ທ່ານນາງ ຄຣິສຕິນ ລາກາດ (Christine Lagarde) ປະທານທະນາຄານກາງເອີຣົບ ຫລື ອີຊີບີ(ECB)ກ່າວໃນວັນທີ 16 ທັນວາ ຜ່ານມາວ່າ: ບັນດານັກວາງນະໂຍບາຍຢູ່ເອີຣົບຈະສືບຕໍ່ປັບຫຼຸດອັດຕາດອກເບ້ຍ.
ທ່ານນາງ ຄຣິສຕິນ ລາເກຣດ ກ່າວວ່າ: ເສດຖະກິດພາກພື້ນພວມເຂົ້າໃກ້ເປົ້າໝາຍເງິນເຟີ້ 2% ທີ່ອີຊີບີວາງອອກ. ຖ້າຂໍ້ມູນອັດຕາເງິນເຟີ້ທີ່ຈະມາເຖິງປະຕິບັດຕາມທ່າອ່ຽງນີ້ ອີຊີບີຄາດວ່າຈະສືບຕໍ່ປັບຫຼຸດອັດຕາດອກເບ້ຍ.
ໃນວັນທີ 12 ທັນວາ ຜ່ານມາ,ອີຊີບີໄດ້ຕັດສິນໃຈຫຼຸດອັດຕາດອກເບ້ຍ 0,25% ແລະ ສືບຕໍ່ທີ່ຈະຜ່ອນຄາຍຕື່ມອີກໃນປີ 2025 ຖ້າການຂະຫຍາຍຕົວຂອງເສດຖະກິດໄດ້ຮັບຜົນກະທົບຈາກປັດໄຈພູມສາດທາງດ້ານການເມືອງໃນພາກພື້ນ ແລະ ຄວາມສ່ຽງຂອງສົງຄາມການຄ້າໃໝ່ກັບອາເມຣິກາ.
ນີ້ແມ່ນການປັບຫຼຸດ 3 ຄັ້ງຕິດຕໍ່ກັນຂອງ ECB ແລະ ເປັນຄັ້ງທີ 4 ນັບຕັ້ງແຕ່ເດືອນມິຖຸນາເມື່ອທະນາຄານ ໄດ້ເລີ່ມຮອບການຜ່ອນຄາຍນະໂຍບາຍການເງິນຂອງຕົນ.