ໃນວັນທີ 18 ທັນວາ 2024 ນີ້ ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ແລະ ປິດໂຄງການພັດທະນາອົງການກາແດງແຫ່ງຊາດລາວ ເຊິ່ງໄດ້ເລີ່ມມາແຕ່ ປີ 2021 – 2024 ຈັດຂຶ້ນທີ່ ເມືອງວັງວຽງ, ແຂວງ ວຽງຈັນ, ໂດຍການເປັນປະທານຂອງທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ທ່ານ ນາງ ບີນິຕາ ໂປເດວ ຜູ້ຕາງໜ້າອົງການກາແດງສະວິດສ໌ປະຈຳ ສປປ ລາວ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າຫ້ອງການ ອົງການກາແດງແຫ່ງຊາດລາວ ແລະ ຫົວໜ້າ, ຮອງຫົວໜ້າອົງການກາແດງແຂວງ, ຜູ້ຕາງໜ້າຈາກພະແນກການຕ່າງປະເທດ, ຫ້ອງວ່າການແຂວງເປົ້າໝາຍຂອງໂຄງການເຂົ້າຮ່ວມ 36 ທ່ານ, ຍິງ 7 ທ່ານ.
ຈຸດປະສົງກອງປະຊຸມນີ້ ເພື່ອຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດ ໂຄງການພັດທະນາອົງການກາແດງແຫ່ງຊາດລາວ ເຊິ່ງໄດ້ດຳເນີນຢູ່ 03 ແຂວງຄື: ແຂວງຈຳປາສັກ, ຄຳມ່ວນ ແລະ ຫຼວງພະບາງເປົ້າໝາຍຂອງໂຄງການແມ່ນໃຫ້ອົງການກາແດງແຫ່ງຊາດລາວເຂັ້ມແຂງດ້ານຍຸດທະສາດ, ຂະບວນການ, ມາດຖານໃນການປະຕິບັດງານ ແລະ ລະບົບການຄຸ້ມຄອງການເງິນທີ່ມີປະສິດທິພາບ ພ້ອມທັງເປັນອົງການມະນຸດສະທໍາທາງສັງຄົມເພື່ອປົກປັກຮັກສາຊີວິດປະຊາຊົນ ແລະ ຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບໄພພິບັດຢ່າງມີປະສິດທິພາບ ແລະ ທັນສະພາບການ.
ເຊິ່ງໃນນັ້ນ, ໄດ້ຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆດ້ວຍການພັດທະນາບັນດາຍຸດທະສາດ ແລະ ນະໂຍບາຍຂອງ ກດລ ສາມາດເອື້ອອຳນວຍໃຫ້ແກ່ການຕອບໂຕ້ໄພພິບັດ ຢ່າງມີປະສິດທິພາບ ແລະ ທັນສະພາບການ,ກດລ ມີເຄື່ອງມືອຸປະກອນທີ່ແທດເໝາະ ແລຊັບພະຍາກອນມະນຸດທີ່ມີຄວາມສາມາດ ທີ່ໄດ້ຜ່ານການອົບຮົມ ເພື່ອຈັດຕັ້ງປະຕິບັດການຕອບໂຕ້ໄພພິບັດ ຢ່າງມີປະສິດທິພາບ ແລະ ທັນສະພາບການ ໂດຍສະເພາະຢູ່ 3 ແຂວງທີ່ເປົ້າໝາຍໂຄງການ ເຊິ່ງສາມາດຖອດຖອນໄດ້ຄະນະຮັບຜິດຊອບໂຄງການຕ້ອງເພີ່ມທະວີຄວາມເປັນເຈົ້າການ ແລະ ຮັບຜິດຊອບຕໍ່ການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດກິດຈະກໍາໂຄງການໃຫ້ໄປຕາມແຜນ ແລະ ເວລາທີ່ກໍານົດ;ພາກສ່ວນວິຊາການທີ່ກ່ຽວຂ້ອງກັບກິດຈະກໍາຂອງໂຄງການຕ້ອງມີຄວາມຮັບຜິດຊອບ ແລະ ຕັດສິນໃຈສູງ ໃນການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ໃນຄວາມຮັບຜິດຊອບຂອງຕົນ; ປັບປຸງຂະບວນການຈັດຊື້-ຈັດຈ້າງ ໃຫ້ມີຄວາມຄ່ອງຕົວ ແລະ ໄວຂຶ້ນກວ່າເກົ່າ;ການປະສານງານກັບພາກສ່ວນກ່ຽວຂ້ອງ ຕ້ອງມີການປັບປຸງໃຫ້ດີຂື້ນ ແລະ ມີຄວາມຄ່ອງຕົວ.ການສ້າງຄວາມເຂັ້ມແຂງດ້ານສະໜັບສະໜູນການບໍລິການ ແລະ ການລະດົມອາສາສະໝັກ ກດລ, ກອງປະຊຸມສະຫຼູບຖອດຖອນບົດຮຽນ ແລະ ສະເໜີໂຄງການ. ເພື່ອຍົກເອົາບັນຫາທີ່ເຫັນວ່າຍັງຄົງຄ້າງເພື່ອນຳມາປຶກສາຫາລືກັນແກ້ໄຂໃນໂຄງການຕໍ່ໄປຢ່າງກົງໄປກົງມາ. ຕໍ່ກັບບັນຫາດັ່ງກ່າວອົງການກາແດງແຫ່ງຊາດລາວ ຈະຕ້ອງໄດ້ສຸມໃສ່ຊອກຊ່ອງທາງແກ້ໄຂໃນອະນາຄົດ.
ໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນຈາກ ອົງການກາແດງສະວິດສ໌ ໃນມູນຄ່າ 226,969 ສະວິດສ໌ຟຣັງ.