ສະເໜີຮ່າງຂໍ້ຕົກລົງ ເຈົ້າຄອງ ນະຄອນຫຼວງວຽງຈັນ ວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ

0
85

ທ່ານ ສາລະພິດ ສູນວໍລະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນວ ໄດ້ຂຶ້ນນໍາສະເໜີ ຮ່າງຂໍ້ຕົກລົງ ເຈົ້າຄອງ ນະຄອນຫຼວງວຽງຈັນ ວ່າດ້ວຍກອງທຶນຄຸ້ມຄອງໄພພິບັດນະຄອນຫຼວງວຽງຈັນ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນຊຸດທີ II ໃນວັນທີ 24 ທັນວາ 2024.

ທ່ານ ສາລະພິດ ສູນວໍລະວົງ  ກ່າວວ່າ: ເຫດຜົນ ແລະ ຄວາມຈໍາເປັນ ເພື່ອຈັດຕັ້ງຜັນຂະຫຍາຍກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ ສະບັບເລກທີ /71 ສພຊລົງວັນທີ24 ມິຖຸນາ 2019; ດຳລັດວ່າດ້ວຍ ກອງທຶນຄຸ້ມຄອງໄພພິບັດ ສະບັບເລກທີ 631/ລບ, ລົງວັນທີ 24ທັນວາ 2020 ແລະ ເພື່ອໃຫ້ມີນິຕິກຳທີ່ເປັນບ່ອນອີງໃນການຈັດຕັ້ງປະຕິບັດ ວຽກງານປ້ອງກັນ ແລະຄຸ້ມຄອງໄພພິບັດ,ຮັບປະກັນ ໃຫ້ມີງົບປະມານຮັບໃຊ້ເຂົ້າໃນການປ້ອງກັນ ແລະ ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ,ການປະຕິບັດວຽກງານສຸກເສີນ ເພື່ອໃຫ້ການຊ່ວຍເຫຼືອບັນເທົາທຸກແກ່ຜູ້ປະສົບ,ໄພພິບັດ ການປັບປຸງຊີວິດການເປັນຢູ່,ຂອງປະຊາຊົນຜູ້ໄດ້ຮັບຜົນກະທົບໃຫ້ກັບຄືນເຂົ້າສູ່ສະພາບປົກກະຕິໂດຍໄວເປັນຕົ້ນ ການຊ່ວຍເຫຼືອສຸກເສີນດ້ານທີ່ຢູ່ອາໄສຊົ່ວຄາວ ນໍ້າໃຊ້, ນໍ້າດື່ມ ອາຫານ, ເຄື່ອງນຸ່ງຫົ່ມ,  ການບໍລິການແພດສຸກເສີນ, ການສ້າງຕັ້ງສູນບັນຊາການສຸກເສີນບ່ອນເກີດໄພພິບັດຊົ່ວຄາວ ແລະ ອື່ນໆ.

  1. ເນື້ອໃນຕົ້ນຕໍຂອງຮ່າງຂໍ້ຕົກລົງເຈົ້າຄອງ ນະຄອນຫຼວງວຽງຈັນ ວ່າດ້ວຍກອງທຶນຄຸ້ມຄອງໄພພິບັດນະຄອນຫຼວງວຽງຈັນຮ່າງຂໍ້ຕົກລົງສະບັບນີ້ປະກອບມີ 9 ໝວດ, 36 ມາດຕາ ລາຍລະອຽດມີດັ່ງນີ້:

ໝວດທີ 1 ບົດບັນຍັດທົ່ວໄປມີ 6 ມາດຕາ;

ໝວດທີ 2 ແຫຼ່ງລາຍຮັບ ແລະ ການນຳໃຊ້ເງິນກອງທຶນ ມີ 4 ມາດຕາ;

-ໝວດທີ 3 ຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດ ມີ 5ມາດຕາ

ໝວດທີ 4 ການຄຸ້ມຄອງບໍລິຫານກອງທຶນ ມີ 8 ມາດຕາ;

ໝວດທີ 5 ການເປີດບັນຊີ ແລະ ການກວດສອບບັນຊີ;

ໝວດທີ 6 ການກວດກາກອງທຶນ ມີ 4 ມາດຕາ;

ໝວດທີ 7 ຂໍ້ຫ້າມ ມີ 2 ມາດຕາ;

ໝວດທີ 8 ການຍ້ອງຍໍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ;

ໝວດທີ 9 ບົດບັນຍັດສຸດທ້າຍ ມີ 3 ມາດຕາ.

ຄາດຄະເນຜົນໄດ້ຮັບພາຍຫຼັງການຮັບຮອງ ແລະ ປະກາດໃຊ້ ຖ້າຂໍ້ຕົກລົງ ສະບັບນີ້ ໄດ້ຖືກຮອງຮັບ ແລະ ປະກາດໃຊ້ຢ່າງເປັນທາງການ ຈະເຮັດໃຫ້ການຄຸ້ມຄອງລັດ ຄຸ້ມຄອງສັງຄົມ ໃນວຽກງານຄຸ້ມຄອງໄພພິບັດ ຢູ່ນະຄອນຫຼວງວຽງຈັນ ໄດ້ດຳເນີນໄປຕາມລະບົບກົດໝາຍ ທັງຈະກາຍເປັນເຄື່ອງມືທີ່ສຳຄັນໃຫ້ແກ່ນະຄອນຫຼວງວຽງຈັນ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ຄຸ້ມຄອງໄພພິບັດ, ຮັບປະກັນ ໃຫ້ມີງົບປະມານນຳໃຊ້ເຂົ້າໃນການປ້ອງກັນ ແລະການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ການປະຕິບັດວຽກງານສຸກເສີນເພື່ອສາມາດຊອກຄົ້ນ ຄົ້ນຫາກູ້ໄພເອົາຊີວິດ, ຊັບສິນຂອງລັດ ແລະ ຂອງປະຊາຊົນສາມາດຊ່ວຍເຫຼືອບັນເທົາທຸກແກ່ຜູ້ປະສົບໄພພິບັດໄດ້ທັນເວລາ.

 

LEAVE A REPLY

Please enter your comment!
Please enter your name here