ວິທີລ້ຽງ ແລະ ການຮັກສາຂີ້ກະເດືອນ ເພື່ອການກະເສດ

23 Dec 2024

ຄລິກແຊຣ໌ 0 Facebook WhatsApp

ຂີ້ກະເດືອນ ເປັນສັດເລືອຄານທີ່ບໍ່ມີກະດູກສັນຫຼັງ ທີ່ອາໄສຢູ່ໃນດິນ ນອກຈາກຈະນຳໄປໃຊ້ເປັນເຫຍື່ອຕຶກເບັດແລ້ວ ຍັງເປັນສັດທີ່ມີຄວາມສຳຄັນຕໍ່ລະບົບນິເວດ ເປັນຕົ້ນແມ່ນ ດິນ, ຕໍ່ພືດ ແລະ ສັດລ້ຽງ ເຊັ່ນ: ເປັດ, ໄກ່; ພ້ອມນີ້ ມູນ ຫຼື ຂີ້ ຂອງຂີ້ກະເດືອນສາມາດນໍາໄປເຮັດປຸ໋ຍໝັກໄດ້ ເຊິ່ງປັດຈຸບັນຊາວກະສິກອນກໍສຶກສາວິທີລ້ຽງ ແລະ ລ້ຽງເປັນສິນຄ້າສ້າງລາຍຮັບໄດ້.

ไม่มีคำอธิบายรูปภาพ

ມື້ນີ້ພວກເຮົາຈະມາແນະນຳວິທີລ້ຽງຂີ້ກະເດືອນ ສຳລັບຄົນທີ່ຢາກລ້ຽງ ເຊິ່ງການລ້ຽງຂີ້ກະເດືອນ ພວກເຮົາສາມາດໃຊ້ກະຕ່າທີ່ເຮັດດ້ວຍໄມ້ ຫຼື ຈະໃຊ້ອ່າງ, ຊາມ, ຄຸ ກໍໄດ້ ເຊິ່ງສ່ວນປະກອບໃນການລ້ຽງ ມີດັ່ງນີ້: ບົວຫົດນ້ຳ, ຖົ່ວດິນເຄືອ, ເຟືອງ, ຂີ້ຄວາຍສົດ ແຊ່ນ້ຳ 24 ຊົ່ວໂມງ.

■ ວິທີລ້ຽງ: ກ່ອນອື່ນແມ່ນໃຫ້ນຳເອົາເຟືອງແຫ້ງ ຂະໜາດ 20 – 30 ຊັງຕີແມັດ ໂດຍນຳມາແຊ່ນ້ຳໃຫ້ອີ່ມໂຕ ປະມານ 24 ຊົ່ວໂມງ ເພື່ອນຳມາປູພື້ນກະຕ່າທີ່ໃຊ້ລ້ຽງໃຫ້ໜາ ປະມານ 5 – 10 ຊັງຕີແມັດ ແລ້ວຈຶ່ງນຳເອົາຖົ່ວອາລາຄຼິລລົງໃສ່ເປັນຊັ້ນທີ 2, ຫຼັງຈາກນັ້ນນຳເອົາຂີ້ຄວາຍມາປົກໃສ່ທາງເທິງເປັນຊັ້ນທີ 3 ແລ້ວນຳເອົາຂີ້ກະເດືອນທີ່ໄດ້ກະກຽມໄວ້ນັ້ນມາປ່ອຍໃສ່ອ່າງ ແລ້ວນຳເຟືອງມາປົກອີກເທື່ອໜຶ່ງຕາມອັດຕາສ່ວນຂອງຂີ້ຄວາຍ 50 ເປີເຊັນ, ເຟືອງ 40 ເປີເຊັນ ແລະ ຖົ່ວເຄືອ  10 ເປີເຊັນ.

ไม่มีคำอธิบายรูปภาพ

■ ການເບິ່ງແຍງຮັກສາ:

ພາຍຫຼັງນຳຂີ້ກະເດືອນມາລົງລ້ຽງແລ້ວ ແຕ່ລະອາທິດຕ້ອງໄດ້ຫົດນ້ຳ ເນື່ອງຈາກວ່າຂີ້ກະເດືອນມັກຄວາມຊຸ່ມ, ສຳລັບການສັງເກດເບິ່ງຄວາມຊຸ່ມ ແມ່ນໃຊ້ມືຈັບເບິ່ງຂີ້ກະເດືອນນັ້ນ ຕ້ອງການ ຄວາມຊຸ່ມ ປະມານ 70 ເປີເຊັນຂອງອາຫານໃນອ່າງ.

ສຳລັບບ່ອນລ້ຽງນັ້ນ ສາມາດເຮັດໄດ້ຫຼາຍແບບ ໂດຍອີງຕາມເງື່ອນໄຂ ແລະ ຂໍ້ສະດວກຂອງຜູ້ລ້ຽງ ແຕ່ຕ້ອງເປັນບ່ອນທີ່ມີອາກາດລຸລ່ວງດີ ເພາະຂີ້ກະເດືອນຕ້ອງການຄວາມຊຸ່ມເຢັນ.

ไม่มีคำอธิบายรูปภาพ

■ ຄວາມສຳຄັນຂອງການລ້ຽງຂີ້ກະເດືອນ:

ຂີ້ກະເດືອນ ເປັນສັດຊະນິດໜຶ່ງທີ່ມີຄວາມສຳຄັນຕໍ່ການລ້ຽງສັດ ໂດຍສະເພາະໃຊ້ເປັນອາຫານແກ່ສັດລ້ຽງ ມີການຈະເລີນເຕີບໂຕດີ ເຊັ່ນ: ກົບ, ປາ, ສັດປີກ ແລະ ໝູ ເພາະຂີ້ກະເດືອນ ມີທາດຊີ້ນສູງຫຼາຍກວ່າ 70 ເປີເຊັນ ຂອງນ້ຳໜັກແຫ້ງ ແລະ ຍັງມີທາດອາຫານອື່ນໆ ທີ່ມີຄຸນຄ່າທາງໂພຊະນາການທີ່ຈຳເປັນຕໍ່ສັດລ້ຽງ ທີ່ເຮັດໃຫ້ສັດໃຫຍ່ໄວ ແລະ ແຂງແຮງ ທັງສາມາດຂະຫຍາຍພັນໄດ້ຕະຫຼອດປີ.

[ ຂໍ້ມູນ: ວາລະສານກະຊວງກະສິກຳ ແລະ ປ່າໄມ້ ]

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