ສຳເລັດການກໍານົດໂຄງປະກອບລາຄາຂາຍຍົກ-ຂາຍຍ່ອຍ 2 ລາຍການຢູ່ນະຄອນຫຼວງ

20 Dec 2024

ຄລິກແຊຣ໌ 0 Facebook WhatsApp

ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫລວງວຽງຈັນ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ເມື່ອບໍ່ດົນມານີ້ ກ່ຽວກັບການຄຸ້ມຄອງລາຄາສິນຄ້າໃຫ້ຮູ້ວ່າ: ນະຄອນຫລວງວຽງຈັນ ໄດ້ຄົ້ນຄວ້າປັບປຸງໂຄງປະກອບລາຄາສິນຄ້າຄວບຄຸມ ໃນບັນຊີ “ກ” ເຊັ່ນ: ເຂົ້າກິນ, ຊີ້ນໝູ, ປານິນກະຊັງ, ໄກ່ພັນປອກ ໃຫ້ສອດຄ່ອງຕາມລາຄາກົນໄກຕະຫຼາດທີ່ມີການເໜັງຕີງປັບຂຶ້ນລາຄາ.

No photo description available.
ໃນນີ້: ສໍາເລັດການກໍານົດໂຄງປະກອບລາຄາຂາຍຍົກ-ຂາຍຍ່ອຍ 2 ລາຍການ ຄື: ເຂົ້າສານໜຽວ ປະເພດ 2 ລາຄາບໍ່ໃຫ້ຂາຍເກີນ 17,000 ກີບ/ກິໂລ ແລະ ໄກ່ພັນປອກ (ສາມສາຍເລືອດ) ລາຄາບໍ່ໃຫ້ຂາຍເກີນ 70,000 ກີບ/ກິໂລ, ໄດ້ປະຕິບັດການຈຳໜ່າຍເຂົ້າຄັງແຮ ເພື່ອແຊກແຊງລາຄາ ແລະ ດັດສົມຕະຫຼາດ ຊຶ່ງມອບໃຫ້ບໍລິສັດທີ່ມີສັນຍາ ກັບ ລັດຖະບານ ເຮັດຄັງແຮເຂົ້າແຊກແຊງລາຄາ ແລະ ດັດສົມຕະຫຼາດ ນຳເອົາສິນຄ້າປະເພດເຂົ້າສານໜຽວ ປະເພດ 2 ອອກຈໍາໜ່າຍ ໃນລາຄາ 14,500 ກີບ/ກິໂລ, ຈຳນວນ 250 ໂຕນ.

May be an image of 1 person, dais and text
ນອກຈາກນີ້, ຍັງໄດ້ອອກຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງພະນັກງານ ຂະແໜງ ການຄ້າພາຍໃນ ລົງຕິດຕາມ, ກວດກາລາຄາສິນຄ້າ ໃນຊ່ວງໄລຍະເກີດມີໄພນ້ຳຖ້ວມ ເພື່ອສະກັດກັ້ນບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ, ກັກຕຸນສິນຄ້າ ເພື່ອເກນກຳໄລ ສະບັບເລກທີ 001/ຄພນ, ລົງວັນທີ 30 ສິງຫາ 2024.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