ຊີອາໄອລາຍງານວ່າ: ກອງປະຊຸມພະລັງງານແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ: ໃນປີ 2024, ຄວາມສາມາດການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ລະດັບການພັດທະນາຕາມທິດສີຂຽວກາກບອນຕ່ຳຂອງຈີນໄດ້ຮັບການຍົກລະດັບ ແລະ ປັບປຸງໃຫ້ດີຂຶ້ນຕື່ມອີກ ໂດຍອັດຕາການກຸ້ມຕົນເອງແມ່ນຮັກສາຢູ່ໃນລະດັບ 80% ຂຶ້ນໄປ.
ໃນປີ 2024, ກຳລັງຕິດຕັ້ງໄຟຟ້າໂດຍລວມໃນທົ່ວປະເທດຈີນມີປະມານ 3,32 ຕື້ກິໂລວັດ, ປະລິມານການຜະລິດໄຟຟ້າມີເຖິງ 10.000 ຕື້ກິໂລວັດໂມງ ເພີ່ມຂຶ້ນ 5,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ໃນນັ້ນ, ກຳລັງການຕິດຕັ້ງໄຟຟ້າເພີ່ມໃໝ່ຂອງພະລັງງານໝູນວຽນມີຫຼາຍກວ່າ 300 ລ້ານກິໂລວັດ, ກວມເອົາ 85% ຂຶ້ນໄປຂອງກຳລັງຕິດຕັ້ງໄຟຟ້າເພີ່ມໃໝ່ຂອງພະລັງງານທັງໝົດຂອງຈີນ, ການຫັນເປັນສີຂຽວ ແລະ ກາກບອນຕ່ຳໄດ້ຮັບປະສິດທິຜົນອີກ.
ປັດຈຸບັນ, ໃນທົ່ວປະເທດມີເຄື່ອງຈັກຜະລິດໄຟຟ້າດ້ວຍພະລັງງານນິວເຄລຍທີ່ກຳລັງດຳເນີນງານ ຫຼື ກຳລັງກໍ່ສ້າງຢູ່ ມີເຖິງ 102 ໜ່ວຍ ໂດຍມີກຳລັງ ຕິດຕັ້ງໄຟຟ້າ 113 ລ້ານກິໂລວັດ, ຈີນໄດ້ກາຍເປັນປະເທດໃຫຍ່ອັນດັບໜຶ່ງໃນດ້ານການຜະລິດໄຟຟ້າດ້ວຍພະລັງງານນິວເຄລຍ.