ມາເລເຊຍ ໄດ້ເປີດສຳນັກງານປັນຍາປະດິດແຫ່ງຊາດ (NAIO) ເພື່ອກວດກາ ແລະ ກຳນົດນະໂຍບາຍຂອງຂະແໜງ AI ໃນປະເທດ ຊຶ່ງກຳລັງຂະຫຍາຍຕົວ ໂດຍຕັ້ງເປົ້າໝາຍຊຸກຍູ້ໃຫ້ມາເລເຊຍກາຍເປັນສູນກາງ AI ຂອງພາກພື້ນ.
ໃນຖະແຫຼງການຂອງທ່ານ ໂກບິນ ຊິງ ເດໂອ ລັດຖະມົນຕີກະຊວງດີຈີຕອນຂອງມາເລເຊຍ ລະບຸວ່າ: NAIO ເປັນການລິເລີ່ມແຜນຍຸດທະສາດພາຍໃຕ້ການຊີ້ນໍາຂອງກະຊວງດີຈີຕອນ ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນເພື່ອສ້າງມາເລເຊຍໃຫ້ເປັນຜູ້ນໍາດ້ານ AI ລະດັບພາກພື້ນ ແລະ ເປັນຕົວຂັບເຄື່ອນການຫັນເປັນດີຈີຕອນທົ່ວໂລກ.
ທ່ານ ໂກບິນ ເປີດເຜີຍວ່າ: NAIO ແນໃສ່ແກ້ໄຂບັນຫາສິ່ງທ້າທາຍລະດັບທ້ອງຖິ່ນ ແລະ ລະດັບໂລກ. ພ້ອມທັງຊຸກຍູ້ການພັດທະນາແບບຍືນຍົງ ໂດຍຈະເນັ້ນສຸມໃສ່ການສົ່ງເສີມນະວັດຕະກຳ ຍົກລະດັບການຮ່ວມມືໃນທົ່ວຂະແໜງການ ຕະຫຼອດຈົນນໍາ AI ເຂົ້າກັບຂອບການເຮັດວຽກຂອງລັດຖະບານ, ອຸດສາຫະກໍາ ແລະ ສັງຄົມ.
ທ່ານ ໂກບິນ ກ່າວວ່າ: NAIO ຈະນໍາພາຄວາມພະຍາຍາມດ້ານການຄົ້ນຄວ້າ, ການປະຍຸກໃຊ້ ແລະ ການນໍາໃຊ້ງານທາງການຄ້າທີ່ກ່ຽວກັບ AI ເພື່ອສົ່ງເສີມເສດຖະກິດດີຈີຕອນ ແລະ ປັບປຸງການບໍລິການສາທາລະນະ, ໂດຍ NAIO ຈະເຮັດວຽກເພື່ອຮັບປະກັນວ່າທຸກພາກສ່ວນຂອງສັງຄົມໄດ້ຮັບຜົນປະໂຫຍດຈາກ AI.
ມາເລເຊຍໄດ້ກາຍເປັນຈຸດໝາຍການລົງທຶນແຖວໜ້າຂອງພາກພື້ນສຳລັບອຸດສາຫະກຳເຕັກໂນໂລຊີຂັ້ນສູງຫຼາຍແຫ່ງໃນປີທີ່ຜ່ານມາ. ໂດຍດຶງດູດການລົງທຶນໃນດ້ານສູນຂໍ້ມູນ cloud ແລະໂຄງການ AI.
ຂໍ້ມູນຈາກອົງການພັດທະນາການລົງທຶນມາເລເຊຍ ເປີດເຜີຍວ່າ: ມູນຄ່າການລົງທຶນໃນຂະແໜງຂໍ້ມູນຂ່າວສານ ແລະ ການສື່ສານຂອງປະເທດໃນໄລຍະ 9 ເດືອນທຳອິດ (ມັງກອນ – ເດືອນກັນຍາ) ຂອງປີ 2024 ແມ່ນ 71,1 ຕື້ຣິງກິດ.