ທະນາຄານອິນໂດຈີນ ຈັດງານລ້ຽງຂອບໃຈລູກຄ້າຊັ້ນໜຶ່ງ ປະຈຳປີ 2024

0
130

ໜຶ່ງໃນກິດຈະກໍາດີໆທີ່ຈັດຂຶ້ນທຸກໆປີ ຂອງທະນາຄານອິນໂດຈິນ ນັ້ນກໍຄື ງານລ້ຽງຂອບໃຈລູກຄ້າ ເຊິ່ງນອກຈາກເປັນການສະແດງຄວາມຮູ້ບຸນຄຸນ ແລ້ວຍັງເປັນການຮັດແໜ້ນຄວາມສໍາພັນທີ່ດີກັບຜູ້ໃຊ້ບໍລິການອີກດ້ວຍ.
ໃນວັນທີ 20 ທັນວາ 2024 ທະນາຄານອິນໂດຈີນ ໄດ້ຈັດງານພົບປະ ແລະ ຂອບໃຈລູກຄ້າ ຂຶ້ນ ໂດຍການເປັນກຽດກ່າວເປີດງານໂດຍ ທ່ານ ເຕ ຮົງ ເຮັງ ປະທານທະນາຄານອິນໂດຈີນ, ເປັນກຽດຈັບສະຫຼາກຊິງລາງວັນຈຳນວນຫຼາຍລາຍການ ໂດຍ ທ່ານນາງ ຈັນເພັງ ວົງສົມບັດ ຜູ້ອຳນວຍການໃຫຍ່ ທະນາຄານອິນໂດຈີນ ແລະ ຈັບສະຫຼາກຜູ້ໂຊກດີລາງວັນພິເສດ ລົດໃຫຍ່ Hyundai CRETA ໂດຍ ທ່ານ ໂອ ເຊ ຢັງ ປະທານສະພາບໍລິຫານ ທະນາຄານອິນໂດຈີນ. ປີນີ້ຜູ້ໂຊກດີ ທີ່ໄດ້ຮັບລາງວັນດັ່ງກ່າວ ແມ່ນ ທ່ານນາງ ສິລິໂສມ ວານິດສະເວດ.


ຈຸດປະສົງຂອງການຈັດງານແມ່ນເພື່ອເປັນການສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ທັງເປັນການສານສາຍສຳພັນລະຫວ່າງທະນາຄານອິນໂດຈີນ ແລະ ລູກຄ້າຊັ້ນໜຶ່ງໃຫ້ແໜ້ນແຟ້ນຂຶ້ນໄປຍິ່ງຂຶ້ນ, ປີນີ້ໄດ້ມີແຂກເຂົ້າຮ່ວມຫຼາຍກວ່າ 1,700 ທ່ານ.
ງານລ້ຽງຂອບໃຈລູກຄ້າຊັ້ນໜຶ່ງ ເປັນງານລ້ຽງທີ່ເປັນສັນຍະລັກຂອງທະນາຄານອິນໂດຈີນທີ່ໄດ້ຈັດຂຶ້ນຢ່າງສະໝ່ຳາສະເໝີ, ດ້ວຍຮູບແບບງານທີ່ເປັນເອກະລັກທີ່ແຕກຕ່າງກັນໄປໃນແຕ່ລະປີ, ງານລ້ຽງໃນປີນີ້ຖືກຕົບແຕ່ງຢ່າງສວຍງາມ ແລະ ພິຖີພິຖັນ ພາຍໃຕ້ຊື່ງານວ່າ “ລາຕຣີວິມານ ແຫ່ງຄວາມສຸກ”


ທ່ານ ເຕ ຮົງ ເຮັງ ປະທານທະນາຄານອິນໂດຈີນ ໄດ້ກ່າວວ່າ: “ໃນຄ່ຳຄືນນີ້ຍັງເປັນສິ່ງພິສູດເຖິງຄວາມສຳພັນອັນແໜ້ນແຟ້ນທີ່ເຮົາສ້າງມາຕະຫຼອດໄລຍະຊຸມປີທີ່ຜ່ານມາ, ພວກເຮົາມີຄວາມປິຕິຍິນດີເປັນຢ່າງຍິ່ງ ເພື່ອສະເຫຼີມສະຫຼອງອີກບາດກ້າວອັນສຳຄັນຂອງທະນາຄານອິນໂດຈີນ ຄົບຮອບ 15 ປີ.


