ເສດຖະກິດ ສ.ເກົາຫຼີ ຫົດຕົວລົງເຖິງການສົ່ງອອກຈະເຂັ້ມແຂງ

0
85

ຂ່າວສານຫວຽດນາມລາຍງານວ່າ: ບັນດາການຄາດຄະເນການເຕີບໂຕຂອງເສດຖະກິດທີ່ອີງໃສ່ການສົ່ງອອກຂອງ ສ ເກົາຫຼີ ໃນປີ 2024 ໄດ້ຖືກປັບຫຼຸດລົງ, ເຖິງແມ່ນວ່າການສົ່ງອອກເຊມິຄອນດັກເຕີ ມີການເພີ່ມຂຶ້ນ.

อาจเป็นรูปภาพของ 2 คน และ ข้อความ

ການປັບຫຼຸດນີ້ ສະທ້ອນເຖິງຄວາມຕ້ອງການພາຍໃນປະເທດທີ່ຟື້ນຕົວຊ້າກວ່າທີ່ຄາດໄວ້ ທ່າມກາງອັດຕາດອກເບ້ຍທີ່ສູງ ແລະ ຜົນກະທົບທີ່ຍັງຄົງຄ້າງຂອງການລະບາດພະຍາດໂຄວິດ-19.

ໃນຕົ້ນປີ 2024, ລັດຖະບານສເກົາຫຼີ ແລະ ບັນດາອົງການການເງິນສາກົນທີ່ສຳຄັນ ຄາດຄະເນການເຕີບໂຕຂອງເສດຖະກິດປະມານ 2,4-2,6% ສຳລັບພື້ນຖານເສດຖະກິດໃຫຍ່ອັນດັບ 4 ຂອງອາຊີ, ດ້ວຍແຮງຈູງໃຈດ້ານການສົ່ງອອກຢ່າງແຂງແຮງ ແລະ ຍ້ອນການຟື້ນຕົວຂອງອຸດສາຫະກຳຊິບແລະຄວາມຕ້ອງການຈາກຕ່າງປະເທດ.

ເຖິງຢ່າງໃດກໍຕາມ, ໃນໄລຍະປີຕໍ່ປີ, ການຄາດຄະເນການເຕີບໂຕຂອງເສດຖະກິດ ໃນປິ2024 ໄດ້ຖືກປັບປຸງໃຫ້ຢູ່ໃນລະດັບປະມານ 2,2-2,3%.

LEAVE A REPLY

Please enter your comment!
Please enter your name here