ແຈ້ງການໃໝ່ ອະນຸຍາດໃຫ້ລົດເມ ແລະ ລົດຕູ້ບໍລິການນັກທ່ອງທ່ຽວ ຈອດລົດຢູ່ລານຈອດສວນປະຕູໄຊ ຊົ່ວຄາວ 3-5 ນາທີຕໍ່ຄັ້ງ ຜູ້ລະເມີດຈະຖືກປັດໄໝ1ລ້ານຫາ2ລ້ານກີບ; ສ່ວນສະຖານທີ່ທ່ອງທ່ຽວ ພິພິທະພັນມໍລະດົກແຫ່ງຊາດພະທາດຫຼວງ ໃຫ້ໄປຈອດສົ່ງ ແລະ ຮັບນັກທ່ອງທ່ຽວ ຢູ່ເດີ່ນສະຫນາມຫຼວງ ເບື້ອງໂພນເຄັງ ຫຼື ເບື້ອງ ຫໍພິພິທະພັນກອງທັບ.
ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ເລກທີ 12995/ຍທຂ.ນວ ລົງວັນທີ 23 ທັນວາ 2024 ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ນໍາໃຊ້ລົດ ໃຊ້ຖະຫນົນ ຢູ່ ນະຄອນຫຼວງວຽງຈັນ. ເລື່ອງ: ການຈັດສັນບ່ອນຈອດລົດ ຈະໄປເຂົ້າຊົມສະຖານທີ່ທ່ອງທ່ຽວຕ່າງໆ ໃນໃຈກາງຕົວເມືອງ ນະຄອນຫຼວງວຽງຈັນ.
– ອີງຕາມ ການຕົກລົງ ແລະ ຊີ້ນໍາຂອງ ກອງປະຊຸມ ອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 42, ໃນວັນທີ 29 ພະຈິກ 2024.
ເນື່ອງຈາກວ່າ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄື ນະຄອນຫຼວງວຽງຈັນ ມີການເຕີບໃຫຍ່ຂະຫຍາຍ ຕົວຢ່າງຕໍ່ເນື່ອງ, ພົນລະເມືອງ ກໍເພີ່ມຂຶ້ນ ແລະ ມີເງິນຄໍາຊື້ພາຫະນະ ໂດຍສະເພາະ ລົດໃຫຍ່, ລົດຈັກ ມາຮັບໃຊ້ ນັບມື້ນັບເພີ່ມຂຶ້ນ, ພ້ອມກັນນີ້ ຈໍານວນນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ລວມທັງຈໍານວນລົດບໍລິການຮັບ ໃຊ້ນັກທ່ອງທ່ຽວກໍເພີ່ມຂຶ້ນເຊັ່ນດຽວກັນ, ແຕ່ເສັ້ນທາງໃນໃຈກາງຕົວເມືອງ ນະຄອນຫຼວງວຽງຈັນ ແມ່ນບໍ່ສາມາດ ຂະຫຍາຍໃຫ້ກວ້າງອອກຕື່ມໄດ້, ໂດຍສະເພາະໃນເຂດແຫຼ່ງທ່ອງທ່ຽວ ທີ່ເປັນມໍລະດົກແຫ່ງຊາດ, ຈຶ່ງພາໃຫ້ ສະພາບການສັນຈອນຕາມທ້ອງຖະຫນົນ ມີຄວາມແອອັດ, ລົດຕິດ, ທັງມີຄວາມສ່ຽງ ພາໃຫ້ເກີດມີອຸບັດເຫດ ຫຼາຍຂຶ້ນ.
