ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ຄັ້ງທີ 4 ກ່ຽວກັບ ຄວາມຄືບໜ້າວຽກງານຂອງ ຄະນະຮັບຜິດຊອບກະກຽມ ແລະ ເຂົ້າຮ່ວມງານວາງສະແດງ ໂລກ 2025 Osaka ແຂວງຄັນໄຊ ປະເທດຢີ່ປຸ່ນ ເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ(ອຄ) ປະທານຊີ້ນໍາລະດັບຊາດ ເພື່ອກຽມ ແລະ ເຂົ້າຮ່ວມງານວາງສະແດງໂລກ EXPO 2025 Osaka ຂອງ ສປປລາວ ມີຮອງລັດຖະມົນຕີກະຊວງ ຖວທ ແລະ ມີອະນຸກໍາມະການໃນຄະນະຊີ້ນໍາ, ກອງເລຂາ ແລະ ຜູ້ປະກອບການເຂົ້າຮ່ວມ.
ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວວ່າ: ຈຸດປະສົງຂອງກອງປະຊຸມ ເພື່ອຮັບຟັງ ການລາຍງານຄວາມຄືບໜ້າໃນການກະກຽມ ການເຂົ້າຮ່ວມງານວາງສະແດງ ໂດຍສະເພາະແມ່ນການທົບທວນຄືນ ຜົນຂອງກອງປະຊຸມຄັ້ງທີ 3 ທີ່ຜ່ານມາ. ງານວາງສະແດງໂລກ ມີຈຸດປະສົງ ເພື່ອສົ່ງເສີມຄວາມກ້າວໜ້າ ເຜີຍແຜ່ຂໍ້ມູນແກ່ສາທາລະນະຊົນ ແລະ ຍົກສູງການຮ່ວມມືລະຫວ່າງບັນດາປະເທດ ແລະ ອົງການຕ່າງໆໃນໂລກ ທັງເປັນເວທີ່ທີ່ພົບປະທີ່ໃຫຍ່ທີ່ສຸດໃນໂລກ ໂດຍສະເພາະແມ່ນການຮວມຕົວຂອງບັນດາປະເທດ, ພາກທຸລະກິດ, ອົງການຈັດຕັ້ງ, ຂະແໜງການຕ່າງໆ ເຊີ່ງກິດຈະກໍາປະກອບດ້ວຍ ງານວາງສະແດງ, ການຝືກອບົຮົມ, ການປະຊຸມ ແລະ ອື່ນໆ ເຊີ່ງຈັດຂຶ້ນທຸກໆ 5ປີ. ໄລຍະເວລາຈັດງານ 6 ເດືອນ.
ສໍາລັບ ສປປລາວ ໃນງານຄັ້ງນີ້ຈະໄດ້ເຂົ້າຮ່ວມເປັນຄັ້ງທີ 6 ນັບຈາກປີ 2000 ທີ່ ຮັນໂນເວີ ປະເທດເຢຍລະມັນ, 2005 ທີ່ໄອຈິ ປະເທດຢີ່ປຸ່ນ, 2010 ທີ່ຊຽງໄຮ ສປ ຈີນ, 2015 ທີ່ ມິລານ ປະເທດອີຕາລີ, 2020 ທີ່ ສະຫະລັດອາຣັບເອມີເຣດ ແລະ 2025 ທີ່ຄັນໄຊ ປະເທດຢີ່ປຸ່ນ.
ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຂຶ້ນລາຍງານ ຄວາມຄືບໜ້າວຽກງານຂອງ ຄະນະຮັບຜິດຊອບກະກຽມ ແລະ ເຂົ້າຮ່ວມງານວາງສະແດງ ໂລກ 2025 Osaka ໂດຍຜ່ານການປະສານສົມທົບ ແລະ ເຮັດວຽກຮ່ວມກັບປະເທດເຈົ້າພາບ ແລະ ພາກສ່ວນທີ່ກ່ຽວຂ້ອງ ພາຍຫຼັງຈາກກອງປະຊຸມຄັ້ງທີ III ຂອງຄະນະຊີ້ນໍາລະດັບຊາດ ໃນວັນທີ 30 ເມສາ 2024 ກອງປະຊຸມໄດ້ເຫັນດີເປັນເອກະພາບ 06 ເນື້ອໃນໂດຍພື້ນຖານ
ຫ້ອງວາງສະແດງແຫ່ງຊາດ ສປປ ລາວ ຕາມຫົວຂໍ້:“ການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງຂອງ ສປປ ລາວ” (Green Growth and Sustainable Development in Lao PDR), ເຊິ່ງໄດ້ປະສານສົມທົບ ບັນດາຂະແໜງການເປັນເອກະພາບ ເນື້ອໃນທີ່ປະກອບເຂົ້າໃນ 5 ເຂດນຳສະເໜີ ກໍຄືແຕ່ລະຝາພາຍໃນຫ້ອງວາສະແດງ ທີ່ໄດ້ກຳນົດໄວ້ 5 ຝາ
ວິດີໂອທີ່ຈະນໍາສະເໜີໃນຫ້ອງວາງສະແດງທັງໝົດ 05 ວິດີໂອດັ່ງນີ້:
- ຈໍດ້ານໜ້າຫ້ອງວາງສະແດງ: ຈະນໍາສະເໜີ ວິດີໂອ ແຫຼ່ງທ່ອງທ່ຽວທີ່ສໍາຄັນຂອງປະເທດລາວ,
- ພາຍໃນຫ້ອງວາງສະແດງ ຝາທີ 1: ວິດີໂອ ນໍາສະເໜີ ຫົວຂໍ້ກ່ຽວກັບຫ້ອງວາງສະແດງຂອງລາວ ຕິດພັນກັບ ວັດທະນະທໍາ, ຜ້າໄໝ, ທ່ອງທ່ຽວ ແລະ ເທດສະການ
- ຝາທີ 2: ວິດີໂອນໍາສະເໜີ ເປົ້າໝາຍ ແລະ ຍຸດທະສາດ ການພັດທະນາ ຂອງລາວ
- ຝາທີ 4: ວິດີໂອນຳສະເໜີ ຜະລິດຕະພັນສີຂຽວຂອງລາວເປັນຕົ້ນແມ່ນເຂົ້າ, ກາເຟ, ຊາ, ຫັດຖະກໍາຜ້າໄໝ ທີ່ໄດ້ຮັບລາງວັນ GI
ຝາທີ 5: ວິດີໂອກ່ຽວກັບເສດຖະກິດສີຂຽວ ແລະ ການພັດທະນາຍືນຍົງໃນອະນາຄົດຂອງລາວ,
- ການຕົບແຕ່ງຫ້ອງວາງສະແດງແຫ່ງຊາດ ດ້ວຍປະຕິມາກຳ ແລະ ເຄື່ອງຕົບແຕ່ງອື່ນໆ
ໄດ້ສຳເລັດການຜະລິດ ເຮືອຊ່ວງ ຈຳລອງຂະໜາດ 4,9 x 0,3 ແມັດ ເຊິ່ງເປັນການຈຳລອງ ເຮືອຊ່ວງດັ້ງເດີມຈາກແຂວງໄຊຍະບູລີ
ໄດ້ສຳເລັດການຜະລິດ ພາຂວັນ ຈຳລອງທີ່ນຳໃຊ້ດິນປັ້ນ ແລະປະກອບເຄື່ອງຄົບຊຸດ ເພື່ອນຳສະເໜີການບາສີສູ່ຂວັນໃຫ້ແກ່ແຂກບ້ານຕ່າງເມືອງ ດຶງດູດໃຫ້ເຂົ້າມາແວ່ທ່ຽວຊົມຫ້ອງວາງສະແດງ.
ໄດ້ສຳເລັດການຜະລິດ ສາກຈັກສານດ້ວຍໄມ້ໄຜ່ ເພື່ອຕົບແຕ່ງຕິບເຂົ້າ ແລະ ຝາຫ້ອງວາງສະແດງ ວັດສະດຸທັງໝົດ ໄດ້ດຳເນີນຂະບວນການຂົນສົ່ງໄປ ຍິປຸ່ນ ໃນວັນທີ 19 ທັນວາ 2024 ທີ່ຜ່ານມາ.
- ໂລໂກ ຂອງຫ້ອງວາງສະແດງແຫ່ງຊາດ
ຜ່ານການແຈ້ງໃຫ້ຫຼາຍພາກສ່ວນ ໄດ້ອອກແບບ ແລະ ສົ່ງມາຄັດເລືອກ ເຫັນວ່າໂລໂກ ຄຳລາວ ທີ່ຂຽນເປັນພາສາອັງກິດ ໂຕໃຫຍ່ເປັນຫຼັກ ແລະ ມີພາສາລາວ, ພາສາຍິປຸ່ນ ໂຕນ້ອຍ ຢູ່ໃນຂອບລວດລາຍ ກະຈັງ-ກັນດົກ ແລະ ລາຍດອກໄມ້ປະຈຳຊາດ
ວາງສະແດງໂລກ EXPO 2025 Osaka ຈະຈັດຂຶ້ນ ໃນລະຫວ່າງວັນທີ 13 ເມສາ -13 ຕຸລາ 2025 ທີ່ເມືອງ ໂອຊາກາ ແຂວງ ຄັນໄຊ ປະເທດຢີ່ປຸ່ນ.