດສະຕາລີ ທີ່ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານດັ່ງກ່າວ, ຍຸດທະສາດຄວາມສະເໝີພາບດ້ານຄວາມພິການ ແລະ ສິດທິສາກົນສະບັບໃໝ່ຂອງອົດສະຕຣາລີໄດ້ເລີ່ມຈັດຕັ້ງປະຕິບັດໃນວັນທີ 28 ພະຈິກ 2024, ເຊິ່ງເປັນການຫັນປ່ຽນຈຸດສຸມຂອງພວກເຮົາຈາກການລວມເອົາຄວາມພິການໄປສູ່ຄວາມສະເໝີພາບຂອງຄວາມພິການ ແລະ ສິດທິ, ວາງແນວທາງການຮ່ວມມືກັບຄົນພິການເປັນຈຸດໃຈກາງຂອງການຮ່ວມມືລະດັບສາກົນ”.

ທ່ານ ນາງ ເບັນນິຕາ ຊຳເມີວິວ ໄດ້ກ່າວອີກວ່າວ່າ: “ຄູເປັນກຸນແຈໃນການເຮັດໃຫ້ຫ້ອງຮຽນທີ່ມີການສຶກສາຮຽນຮ່ວມ. ເພື່ອຮັບປະກັນໃຫ້ນັກຮຽນທຸກຄົນສາມາດເຕີບໃຫຍ່, ລັດຖະບານອົດສະຕຣາລີ ຈະສະໜັບສະໜູນ ສສກ ແລະ ຄູ່ຮ່ວມພັດທະນາ ໂດຍໃຫ້ບູລິມະສິດເພື່ອສະໜອງເຄື່ອງມື, ສື່ການຮຽນການສອນ ແລະ ການຝຶກອົບຮົມທີ່ຈຳ ໃຫ້ແກ່ຄູ ເພື່ອສະໜັບສະໜູນນັກຮຽນພິການຢ່າງມີປະສິດທິພາບ. ໃນນີ້ຍັງລວມມີ ການເຊື່ອມໂຍງບົດຮຽນຫຼັກສູດຄູໃນວິທະຍາໄລຄູ ໃຫ້ລວມເອົາການສຶກສາຮຽນຮ່ວມ ແລະ ຫຼັກສູດສຳລັບຄູປະຈຳການ”.

ຜ່ານການເຄື່ອນໄຫວໃນຫຼາຍກິດຈະກຳ, ວາລະງານຄັ້ງນີ້ໄດ້ນຳເອົາຫົວຂໍ້ຂອງວັນຄົນພິການສາກົນ ປີ 2024 ຄື: “ເພີ່ມທະວີຄວາມເປັນຜູ້ນຳຂອງຜູ້ທີ່ມີຄວາມເປັນພິການ ເພື່ອອະນາຄົດທີ່ມີການລວມເອົາພວກເຂົາ ແລະ ອະນາຄົດທີ່ຢືນຢົງ”. ພິທີໄດ້ເລີ່ມຕົ້ນດ້ວຍການສະແດງຟ້ອນທີ່ມ່ວນຊື່ນໂດຍນັກຮຽນຈາກ ສູນມືແຫ່ງຄວາມຫວັງ ທີ່ໄດ້ຫ້ອງເພັງຊາດລາວເປັນພາສາມື ໃນຂະນະທີ່ນັກຮຽນຈາກໂຮງຮຽນຄົນຕາບອດໄດ້ຫຼິ້ນດົນຕີ ແລະ ຮ້ອງເພງ.

ຜູ້ເຂົ້າຮ່ວມໄດ້ຮັບແຮງບັນດານໃຈຈາກຮັບຟັງຕົວຢ່າງຕ່າງ ກ່ຽວກັບການນໍາພາໂດຍຄົນພິການ ທີ່ບອກເລົ່າໂດຍຜູ້ຕາງໜ້າຈາກ ສສກ ແລະ ບັນດາການຈັດຕັ້ງຂອງຄົນພິການໃນ ສປປ ລາວ. ບັນດາຜູ້ຕາງໜ້າຈາກວາລະສົນທະນາ ໄດ້ຍົກໃຫ້ເຫັນເຖິງ ສຽງ ແລະ ການເປັນຜູ້ນຳ ຂອງຄົນພິການ ໂດຍຜ່ານການສົນທະນາກ່ຽວກັບຍຸດທະສາດເພື່ອຊ່ວຍໃຫ້ຄູພັດທະນາທັກສະການສອນທີ່ເຂົ້າໃຈຄົນພິການ ແລະ ຄົນປົກກະຕິສາມາດຮຽນຮ່ວມກັນໄດ້ ແລະ ວິທີຮັບປະກັນໃຫ້ໂຮງຮຽນເປັນບ່ອນປອດໄພສຳລັບຄົນພິການ.