ສະນັ້ນ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບກອງບັນຊາການ ປ້ອງກັນ ຄວາມສະຫງົບ ນະຄອນຫຼວງວຽງຈັນ ແລະ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ຄົ້ນຄວ້ານໍາສະເໜີ ແລະ ໄດ້ຮັບການເຫັນດີຈາກ ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນແລ້ວ, ຈຶ່ງຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຊາບ ແລະ ໃຫ້ຄວາມຮ່ວມມືຕໍ່ການຈັດສັນ ບ່ອນຈອດລົດ ສໍາລັບຜູ້ຈະໄປທ່ຽວຊົມສະຖານທີ່ທ່ອງທ່ຽວຕ່າງໆ ຢູ່ໃນໃຈກາງຕົວເມືອງ ນະຄອນຫຼວງວຽງຈັນ ດັ່ງນີ້:
1. ສະຖານທີ່ທ່ອງທ່ຽວ ພິພິທະພັນມໍລະດົກແຫ່ງຊາດ ພະທາດຫຼວງ ແລະ ບໍລິເວນອ້ອມຮອບ: ອະນຸຍາດໃຫ້ລົດ ບັດ (Bus) ແລະ ລົດຕູ້ (Van) ບໍລິການນັກທ່ອງທ່ຽວ ທີ່ມາທ່ຽວຊົມສະຖານທີ່ທ່ອງທ່ຽວດັ່ງກ່າວ ເຂົ້າທາງ ດ້ານຫນ້າ ສະພາແຫ່ງຊາດ ໄປຈອດສົ່ງ ແລະ ຮັບນັກທ່ອງທ່ຽວ ຢູ່ເດີ່ນສະຫນາມຫຼວງ ເບື້ອງໂພນເຄັງ ຫຼື ເບື້ອງ ຫໍພິພິທະພັນກອງທັບ. ໃນຕໍ່ຫນ້ານີ້ ຫ້ອງການມໍລະດົກ ນະຄອນຫຼວງວຽງຈັນ ຈະຈັດຫາລົດໂດຍສານນ້ອຍ (ລົດໄຟຟ້າ) ມາບໍລິການຮັບ-ສົ່ງນັກທ່ອງທ່ຽວ ຈາກຈຸດຈອດລົດ ຫາທາງຈຸດເຂົ້າພິພິທະພັນພະທາດຫຼວງ, ທັງນີ້ກໍເພື່ອບໍ່ໃຫ້ມີຄວາມສັ່ນສະເທືອນ ສົ່ງຜົນກະທົບຕໍ່ຮາກຖານໂຄງສ້າງ ແລະ ບໍ່ບົດບັງຕໍ່ທັດສະນີຍະພາບທີ່ ສວຍງາມຂອງອົງພະທາດຫຼວງ.
2. ສະຖານທີ່ທ່ອງທ່ຽວມໍລະດົກແຫ່ງຊາດປະຕູໄຊ, ສວນປະຕູໄຊເກົ່າ ແລະ ພາກຂະຫຍາຍ: ອະນຸຍາດໃຫ້ລົດບັດ (Bus) ແລະ ລົດຕູ້ (Van) ບໍລິການນັກທ່ອງທ່ຽວ ທີ່ມາທ່ຽວຊົມສະຖານທີ່ທ່ອງທ່ຽວດັ່ງກ່າວ ຈອດໄດ້ ຊົ່ວຄາວ ພາຍໃນ 3 ຫາ 5 ນາທີ ຕໍ່ຄັ ຕໍ່ຄັ້ງ ເພື່ອສົ່ງຮັບນັກທ່ອງທ່ຽວ ຢູ່ລານຈອດລົດສວນປະຕູໄຊເກົ່າ ແລະ ພາກຂະຫຍາຍ ແລ້ວນໍາລົດອອກໄປຈອດລໍຖ້າກັບມາຮັບນັກທ່ອງທ່ຽວ ຢູ່ຕາມລານຈອດລົດທີ່ທາງການໄດ້ຈັດ ສັນໄວ້; ຫ້າມເດັດຂາດບໍ່ໃຫ້ຈອດລົດກາຍເວລາທີ່ກໍານົດໃຫ້, ຜູ້ທີ່ລະເມີດ ຈະຖືກປັບໃຫມ ແຕ່ 1 ລ້ານ ກີບ ຫາ 2 ລ້ານ ກີບ ຕໍ່ຄັນ ຕໍ່ຄັ້ງ.
