ການນຳ ແລະ ມວນຊົນຊາວແຂວງອັດຕະປື ຈັດພິທີຕ້ອນຮັບຂະບວນທັບນັກກິລາ ສູ່ເມືອງຢ່າງສົມກຽດ

0
88

ການນຳ ແລະ ມວນຊົນຊາວແຂວງອັດຕະປື ໄດ້ຈັດພິທີຕອ້ນຮັບຂະບວນທັບນັກກິລາຂອງແຂວງ ເຂົ້າສູ່ເທດສະບານເມືອງສາມັກຄີໄຊ ຢ່າງສົມກຽດ ຫຼັງສໍາເລັດການເຮັດໜ້າທີ່ຂອງນັກກິລາຕົວຂອງຊາວແຂວງອັດຕະປື ຢ່າງເຕັມທີ່ດ້ວຍນໍ້າໃຈສາຍເລືອດນັກກິລາອັດຕະປື ຢ່າງເຕັມ 100% ແລະ ຄວ້າໄຊຊະນະທີ່ຍິ່ງໃຫຍ່ ຢ່າງຂາວສະອາດ ມີກຽດ ແລະ ສັກສີຢ່າງແທ້ຈິງ ດ້ວຍຜົນງານ 4 ຫຼຽນຄໍາ, 5 ຫຼຽນເງິນ ແລະ 7 ຫຼຽນທອງ ລວມ 16 ຫຼຽນ ຈັດຢູ່ໃນອັນດັບທີ 11 ຂອງຕາຕະລາງສະຫຼຸບຫຼຽນການແຂ່ງຂັນ.

ພິທີຕ້ອນຮັບທັບນັກກິລາຄັ້ງນີ້ ໄດ້ມີຂື້ນ ໃນເວລາ 10:30 ໂມງ ຂອງວັນທີ 23 ທັນວາ 2024 ນີ້ ໂດຍແມ່ນພະແນກສຶກສາທິການ ແລະ ກິລາແຂວງ ໄດ້ເປັນຜູ້ຮັບຜິດຊອບດ້ານພິທີການ ຕາມການມອບໝາຍຂອງທ່ານເຈົ້າແຂວງ, ການຕ້ອນຮັບທັບນັກກິລາ ເຂົ້າສູ່ເທດສະບານເມືອງ ໄດ້ມີການຈັດຂະບວນກ້ອນກໍາລັງຈາກຫຼາຍພາກສ່ວນ, ມີຂະບວນແຫ່ ແລະ ຂະບວນຢືນຂ້າງທາງຊູທຸງ ຕົບມືໃຫ້ການຕ້ອນຮັບຢ່າງຄຶກຄື້ນ ຈຸດເລີ່ມແຕ່ ປະຕູເຂົ້າເຂົ້າເທດສະບານແຂວງ ບ້ານທ່າຫີນ ເມືອງສາມັກຄີໄຊ, ໃຫ້ກຽດນໍາພາຂະບວນອອກມາຕ້ອນຮັບ ສໍາຜັດມື ແລະ ແຫ່ເຂົ້າເມືອງ ໂດຍ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື, ທ່ານ ເພັດມີໄຊ ຄໍາພັກດີ ເຈົ້າເມືອງສາມັກຄີໄຊ ພ້ອມຄະນະການນໍາຂັ້ນຂອງແຂວງ, ການແຫ່ຂະບວນທັບນັກກິລາເຂົ້າສູ່ເທດສະບານເມືອງ ແລະ ແຫ່ອ້ອມເທດສະບານເມືອງ ໄດ້ນໍາໃຊ້ ລົດເປີດທາງ ຈາກກໍາລັງ ປກສ ແຂວງ ຕາມຂອບເສັ້ນທາງ ໄດ້ມີກ້ອນກໍາລັງ ຂອງພະນັກງານ, ນັກຮຽນ-ນັກສຶກສາ ຕະຫຼອດຮອດພໍ່ປະຊາຊົນບັນດາເຜົ່າຊາວແຂວງ ອັດຕະປື ອອກມາໃຫ້ການຕ້ອນຮັບຂະບວນລົດຢ່າງຄຶກຄື້ນ.

ຫຼັງຈາກ ແຫ່ຂະບວນທັບນັກກິລາ ອ້ອມເທດສະບານ ແລະ ມາຢຸດທີ່ ອະນຸສາວະລີ ປະທານໄກສອນ ພົມວິຫານ ແລ້ວ ມີກ້ອນກໍາລັງກອງຕຸລິຍາງ ຂອງນ້ອງນ້ອຍເຍົາວະຊົນ ນໍາຂະບວນແຫ່ເດີນເຂົ້າສູ່ພິທີຕ້ອນຮັບ ຢູ່ຫ້ອງປະຊຸມໃຫຍ່ຂອງ ພະແນກສຶກສາທິການ ແລະ ກິລາແຂວງ ໂດຍມີ ທ່ານ ພົທ ວັນທອງ ກອງມະນີ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອັດຕະປື ໃຫ້ກຽດຕ້ອນຮັບ ແລະ ໂອ້ລົມ ພ້ອມມອບເງິນອຸປະຖໍາ ໃນເບື້ອງຕົ້ນ 50 ລ້ານກີບ ໃຫ້ກັບທັບນັກກິລາເຕະບານ ເພື່ອເປັນການຊຸກຍູ້ ສົ່ງເສີມຄະນະຄູຝຶກ ແລະ ນັກກິລາເຕະບານ ທີ່ມຜົນງານອັນຍິ່ງໃຫຍ່ໃນຄັ້ງນີ້, ສ່ວນກິລາປະເພດອື່ນໆ ທີ່ມີຜົນງານ ຈະໄດ້ມີການມອບຕາມຫລັງ
ແລະ ສຳລັບເງິນໂບນັດ ຫຼຽນລາງວັນ ທີ່ນັກກິລາສາມາດຍາດມາໄດ້ນັ້ນ ທ່ານ ພົທ ວັນທອງ ກອງມະນີ ໄດ້ໃຫ້ຮູ້ວ່າ: ຄະນະພັກ-ຄະນະການນໍາ ຈະໄດ້ຄົ້ນຄວ້າກໍານົດນະໂຍບາຍເງິນໂບນັດຫຼຽນແຕ່ລະປະເພດ ແລະ ຈະຈັດພິທີ ການມອບ-ຮັບ ຢ່າງມີກຽດ ແລະ ຍິ່ງໃຫຍ່ ໃນບໍ່ຊ້ານີ້.
ໂດຍ: ພົມວິຫານ ໄຊຊະນະ.

LEAVE A REPLY

Please enter your comment!
Please enter your name here