ຫຼັງຈາກຈົບວາລະພິທີເປີດ, ທີມງານຄູຝຶກວຽກງານສົ່ງເສີມຄວາມສະເໝີພາບຍິງ-ຊາຍຈຳນວນ 35 ທ່ານ ແລະ ທີມງານຜູ້ປະສານງານຫຼັກຈາກ 3 ວິທະຍາໄລຄູເປົ້າໝາຍ (ຫຼວງນ້ຳທາ, ຄັງໄຂ ແລະ ສະຫວັນນະເຂດ) ສືບຕໍ່ເຂົ້າຮ່ວມຊຸດຝຶກອົບຮົມ “ພື້ນຖານຄວາມເຂົ້າໃຈກ່ຽວກັບຄວາມພິການ” ເປັນເວລາ 2 ວັນ. ການຝຶກອົບຮົມໄດ້ນຳພາໂດຍທີມງານທີ່ມີປະສົບການຈາກ ສູນສົ່ງເສີມການສຶກສາຮຽນຮ່ວມ, ພະແນກສົ່ງເສີມຄວາມກ້າວຫນ້າຂອງແມ່ຍິງ ແລະ ບັນດາການຈັດຕັ້ງຂອງຄົນພິການໃນ ສປປ ລາວ. ຄູຝຶກໄດ້ອະທິບາຍເຖິງ ວິທີການກໍານົດປະເພດຂອງຄວາມພິການທີ່ແຕກຕ່າງກັນ ແລະ ວິທີການສະຫນັບສະຫນູນນັກຮຽນ. ຄາດໝາຍຂອງການຝຶກອົບຮົມແມ່ນເພື່ອສ້າງຄຳແນະນໍາສໍາລັບຄູທີ່ຈະຊ່ວຍໃຫ້ເຂົາເຈົ້າດັດປັບການປະຕິບັດທີ່ເຫມາະສົມກັບນັກຮຽນຂອງເຂົາເຈົ້າທີ່ມີຄວາມຕ້ອງການພິເສດ.

ທ່ານ ນາງ ເບັນນິຕາ ຊຳເມີວິວ ໄດ້ສະຫຼຸບໃນຕອນທ້າຍວ່າ: “ລັດຖະບານອົດສະຕຣາລີ ໃຫ້ຄຳໝັ້ນສັນຍາຈະສະໜັບສະໜູນກະຊວງສຶກສາ ເພື່ອລຶບລ້າງສິ່ງອຸປະສັກດ້ານການສຶກສາ. ການສ້າງຈິດສໍານຶກກ່ຽວກັບອຸປະສັກທີ່ນັກຮຽນພິການປະເຊີນ ແລະ ສະໜອງຍຸດທະສາດທີ່ຊັດເຈນ ເພື່ອແກ້ໄຂສິ່ງທ້າທາຍເຫຼົ່ານີ້ແມ່ນວຽກງານສໍາຄັນ. ຂໍຂອບໃຈ ມາຍັງຜູ້ບໍລິຫານການສຶກສາ, ຄູ, ຜູ້ອຳນວຍການໂຮງຮຽນ, ແລະ ສະມາຊິກໃນຊຸມຊົນທຸກທ່ານ ທີ່ຈະຊ່ວຍກັນຍົກສູງ ການຊ່ວຍກັນລະບຸ ແລະ ລົບລ້າງອຸປະສັກທາງດ້ານຮ່າງກາຍ, ທັດສະນະຄະຕິ, ແລະ ການສື່ສານທີ່ກີດຂວາງການຮຽນຮູ້ສໍາລັບນັກຮຽນທີ່ມີຄວາມຕ້ອງການທີ່ແຕກຕ່າງກັນ”.

ແຜນງານບີຄວາ ແມ່ນແຜນງານທີ່ນຳພາໂດຍກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID). ແຜນງານໄດ້ສຸມໃສ່ການເສີມຂະຫຍາຍຜົນການຮຽນຂອງໄວໜຸ່ມຂອງປະເທດ, ໂດຍສະເພາະແມ່ນຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ ແລະ ຜູ້ທີ່ດ້ອຍໂອກາດ. ແຜນງານບີຄວາ ຍັງຈະສືບຕໍ່ສຸມໃສ່ການຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສົ່ງເສີມການສຶກສາຮຽນຮ່ວມເຂົ້າໃນທຸກໆກິດຈະກໍາ.

LEAVE A REPLY

Please enter your comment!
Please enter your name here