ສໍາມະນາ ກ່ຽວກັບຊັບສິນທາງປັນຍາ ໃນຫົວຂໍ້: “ຄວາມຄິດວັນນີ້ ເປັນຊັບສິນມື້ອື່ນ”

24 Dec 2024

ຄລິກແຊຣ໌ 0 Facebook WhatsApp

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດກອງປະຊຸມສໍາມະນາ ກ່ຽວກັບຊັບສິນທາງປັນຍາໃນຫົວຂໍ້: “ຄວາມຄິດວັນນີ້ ເປັນຊັບສິນມື້ອື່ນ” ໃນວັນທີ 20 ທັນວາ 2024 ທີ່ ໂຮງແຮມສຸພັດຕາ ເຂົ້າຮ່ວມໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຄ, ມີທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ, ມີທ່ານ ນາງ ສີອານົງ ພົມກອງ, ຜູ້ຈັດການໂຄງການ RT4D ປະຈໍາ ສປປ ລາວ ມີຜູ້ຕາງໜ້າຈາກພະແນກ ອຄ ແຂວງຫຼວງພະບາງ, ຜູ້ປະກອບການທຸລະກິດຍິງ ທີ່ເຂົ້າຮ່ວມໂຄງການເຂົ້າຮ່ວມ.

ຈຸດປະສົງ ເພື່ອແລກປ່ຽນຄວາມຮູ້ ແລະ ປະສົບການ ໃຫ້ແກ່ຜູ້ປະກອບການ ແລະ ຜູ້ທີ່ເຂົ້າຮ່ວມສໍາມະນາ, ພ້ອມດຽວກັນນັ້ນ ຜູ້ປະກອບການ ນັກທຸລະກິດຍິງ ຈໍານວນ 13 ທ່ານ, ກໍໄດ້ມີການນໍາສະເໜີຜົນງານ ຫຼັງຈາກໄດ້ເຂົ້າຮ່ວມໂຄງການ RT4D ເພື່ອເປັນການແລກປ່ຽນປະສົບການ, ຜົນປະໂຫຍດການນຳໃຊ້ຊັບສິນທາງປັນຍາ ໃນການເພີ່ມມູນຄ່າ, ການຊອກຫາຕະຫຼາດພາຍໃນ ແລະ ຕ່າງປະເທດ, ພ້ອມທັງເປັນການແບ່ງປັນ ຄວາມຮູ້ ແລະ ປະສົບການ ທີ່ສາມາດນຳໄປຜັນຂະຫຍາຍ ແລະ ພັດທະນາສິນຄ້າຂອງຕົນໃຫ້ດີຂື້ນເທື່ອລະກ້າວ. ງານນີ້ໄດ້ສະແດງໃຫ້ເຫັນເຖິງຜົນສຳເລັດອີກດ້ານໜຶ່ງຂອງໂຄງການ ທີ່ຊ່ວຍເຫຼືອບັນດາຜູ້ປະກອບການໃນການສ້າງເຄື່ອງໝາຍການຄ້າ, ພັດທະນາຜະລິດຕະພັນສິນຄ້າໄດ້ຢ່າງສວຍງາມ ແລະ ໜ້າປະທັບໃຈເປັນຢ່າງຍິ່ງ.

ທ່ານ ນາງ ສີອານົງ ພົມກອງ ກ່າວວ່າ: ຈຸດປະສົງຂອງໂຄງການ ແມ່ນເລັ່ງສ້າງຄວາມຮັບຮູ້ດ້ານຊັບສິນທາງປັນຍາ, ຄວາມສຳຄັນຂອງເຄື່ອງໝາຍການຄ້າ ແລະ ແບບອຸດສາຫະກຳ ໃຫ້ຜູ້ແກ່ປະກອບການທີ່ເຂົ້າຮ່ວມໂຄງການຊາບ. ໂດຍ “ເລັ່ງລັດເສີມສ້າງຄວາມຮູ້ດ້ານຊັບສິນທາງປັນຍາ ໃຫ້ຜູ້ປະກອບການຍິງ” ໂຄງການໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນພະຈິກ ປີ 2023, ໂດຍໄດ້ມີການຄັດເລືອກເອົາຜູ້ປະກອບການຍິງຈາກ 18 ແຂວງໃນທົ່ວປະເທດ, ແຂວງລະ 1 ບໍລິສັດ, ເຂົ້າຮ່ວມ. ມາຮອດທ້າຍປີ 2024, ຊຶ່ງແມ່ນໄລຍະສຸດທ້າຍຂອງໂຄງການ, ມີ 14 ບໍລິສັດ ໄດ້ຮັບການຊ່ວຍເຫຼືອຈາກຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ເພື່ອປັບປຸງເຄື່ອງໝາຍການຄ້າຈົນສຳເລັດ ພ້ອມທັງໄດ້ຍື່ນໃບສະໝັກຂໍຂຶ້ນທະບຽນປົກປ້ອງ ນຳກົມຊັບສິນທາງປັນຍາເປັນທີ່ຮຽບຮ້ອຍແລ້ວ.

ໂດຍໄດ້ຮັບການສະໜັບສະໜູນຈາກ ໂຄງການການຄ້າລະດັບພາກພື້ນເພື່ອການພັດທະນາ ຊຶ່ງແມ່ນອົງການລະດັບພາກພື້ນທີ່ໄດ້ຮັບທຶນຊ່ວຍເຫຼືອຈາກ ລັດຖະບານອົດສະຕຣາລີ ແລະ ນິວຊີແລນ ເພື່ອຊ່ວຍບັນດາປະເທດສະມາຊິກອາຊຽນ ໃນການຈັດຕັ້ງປະຕິບັດ ສັນຍາເຂດການຄ້າເສລີ ອາຊຽນ-ອົດສະຕຣາລີ-ນິວຊີແລນ (ASEAN – Australia – New Zealand Free Trade Area agreement – AANZFTA) ແລະ ສັນຍາການຮ່ວມມືເສດຖະກິດຂົງເຂດແບບຮອບດ້ານ Regional Comprehensive Economic Partnership (RCEP).

 

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