ການນໍາອອກຕ້ອນຮັບຢ່າງສົມກຽດ ຂະບວນນັກກິລານະຄອນຫຼວງເຈົ້າຫຼຽນຄຳ

24 Dec 2024

ຄລິກແຊຣ໌ 0 Facebook WhatsApp

ໃນວັນທີ 23 ທັນວາ 2024 ທີ່ສວນປະຕູໄຊ ໄດ້ມີພິທີຕ້ອນຮັບຂະບວນກ້ອນກຳລັງນັກກີລານະຄອນຫຼວງວຽງຈັນ  ທີ່ສຳເລັດການເຂົ້າຮ່ວມແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນເປັນເຈົ້າພາບ ແລະໄດ້ເປັນເຈົ້າຫຼຽນຄຳຢ່າງສົມກຽດ ນໍາພາຂະບວນຄະນະຮັບຜິດຊອບ ຄູເຝິກ ແລະ ນັກກິລາໂດຍທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ ອອກຕ້ອນຮັບໂດຍທ່ານ ນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ບັນດາຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ  ຄູອາຈານ ແລະ ນັກຮຽນ.

May be an image of 12 people and text
ທ່ານ ສົມພອນ ສອນດາລາ ໄດ້ກ່າວລາຍງານວ່າ: ນວ ໄດ້ສົ່ງຄະນະຮັບຜິດຊອບ ຄູເຝິກ ແລະ ນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 279 ຄົນ ຍິງ 115 ຄົນ ເຂົ້າຮ່ວມແຂ່ງຂັນ 12 ປະເພດກິລາ ແຂ່ງຂັນວັນທີ 10-22 ທັນວາ 2024 ໃນໄລຍະແຂ່ງຂັນນັກກິລາໄດ້ເອົາໃຈໃສ່ເຝິກຊ້ອມ ແລະ ອະນຸກຳມະການຕ່າງໆເອົາໃຈໃສ່ໃກ້ຊິດຕິດແທດ ອັນໄດ້ເຮັດໃຫ້ສາມາດຍາດໄດ້ຫຼຽນລື່ນຄາດໝາຍທີ່ວາງໄວ້.

May be an image of 2 people, car and text

ເຊິ່ງມັນສະແດງໃຫ້ເຫັນຄາດໝາຍໃຫ້ໄດ້ 25 ຫຼຽນຄຳ ຕົວຈິງໄດ້ 26 ຫຼຽນຄຳ ລື່ນຄາດໝາຍ 1 ຫຽນຄຳ ກີລາດີເດັ່ນແມ່ນແລ່ນລານ ຄາດໝາຍ 5 ຫຼຽນ ຕົວຈິງໄດ້ 8 ຫຼຽນ ກິລາເຕະຄວັນໂດ ຄາດໝາຍ 3 ຫຼຽນຄຳ ຕົວຈິງໄດ້ 7 ຫຼຽນ ເປັນເຈົ້າຫຼຽນຄຳ ໝາກເສິກຄາດໝາຍ 2 ຫຼຽນ ຕົວຈິງໄດ້ 4 ຫຼຽນ ເປັນເຈົ້າຫຼຽນຄຳ ແລະ ເປຕັງຄາດໝາຍ 2 ຫຼຽນ ຕົວຈິງໄດ້ 4 ຫຼຽນ ເປັນເຈົ້າຫຼຽນຄຳ ລວມທັງໝົດໄດ້ 26 ຫຼຽນຄຳ 21 ຫຼຽນເງິນ ແລະ 29 ຫຼຽນທອງ ລວມທັງໝົດ 76 ຫຼຽນ ອັນໄດ້ເຮັດໃຫ້ ນະຄອນຫຼວງ ເປັນເຈົ້າຫຼຽນຄຳ ເຊິ່ງຜົນ ສຳເລັດທີ່ຍາດມາໄດ້ນັ້ນຍ້ອນການຊີ້ນໍາຢ່າງໃຊ້ສິດຈາກຄະນະນໍາ ນວ ຜູ້ປະກອບການປະກອບສ່ວນວັດຖຸປັດໄຈ ຜູ້ປົກຄອງນັກກິລາ ແລະ ຄູອາຈານໃຫ້ກຳລັງໃຈ.

May be an image of 3 people, monument and text
ໂອກາດນີ້ທ່ານ ນາງ ລໍາພອຍ ສີອັກຄະຈັນ ຕາງໜ້າໃຫ້ຄະນະນໍາ ນວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງບັນດາອະນຸກຳມະການ ຄູເຝິກ ແລະ ນັກກິລາທຸກຄົນທີ່ປະຕິບັດໜ້າທີ່ການເມືອງ ມີຜົນສຳເລັດຍາດໄດ້ເປັນເຈົ້າຫຼຽນຄຳຄັ້ງນີ້ ແລະ ຜົນສຳເລັດກໍຍ້ອນຄວາມເອົາໃຈບຸກບືນຫ້າວຫັນ ມີຄວາມຮັບຜິດຊອບສູງ ແລະ ມີຄວາມສາມັກຄີຢ່າງແໜ້ນແຟ້ນ ພ້ອມນັ້ນທ່ານຍັງໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ເຝິກຊ້ອມກິລາແຕ່ລະປະເພດ ກຽມໃສ່ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ ນວ ເປັນເຈົ້າພາບປີ 2025 ພ້ອມກັນຮັກສາມູນເຊື້ອໃຫ້ເປັນເຈົ້າຫຼຽນຄຳອີກຄັ້ງ.

May be an image of 11 people
ທີ່ມາ: ວຽງຈັນໃໝ່

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