ສະພາການຄ້າ ແລະ ອຸດສາຫະກໍາ ແຂວງອຸດົມໄຊ ແລະ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງແບງ ໄດ້ປິດຊຸດຝຶກອົບຮົມການຍ້ອມສີທໍາມະຊາດ ແລະ ຕັດຫຍິບກະເປົາ, ເສື້ອລື້ ໃຫ້ກຸ່ມຫັດຖະກໍາຜ້າຝ້າຍ ບ້ານຍໍ້ ແລະ ບ້ານນາງົວ ເມືອງແບງ ແຂວງ ອຸດົມໄຊ ເມື່ອວັນທີ 16 ທັນວາ 2024.

ເຂົ້າຮ່ວມພິທີມີ ທ່ານ ນາງ ດາວວົງ ກອງມະນີ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຂວງອຸດົມໄຊ, ທ່ານ ຄໍາແດງ ສີອໍາໄພ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງແບງ, ມີຄະນະປະຈໍາສະພາການຄ້າເມືອງ, ນາຍບ້ານ ແລະ ສໍາມະນາກອນຈາກກຸ່ມຫັດຖະກໍາຜ້າຝ້າຍເຂົ້າຮ່ວມ.
ໃນພິທີ ທ່ານ ໄລພອນ ແກ້ວມະນີວອນ ຜູ້ປະສານງານໂຄງການສົ່ງເສີມຄວາມສາມາດໃຫ້ຜູ້ປະກອບການ, ຊ່າງຫັດຖະກໍາ ແລະ ປະຊາຊົນຜະລິດຜ້າຝ້າຍຢູ່ແຂວງອຸດົມໄຊ ໄດ້ລາຍງານການຈັດຕັ້ງປະຕິບັດກິດຈະກຳໂຄງການຝຶກອົບຮົມການຍ້ອມສີທໍາມະຊາດ ແລະ ຕັດຫຍິບກະເປົາ, ເສື້ອລື້ ຕະຫຼອດໄລຍະການຝຶກອົບຮົມ 9 ວັນຜ່ານມາ.

ການຝຶກອົບຮົມມີ 2 ກິດຈະກໍາຫຼັກ ຄື: ກິດຈະກໍາທີ່ໜຶ່ງ ໄດ້ຝຶກອົບຮົມວິທີຍ້ອມສີທໍາມະຊາດ ຈໍານວນ 6 ສີ ຄື: ສີແດງ, ສີບົວ, ສີເຫຼືອງ, ສີນິນ, ສີດໍາ ແລະ ສີນໍ້າຫ້ອມ ໃຫ້ກຸ່ມຫັດຖະກໍາຜ້າຝ້າຍ ບ້ານຍໍ້ ໂດຍນໍາໃຊ້ວັດຖຸດິບຈາກທຳມະຊາດເປັນສ່ວນປະສົມໃນການຍ້ອມສີທຳມະຊາດ ເປັນຕົ້ນແມ່ນໝາກກະເປົ້າ, ເປືອກຄາມເຄືອ, ໃບໝາກສີດາ, ໃບຫ້ອມ, ຂີ້ໝິ້ນ ແລະ ຫອມເລືອດ ( ຜັກບົວເລືອດ ) ມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 14 ຄົນ; ກິດຈະກໍາທີ່ສອງ ໄດ້ຝຶກອົບຮົມເຕັກນິກການອອກແບບ ແລະ ຕັດຫຍິບກະເປົາ – ເສື້ອລື້ແບບປະຍຸກ ໃຫ້ກຸ່ມຕັດຫຍິບ ບ້ານນາງົວ ໃນການແປຮູບຜ້າຝ້າຍມາເປັນເສື້ອລື້ ແລະ ແພເສດມາເປັນກະເປົາ ມີຜູ້ເຂົ້າຮ່ວມທັງໝົດ 11 ຄົນ.
ຈາກນັ້ນ, ກໍໄດ້ມອບໃບຢັ້ງຢືນຜ່ານຫຼັກສູດການຝຶກອົບຮົມຍ້ອມສີທໍາມະຊາດ ແລະ ຕັດຫຍິບກະເປົາ, ເສື້ອລື້ ໃຫ້ກຸ່ມຫັດຖະກໍາຜ້າຝ້າຍທັງ 2 ບ້ານ.