3. ສະຖານທີ່ທ່ອງທ່ຽວອື່ນໆ ໃນໃຈກາງຕົວເມືອງນະຄອນຫຼວງວຽງຈັນ: ກໍອະນຸຍາດໃຫ້ລົດບັດ (Bus) ແລະ ລົດ ຕູ້ (Van) ບໍລິການນັກທ່ອງທ່ຽວ ທີ່ມາທ່ຽວຊົມສະຖານທີ່ທ່ອງທ່ຽວແຕ່ລະບ່ອນ ຈອດໄດ້ຊົ່ວຄາວ ພາຍໃນ 3 ຫາ 5 ນາທີ ຕໍ່ຄັນ ຕໍ່ຄັ້ງ ເພື່ອສົ່ງ-ຮັບນັກທ່ອງທ່ຽວ ຢູ່ແຄມທາງໃກ້ສະຖານທີ່ທ່ອງທ່ຽວ ຄ້າຍຄືກັນກັບປະຕິບັດ ຢູ່ສວນປະຕູໄຊ; ຜູ້ທີ່ລະເມີດກໍຈະຖືກປັບໃຫມ່ເທົ່າກັນເຊັ່ນກັນ.
4. ຫ້າມເດັດຂາດ ບໍ່ໃຫ້ຈອດລົດທຸກຂະຫນາດ, ທຸກປະເພດ ຕາມແຄມທາງໃນຕົວເມືອງ ນະຄອນຫຼວງວຽງຈັນ ລຽນກັນກວມເອົາ 2 ເລນ ເພາະຈະກີດຂວາງເສັ້ນທາງຈະລາຈອນ, ທັງເປັນສາເຫດຕົ້ນຕໍເຮັດໃຫ້ລົດຕິດໃນຕົວເມືອງ; ຜູ້ທີ່ລະເມີດ ຈະຖືກປັບໃຫມ ແຕ່ 1 ລ້ານ ກີບ ຫາ 2 ລ້ານ ກີບ ຕໍ່ຄັນ ຕໍ່ຄັ້ງ.
5. ຫ້າມເດັດຂາດ ບໍ່ໃຫ້ລົດບັນທຸກໜັກທຸກຂະຫນາດ ແລະ ທຸກຊະນິດ ຈອດຢູ່ຕາມແຄມທາງ ແລະ ສະຖານທີ່ທ່ອງທ່ຽວ ໃນໃຈກາງຕົວເມືອງ ນະຄອນຫຼວງວຽງຈັນ, ຍົກເວັ້ນແຕ່ໄດ້ຮັບອະນຸຍາດເປັນກໍລະນີຈໍາເປັນສະເພາະ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ ຫຼື ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ; ຜູ້ທີ່ ລະເມີດ ຈະຖືກປັບໃຫມ ແຕ່ 1 ລ້ານກີບ ຫາ 10 ລ້ານກີບ.
6. ຫ້າມເດັດຂາດ ບໍ່ໃຫ້ລົດລໍ້ຫມາກກະສິ່ງ ຈອດຂາຍເຄື່ອງຕາມແຄມທາງ ໃກ້ສະຖານທີ່ທ່ອງທ່ຽວ ໃນໃຈກາງຕົວ ເມືອງນະຄອນຫຼວງວຽງຈັນ, ຜູ້ລະເມີດ ຈະຖືກປັບໃຫມ ແຕ່ 5 ແສນກີບ ຫາ 1 ລ້ານ ກີບ.
7. ພາຫະນະທຸກຊະນິດ ນັບແຕ່ 3 ລໍ້ ຂຶ້ນໄປ ຕ້ອງມີຖົງ ຫຼື ພາຊະນະໄວ້ໃສ່ຂີ້ເຫຍື້ອ; ຫ້າມເດັດຂາດ ບໍ່ໃຫ້ໂຍນ ຫຼື ກວາດຂີ້ເຫຍື້ອອອກຈາກພາຫະນະຂອງຕົນ ໃສ່ຖະໜົນຫົນທາງ ແລະ ສະຖານທີ່ສາທາລະນະ, ຜູ້ທີ່ລະເມີດ ຈະຖືກປັບໃຫມ ແຕ່ 1 ລ້ານ ກີບ ຫາ 5 ລ້ານ ກີບ ຕໍ່ຄັນ ຕໍ່ຄັ້ງ.
ດັ່ງນັ້ນ, ຈຶ່ງແຈ້ງມາບັນດາທ່ານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຊາບ ແລະ ຈົ່ງໃຫ້ຄວາມຮ່ວມມືຈັດຕັ້ງ ປະຕິບັດ ຢ່າງເຂັ້ມງວດ.