ການຂະຫຍາຍຕົວຂອງພວກເຮົາໄດ້ຂະຫຍາຍໄປສູ່ຂອບເຂດໃຫມ່ເຊັ່ນດຽວກັນ. ປີນີ້, ພວກເຮົາໄດ້ນຳສະເໜີບໍລິສັດອິນໂດຈີນປະກັນໄພ ຫຼື ICI ເພື່ອຮັບໃຊ້ຄວາມຕ້ອງການປະກັນໄພຂອງບັນດາທ່ານ. ICI ໄດ້ເປັນສ່ວນ ໜຶ່ງຂອງຄອບຄົວອິນໂດຈີນໄດ້ຢ່າງຊົງຄຸນນະພາບ. ການຮ່ວມມືນີ້ເຮັດໃຫ້ພວກເຮົາສາມາດສະຫນອງການແກ້ໄຂທາງດ້ານການເງິນ ແລະ ການປະກັນໄພຢ່າງເຕັມຮູບແບບ, ສາມາດປັບແຕ່ງຕາມຄວາມຕ້ອງການສະເພາະສໍາລັບລູກຄ້າ VIP ຂອງພວກເຮົາ, ເພື່ອວາງແຜນທາງດ້ານການເງິນທີ່ປອດໄພ ແລະ ຮອບຄອບຍິ່ງຂຶ້ນ.


ທ່ານ ກ່າວອີກວ່າ: ທີ່ທະນາຄານອິນໂດຈີນ ເຮົາພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການສະໜັບສະໜຸນແຮງງານລາວທີ່ໄປເຮັດວຽກທີ່ປະເທດເກົາຫຼີໃຕ້ ໂດຍການສະຫນອງຮູບແບບເງິນກູ້ ແລະ ການບໍລິການໂອນເງິນທີ່ລົງໂຕສຳລັບແຮງງານດັ່ງກ່າວ ຊຶ່ງເຮົາໄດ້ເຮັດວຽກຢ່າງໃກ້ຊິດກັບກະຊວງແຮງງານ, ການລິເລີ່ມນີ້ແມ່ນພຽງແຕ່ຕົວຢ່າງຫນຶ່ງ ຂອງຄໍາຫມັ້ນສັນຍາຂອງພວກເຮົາ ເພື່ອປັບປຸງຊີວິດ ແລະ ສ້າງໂອກາດທີ່ຫຼາກຫຼາຍໃຫ້ແກ່ຊຸມຊົນ.”


ພາຍໃນງານລ້ຽງໄດ້ດຳເນີນໄປຢ່າງອົບອຸ່ນ ແລະ ຖືກຕ້ອນຮັບຈາກຄະນະຜູ້ບໍລິຫານ ແລະ ພະນັກງານຈາກທະນາຄານອິນໂດຈີນຢ່າງພ້ອມພຽງ ພ້ອມທັງໄດ້ຮັບຊົມການສະແດງສຸດພິເສດ ຈາກສິລະປິນພາຍໃນ ແລະ ຕ່າງປະເທດ. ພ້ອມດຽວກັນນີ້ ທະນາຄານອິນໂດຈີນ ຂໍອວຍພອນໄຊໃຫ້ລູກຄ້າທຸກທ່ານ ມີພາລະນາໄມທີ່ສົມບູນ ມີຄວາມສຸກ ຄວາມຈະເລີນ ແລະ ສຸກສົມຫວັງໃນປີໃຫມ່ 2025 ທີ່ຈະມາເຖິງນີ້ດ້ວຍ.

LEAVE A REPLY

Please enter your comment!
Please enter your name here