ກະຊວງການຕ່າງປະເທດ ປະກາດຮອງລັດຖະມົນຕີໃໝ່ 2 ທ່ານ

0
184

ໃນວັນທີ 23 ທັນວາ 2024 ນີ້ ກະຊວງການຕ່າງປະເທດໄດ້ຈັດພິທີປະກາດການຈັດຕັ້ງ ຂອງກະຊວງການຕ່າງປະເທດ ເຊິ່ງທ່ານ ທົງສັກ ກົມມະເມືອງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກຂຶ້ນຜ່ານມະຕິຕົກລົງຂອງເລຂາທິການສູນກາງພັກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງກໍາມະການປະຈໍາພັກກະຊວງການຕ່າງປະເທດ ແລະ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີກະຊວງການຕ່າງປະເທດ 2 ທ່ານຄື ທ່ານ ໄມທອງ ທໍາມະວົງສາ ແລະ ທ່ານ ພົງສະຫວັນ ສີສຸລາດ ເປັນກໍາມະການປະຈໍາພັກກະຊວງ ທັງເປັນຮອງລັດຖະມົນຕີກະຊວງກການຕ່າງປະເທດ.

May be an image of table and dais

ພ້ອມນັ້ນກໍໄດ້ປະກາດການແຕ່ງຕັ້ງຫົວໜ້າກົມ 1 ທ່ານ ຫົວໜ້າພະແນກ 4 ທ່ານ ແລະ ຮອງຫົວໜ້າພະແນກ 7 ທ່ານ.

May be an image of 5 people and text
ໃນໂອກາດນີ້ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຂຶ້ນຜ່ານບົດລາຍງານສະຫຼຸບຕີລາຄາໝາກຜົນຂອງການເຄື່ອນໄຫວວຽກງານການຕ່າງປະເທດປະຈຳປີ 2024 ແລະ ແຜນການຈຸດສຸມສຳລັບປີ 2025 ໃນໂອກາດດຽວກັນທ່ານ ທອງສະຫວັນ ພົມວິຫານ ໄດ້ໃຫ້ກຽດປາຖະກະຖາ 2 ວັນປະຫວັດສາດສໍາຄັນຂອງພັກຂອງຊາດຄື ວັນຊາດທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ພ້ອມທັງໄດ້ມີຄໍາເຫັນໂອ້ລົມ ແລະ ສະແດງຄວາມຊົມເຊີຍຕໍ່ຜົນງານການເຄື່ອນໄຫວໃນໄລຍະຜ່ານມາອີກດ້ວຍ.

May be an image of 5 people, dais and text

ຂ່າວຈາກ: ກະຊວງການຕ່າງປະເທດ

LEAVE A REPLY

Please enter your comment!
Please enter your name here