ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໄດ້ປິດຢ່າງທາງການໃນຕອນເຊົ້າຂອງວັນທີ 24 ທັນວາ 2024 ທີ່ຫ້ອງການປົກຄອງ ນະຄອນຫຼວງວຽງຈັນ ຫຼັງໄດ້ເລີ່ມມາຕັ້ງແຕ່ວັນທີ 16 ທັນວາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ ນະຄອນຫຼວງ, ປະທານ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II, ໂດຍມີ ທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ເຈົ້າຄອງ ນະຄອນຫຼວງ ວຽງຈັນ, ບັນດາທ່ານ ການນໍາພັກ-ລັດ ຂັ້ນນະຄອນຫຼວງ, ບັນດາທ່ານ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ແລະ ບັນດາທ່ານ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ ທ່ານ ນາງ ລຳພອຍ ສີອັກຄະຈັນ ຮອງປະທານ ຄະນະປະຈຳ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຕາງໜ້າຄະນະປະຈຳ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໄດ້ກ່າວປິດກອງປະຊຸມຢ່າງເປັນທາງການວ່າ:
ການດໍາເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 06 ຂອງສະພາປະຊາຊົນ ນະຄອນຫຼວງວຽງ ຈັນ ຊຸດທີ II ໄດ້ດໍາເນີນມາເປັນເວລາ 07 ວັນ, ນັບແຕ່ວັນທີ 16-24 ທັນວາ 2024, ມາຮອດມື້ນີ້ ແມ່ນໄດ້ບັນລຸຜົນສໍາເລັດ ຕາມລະດັບຄາດໝາຍທີ່ວາງໄວ້. ກອງປະຊຸມຕີລາຄາສູງ ຕໍ່ສະມາຊິກສະ ພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ເຊິ່ງໄດ້ມີຄວາມຮັບຜິດຊອບສູງ ໃນການຄົ້ນຄວ້າ, ປະກອບຄໍາເຫັນ, ຕັ້ງຄໍາຊັກຖາມ ແລະ ຄໍາສະເໜີແນະວິທີການແກ້ໄຂຢ່າງມີເຫດຜົນ, ມີເນື້ອໃນທີ່ເລິກເຊິ່ງ, ເຈາະຈົງ, ລະອຽດຖີ່ຖ້ວນ ແລະ ມີຄວາມເປັນເອກະພາບສູງ ໃນການຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາ ບັນຫາສໍາຄັນ ຂອງນະຄອນຫຼວງວຽງຈັນ ດັ່ງນີ້:
1. ຮັບຮອງເອົາ ບົດລາຍງານຂອງອົງການປົກຄອງ ນະຄອນຫຼວງວຽງຈັນ ກ່ຽວກັບການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາປີ 2024 ແລະ ທິດທາງແຜນ ການ ປະຈໍາປີ 2025, ແຜນການລົງທຶນຂອງລັດ ປະຈໍາປີ 2025, ແຜນຄາດຄະເນການນໍາໃຊ້ເງິນເກີນແຜນປະຈໍາປີ 2024 ແລະ ຕິດພັນກັບການຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດ ຢູ່ນະຄອນຫຼວງວຽງຈັນ.
2. ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນນະຄອນຫຼວງວຽງຈັນ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025.
3. ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2024 ແລະ ທິດທາງແຜນ ການ ປະຈຳປີ 2025, ບົດລາຍງານຜົນຂອງການກວດສອບຄືນ ແລະ ການສະຫຼຸບງົບປະມານຂາດຕົວ ປະຈໍາປີ 2023 ຂອງອົງການກວດສອບປະຈໍາພາກກາງ 1;
4. ຮັບຮອງເອົາ ບົດລາຍງານ ການຈັດຕັ້ງປະຕິບັດວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂອງອົງການກວດກາລັດ ນະຄອນຫຼວງວຽງຈັນ;
5. ຮັບຮອງເອົາ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງອົງການໄອຍະການປະຊາຊົນ ພາກກາງ ແລະ ອົງການໄອຍະການປະຊາຊົນ ນະຄອນຫຼວງ, ຂອງສານປະຊາຊົນ ພາກກາງ, ສານປະຊາຊົນ ນະ ຄອນຫຼວງ ແລະ ກອງປະຕິບັດຄຳຕັດສິນຂອງສານ ນະຄອນຫຼວງວຽງຈັນ;
6. ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II;
7. ຮັບຟັງການປະກອບຄຳເຫັນ ຂອງອົງການແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ກ່ຽວກັບການ ເຄື່ອນໄຫວວຽກງານ ຂອງສະພາປະຊາຊົນ ນະຄອນຫຼວງ;
8. ຮັບຮອງເອົາ ຮ່າງມະຕິ ຂອງກອງປະຊຸມສະພາປະຊາຊົນ ວ່າດ້ວຍການດໍາເນີນກອງປະ ຊຸມຂອງສະພາປະຊາຊົນ ແລະ ການລົງພົບປະຜູ້ມີສິດເລືອກຕັ້ງ;
9. ຮັບຟັງບົດລາຍງານ ການປະເມີນຜົນການຈັດຕັ້ງປະຕິບັດບັນດານິຕິກໍາໃຕ້ກົດໝາຍ ທີ່ສະພາປະຊາຊົນ ນະຄອນຫຼວງ ໄດ້ຮັບຮອງ ຈໍານວນ 02 ສະບັບ ຄື:
– ຂໍ້ຕົກລົງ ຂອງທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ວ່າດ້ວຍການປະເມີນລາຄາທີ່ດິນ ທົ່ວນະຄອນຫຼວງວຽງຈັນ ສະບັບເລກທີ 142/ຈນວ, ລົງວັນທີ 26 ກຸມພາ 2021;
– ຂໍ້ຕົກລົງ ຂອງທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ວ່າດ້ວຍການພັດທະນາ ແລະ ຄຸ້ມຄອງເຂດສະຫງວນ ຄອງນໍ້າວຽງຈັນ, ສະບັບເລກທີ 0966/ຈນວ, ລົງວັນທີ 11 ພະຈິກ 2019.
10. ຮັບຮອງເອົາຮ່າງຂໍ້ຕົກລົງວ່າດ້ວຍ ກອງທຶນຄຸ້ມຄອງໄພພິບັດ ນະຄອນຫຼວງວຽງຈັນ.
11. ຮັບຟັງການລາຍງານ, ຊີ້ແຈງບັນຫາສໍາຄັນຕ່າງໆ ຂອງນະຄອນຫຼວງ ເປັນຕົ້ນ:
1) ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ຕິດພັນກັບການກໍານົດແຜນວຽກຈຸດສຸມ, ບູລິມະສິດ ເພື່ອຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ຂອງທ້າຍສະໄໝຮອດປີ 2025;
2) ມາດຕະການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼ ຂອງລາຍຮັບງົບປະມານແຫ່ງລັດ ແລະ ແຜນ ການຈັດສັນເງິນເກີນແຜນປີ 2024;
3) ການປະຕິບັດມາດຕະການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ໃຫ້ແກ່ພະ ນັກງານລັດ, ທະຫານ, ຕໍາຫຼວດ;
4) ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກ່ຽວກັບການສົ່ງເສີມການຜະລິດສິນຄ້າພາຍໃນ, ການກໍານົດໂຄງປະກອບລາ ຄາສິນຄ້າ ແລະ ການເຂົ້າຫາແຫຼ່ງທຶນສົ່ງເສີມວິສາຫະກິດ ຂະໜາດນ້ອຍ-ຂະໜາດກາງ;
5) ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ນະຄອນ ຫຼວງວຽງຈັນ;
6) ການຄຸ້ມຄອງການນໍາເຂົ້າສິນຄ້າທີ່ມີສານຕັ້ງຕົ້ນປະເພດຢາເສບຕິດ ເປັນຕົ້ນ: ຢາສູບໄຟຟ້າ, ກາເຟປາຕີ້ຄໍລາເຈນ, ປຸມເປົ້້າ ແລະ ອື່ນໆ;
7) ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫຼວງວຽງຈັນ; (ລົດເມດ່ວນ BRT)
8) ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຜັງເມືອງ ແລະ ແຜນຜັງເມືອງ ສະບັບທີ III ຂອງນະຄອນຫຼວງວຽງຈັນ ໄປຄຽງຄູ່ກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ;
9) ການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງຂະຫຍາຍນໍ້າປະປາຈີນາຍໂມ້ ແລະ ທໍ່ສົ່ງນະຄອນ ຫຼວງວຽງຈັນ ທີ່ນໍາໃຊ້ເງິນກູ້ຢືມຈາກລັດຖະບານຍີ່ປຸ່ນ;
10) ມາດຕະການໃນການຄຸ້ມຄອງການຂຸດຄົ້ນແຮ່ທາດ ຢູ່ນະຄອນຫຼວງວຽງຈັນ ຕິດພັນກັບການນໍາໃຊ້ງົບປະມານພັດທະນາທ້ອງຖິ່ນ ແລະ ພັດທະນາຊຸມຊົນ;
11) ສະພາບການສຶກສາ ໃນນະຄອນຫຼວງວຽງຈັນ ທີ່ຕິດພັນກັບການປະລະການຮຽນ ຂອງນັກຮຽນໃນຊັ້ນມໍຕົ້ນ ແລະ ມໍປາຍປະຈໍາສົກປີ 2023-2024 ແລະ ທິດທາງແຜນການປະຈໍາສົກປີ 2024-2025.
