ທ່ານ ບຸນຊົມ ຊົງວິໄລ ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຂຶ້ນສະເໜີ ຂໍ້ຕົກລົງ ວ່າດ້ວຍ ການປະເມີນລາຄາທີ່ດີນ ທົ່ວນະຄອນຫຼວງວຽງຈັນ ເລກທີ 142/ຈນວ ລົງວັນທີ 26 ກຸມພາ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃນຕອນເຊົ້າຂອງວັນທີ 24 ທັນວາ 2024 ວ່າ: ໂດຍທ່ານ ໄດ້ລາຍງານຕອນສໍາຄັນວ່າ
ໝວດທີ II ການກຳນົດເຂດປະເມີນລາຄາ ແລະ ຄິດໄລ່ຄ່າທຳນຽມທີ່ດິນ
ມາດຕາ 6 ເຂດປະເມີນລາຄາທີ່ດິນ ຂອງ ເມືອງຈັນທະບູລີ (ສັນຍາລັກ A) ເມືອງຈັນທະບູລີ ມີທັງໝົດ 30 ບ້ານ ໄດ້ກຳນົດເຂດປະເມີນລາຄາທີ່ດິນ ປະກອບມີ ເຂດອານຸລັກເມືອງເກົ່າ, ເຂດຕົວເມືອງ ແລະ ເຂດອ້ອມໃຈກາງຕົວເມືອງ ມີລາຍລະອຽດດັ່ງນີ້: ເບິ່ງຕາມຮູບ ໂດຍສະເພາະແມ່ນ ບ້ານຫັດສະດີ ( ຖະໜົນສາຍຫຼັກ ຖະໜົນລ້ານຊ້າງ, ຂຸນບູລົມ ແລະ ຖະໜົນ ຫັດສະດີ ມີມູນຄ່າສູງສຸດ 6.800.000 ກີບຕໍ່ຕາແມັດ )
ມາດຕາ 7 ເຂດປະເມີນລາຄາທີ່ດິນ ຂອງ ເມືອງ ສີໂຄດຕະບອງ (ສັນຍາລັກ B) ເມືອງສີໂຄດຕະບອງ ມີ 60 ບ້ານ ໄດ້ກຳນົດເຂດປະເມີນລາຄາທີ່ດິນປະກອບມີ ເຂດເສດຖະກິດ ແລະ ການ ຄ້າ, ເຂດກຳລັງພັດທະນາ, ເຂດຂະຫຍາຍຕົວເມືອງໃໝ່ ແລະ ເຂດການຜະລິດ ມີລາຍລະອຽດດັ່ງນີ້: ( ລາຍລະອຽດຕາມຮູບ )
ມາດຕາ 8 ເຂດປະເມີນລາຄາທີ່ດິນ ຂອງ ເມືອງ ໄຊເສດຖາ (ສັນຍາລັກ C) ເມືອງໄຊເສດຖາ ມີ 48 ບ້ານ ໄດ້ກຳນົດເຂດປະເມີນລາຄາທີ່ດິນ ປະກອບມີ ເຂດໃຈກາງການປົກຄອງ ແລະ ການຄ້າ, ເຂດອະນຸລັກບູຮານສະຖານ, ເຂດຂະຫຍາຍຕົວເມືອງ, ເຂດອ້ອມຕົວເມືອງທີ່ຕິດພັນການກະສິກຳ, ເຂດເສດ ຖະກິດສະເພາະບຶງທາດຫລວງ 365 ເຮັກຕາ, ເຂດພັດທະນາກວມລວມ 1.000 ເຮັກຕາ, ເຂດໂຄງການຫັນທີ່ດິນເປັນ ທຶນ ຕາມເຂດສະຫງວນສອງຟາກຖະໜົນວຽງຈັນ 450 ປີ ມີລາຍລະອຽດດັ່ງນີ້: ( ລາຍລະອຽດຕາມຮູບ )
ມາດຕາ 9 ເຂດປະເມີນລາຄາທີ່ດິນ ຂອງ ເມືອງ ສີສັດຕະນາກ (ສັນຍາລັກ D) ເມືອງ ສີສັດຕະນາກ ມີ 37 ບ້ານ, ໄດ້ກຳນົດເຂດປະເມີນລາຄາທີ່ດິນ ປະກອບມີ ເຂດຕົວເມືອງເສດຖະກິດ, ເຂດອານຸລັກເມືອງເກົ່າ, ເຂດຕົວເມືອງເຂດລຽບຕາມແຄມແມ່ນໍ້າຂອງ, ເຂດກຳລັງພັດທະນາ ມີລາຍລະອຽດດັ່ງນີ້: ( ລາຍລະອຽດຕາມຮູບ )