12) ຮັບຟັງບົດລາຍງານກ່ຽວກັບ ວິທີການ ຫຼື ມາດຕະການແກ້ໄຂ ໃຫ້ຖືກຕ້ອງຕາມກົດໝາຍ ວ່າດ້ວຍການປະຕິບັດຄໍາຕັດສິນຂອງສານ ໂດຍສະເພາະແມ່ນຄໍາຕັດສິນຂອງສານທີ່ຄ້າງປະຕິ ບັດຫຼາຍປີ; ບົດລາຍງານກ່ຽວກັບວິທີການແກ້ໄຂ ກໍລະນີຜູ້ຖືກປະຕິບັດຄໍາຕັດສິນຂອງສານ ໄດ້ເອົາຕົວຫຼົບຫຼີກ ຫຼື ຫຼົບໜີ ເພື່ອໃຫ້ຄໍາຕັດສິນຂອງສານໄດ້ຮັບການປະຕິບັດຖືກຕ້ອງ, ຄົບຖ້ວນ, ທົ່ວເຖິງ ແລະ ທັນເວລາ.
13) ບົດລາຍງານ ຂອງອົງການໄອຍະການປະຊາຊົນ ນະຄອນຫຼວງ ກ່ຽວກັບການຕິດຕາມກວດກາ ການດໍາເນີນຄະດີ ຂອງອົງການສືບສວນ-ສອບສວນຂັ້ນສູນກາງ ໃນໄລຍະຜ່ານມາ ໄດ້ຈັດຕັ້ງປະຕິບັດແນວໃດ? ມີຄວາມສະດວກ ແລະ ຄວາມຫຍຸ້ງຍາກແນວໃດ?
14) ບົດລາຍງານຂອງສານປະຊາຊົນ ນະຄອນຫຼວງ ກ່ຽວກັບກົນໄກການປະສານງານ ລະ ຫວ່າງ ສານປະຊາຊົນ ກັບຄ້າຍຄຸມຂັງ-ດັດສ້າງ ກ່ຽວກັບການຈັດຕັ້ງສານເຄື່ອນທີ່, ການເອົາຜູ້ຖືກຫາມາຕັດສິນຢູ່ສານ ແລະ ການສົ່ງປະເດັນ ຫຼື ຄໍາຕັດສິນໃຫ້ຄ້າຍຄຸມຂັງ-ດັດສ້າງ ເພື່ອຮັບປະກັນໃຫ້ມີຄວາມກົມກຽວ ຕາມຂັ້ນຕອນຂອງກົດໝາຍ;
ນອກຈາກນີ້ ກອງປະຊຸມ ຍັງໄດ້ຮັບຟັງການຊີ້ແຈງ ບາງບັນຫາສໍາຄັນຈໍານວນໜຶ່ງທີ່ຜູ້ແທນ ຊັກຖາມ ແລະ ຍົກຂຶ້ນໃນກອງປະຊຸມຈາກອົງການປົກຄອງ, ສານປະຊາຊົນ, ອົງການໄອຍະການປະ ຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຢ່າງຈະແຈ້ງຊັດເຈນຂຶ້ນຕື່ມ ແລະ ຍັງມອບໃຫ້ບາງພະແນກການ ຈໍານວນໜຶ່ງ ໄດ້ລາຍງານຊີ້ແຈງເປັນລາຍລັກອັກສອນ ຕື່ມອີກ.
ຕໍ່ບັນຫາທີ່ໄດ້ມີການລາຍງານ ແລະ ຊີ້ແຈງ ທີ່ກ່າວມາຂ້າງເທິງນັ້ນ, ກອງປະຊຸມໄດ້ຮຽກຮ້ອງ ໃຫ້ອົງການປົກຄອງ ນະຄອນຫຼວງວຽງຈັນ, ພະແນກການ, ສານປະຊາຊົນ, ອົງການໄອຍະການປະ ຊາຊົນ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ຈັດຕັ້ງປະຕິບັດບັນດາເນື້ອໃນ, ວິທີການ, ມາດ ຕະການໃນການຈັດຕັ້ງປະຕິບັດ ແລະ ແກ້ໄຂບາງບັນຫາບັນຫາຕ່າງໆທີ່ໄດ້ລາຍງານ, ຊີ້ແຈງແຕ່ລະ ຫົວຂໍ້ ເພື່ອເຮັດໃຫ້ສາມາດຈັດຕັ້ງປະຕິບັດ ບັນດາມະຕິ ຂອງກອງປະຊຸມຄັ້ງນີ້ ໃຫ້ມີປະສິດທິຜົນ ແລະ ມີຜົນສັກສິດ, ໂດຍສະພາປະຊາຊົນ ກໍຄືສະມາຊິກສະພາປະຊາຊົນ ຈະສືບຕໍ່ຕິດຕາມກວດກາ ຢ່າງໃກ້ ສິດຕື່ມອີກ.
ປີ 2025 ເປັນປີມ້ວນທ້າຍ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ 5 ປີ ຄັ້ງທີ IX ແລ ບັນດາຄາດໝາຍດ້ານຕ່າງໆ ທີ່ກໍານົດໃນມະຕິ ຂອງກອງປະຊຸມໃຫຍ່ຄັ້ງທີ 7 ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ. ເຊິ່ງໃນສະພາບທີ່ປະເທດຂອງພວກເຮົາຍັງຈະສືບຕໍ່ປະ ເຊີນກັບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ສັງຄົມ ທັງຈາກພາກພື້ນ ແລະ ສາກົນ ບວກກັບ ຄວາມບອບບາງ ຂອງສະພາບເສດຖະກິດພາຍໃນຂອງພວກເຮົາ. ດ້ວຍເຫດນີ້ ຈຶ່ງຖືໄດ້ວ່າເປັນປີໜຶ່ງ ທີ່ທົ່ວອົງການຈັດຕັ້ງພັກ-ລັດ ຂອງນະຄອນຫຼວງ, ກໍາລັງປະກອບອາວຸດ ແລະ ປວງຊົນຊາວນະຄອນ ຫຼວງ ຈະຕ້ອງໄດ້ສືບຕໍ່ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບຕ່າງໆ ເພື່ອພ້ອມກັນຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ 5 ປີ ຄັ້ງທີ IX ແລະ ມະຕິ 7 ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ໃຫ້ສໍາເລັດຜົນຢ່າງຈົບ ງາມ ໄປພ້ອມໆກັບການຈັດຕັ້ງປະຕິບັດບັນດາຄາດໝາຍທີ່ໄດ້ກໍານົດ ໃນມະຕິກອງປະຊຸມຄັ້ງນີ້ໃຫ້ ບັນລຸຜົນສໍາເລັດຕາມແຜນການທີ່ວາງໄວ້, ສູ້ຊົນສືບຕໍ່ຈັດຕັ້ງ 02 ວາລະແຫ່ງຊາດໃຫ້ແຂງແຮງ ແລະ ເປັນຂະບວນການທີ່ຟົດຟື້ນຂຶ້ນກວ່າເກົ່າ. ພວກເຮົາຕ້ອງຕັດສິນໃຈ ສືບຕໍ່ສ້າງນະຄອນ ຫຼວງວຽງຈັນ ໃຫ້ເປັນສູນກາງ ແລະ ເປັນແບບຢ່າງທີ່ດີທາງດ້ານການເມືອງ, ການພັດທະນາເສດຖະກິດ-ສັງຄົມ ທີ່ໜັກແໜ້ນ, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.