ມາດຕາ 10 ເຂດປະເມີນລາຄາທີ່ດີນຂອງ ເມືອງນາຊາຍທອງ ( ສັກຍາລັກ E )
ເມືອງນາຊາຍທອງ, ມີ 54 ບ້ານ ໄດ້ກຳນົດເຂດປະເມີນລາຄາທີ່ດິນ ປະກອບມີ ເຂດການຄ້າບໍລິການ, ເຂດ ກຳລັງພັດທະນາ-ເຂດອຸດສາຫະກຳຂະໜາດນ້ອຍ ແລະ ເຂດກະສິກຳປູກຝັງລ້ຽງສັດ ມີລາຍລະອຽດດັ່ງນີ້: ( ລາຍລະອຽດຕາມຮູບ )
ມາດຕາ 11 ເຂດປະເມີນລາຄາທີ່ດິນ ຂອງ ເມືອງ ໄຊທານີ (ສັນຍາລັກ F) ເມືອງໄຊທານີ ມີ 104 ບ້ານ ໄດ້ກຳນົດເຂດປະເມີນລາຄາທີ່ດິນ ປະກອບມີ ເຂດຕົວເມືອງ, ເຂດຂະຫຍາຍຕົວ ເມືອງ, ເຂດອຸດສາຫະກຳ, ເຂດກະສິກຳດົງຄວາຍ, ເຂດກະສິກຳທ່າງ່ອນ, ເຂດກະສິກຳເວີນຄຳ, ເຂດກະສິກຳແສນອຸ ດົມ, ເຂດກະສິກຳນາພອກ ແລະ ເຂດຈະຂະຫຍາຍຕົວເມືອງໃໝ່ ມີລາຍລະອຽດດັ່ງນີ້: ( ລາຍລະອຽດຕາມຮູບ )
ມາດຕາ 12 ເຂດປະເມີນລາຄາທີ່ດິນ ຂອງ ເມືອງ ຫາດຊາຍຟອງ (ສັນຍາລັກ G) ເມືອງຫາດຊາຍຟອງ ມີ 60 ບ້ານ ໄດ້ກຳນົດເຂດປະເມີນລາຄາທີ່ດິນ ປະກອບມີ ເຂດໃຈກາງຕົວເມືອງ, ເຂດຂະຫຍາຍຕົວເມືອງ ແລະ ເຂດຊານເມືອງ ມີລາຍລະອຽດດັ່ງນີ້: ( ລາຍລະອຽດຕາມຮູບ )
ມາດຕາ 13 ເຂດປະເມີນລາຄາທີ່ດິນ ຂອງເມືອງ ສັງທອງ (ສັນຍາລັກ H) 18 ເມືອງສັງທອງ ມີ 35 ບ້ານ ໄດ້ກຳນົດເຂດປະເມີນລາຄາທີ່ດິນ ປະກອບມີ ເຂດອຸດສາຫະກຳການຄ້າ ແລະ ບໍລິການ, ເຂດເທດສະບານເມືອງ, ເຂດຂະຫຍາຍຕົວເມືອງ, ເຂດຜະລິດກະສິກຳອິນຊີ ຕິດພັນກັບການທ່ອງທ່ຽວ ປະຫວັດສາດ ແລະ ທຳມະຊາດ, ເຂດຈຸດສຸມພັດທະນາ, ເຂດກະສິກຳເນີນສູງຕິດພັນກັບການ ທ່ອງທ່ຽວທຳມະ ຊາດ , ເຂດກະສິກຳເນີນສູງ ແລະ ເຂດກະສິກຳເນີນສູງຕິດພັນກັບການທ່ອງທ່ຽວປະຫວັດສາດ ມີລາຍລະອຽດດັ່ງນີ້: ( ລາຍລະອຽດຕາມຮູບ )
ມາດຕາ 14 ເຂດປະເມີນລາຄາທີ່ດິນ ຂອງເມືອງປາກງື່ມ (ສັນຍາລັກ I) ເມືອງປາກງື່ມ ມີ 53 ບ້ານ ໄດ້ກຳນົດເຂດປະເມີນລາຄາທີ່ດິນ ປະກອບມີ ເຂດຕົວເມືອງ, ການຄ້າ, ການ ບໍລິການ, ເຂດຂະຫຍາຍຕົວເມືອງ, ເຂດການຜະລິດກະສິກຳ, ເຂດກຳລັງພັດທະນາ, ເຂດເຊື່ອມຕໍ່ການຜະລິດ ແລະ ເຂດກຽມພັດທະນາ ມີລາຍລະອຽດດັ່ງນີ້: ( ລາຍລະອຽດຕາມຮູບ )
ພາຍຫຼັງສະເໜີແລ້ວ ກໍໄດ້ມີການຮັບຮອງເອົາຢ່າງເປັນທາງການ