ການສັ່ງຟ້ອງຜູ້ຖືກຫາຂື້ນສານຂອງ ອົງການໄອຍະການປະຊາຊົນ ນວ ແມ່ນມີຄຸນນະພາບສູງກວ່າປີຜ່ານມາ ສານຕັດສິນເອົາຕາມຄໍາສັ່ງຟ້ອງ ໄດ້ທັງໝົດ 99,66% ແລະ ໄດ້ແກ້ໄຂຄະດີ ແພ່ງຂັ້ນຕົ້ນ ໄດ້ 95,77%.

0
122

ທ່ານ ບຸນທາມ ພຸດທະວົງສາ ຮອງປະທານ ຄະນະປະຈໍາ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຂຶ້ນລາຍງານ ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃນຕອນເຊົ້າຂອງວັນທີ 20 ທັນວາ 2024 ກ່ຽວກັບ ການປະຕິບັດແຜນການ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂອງສານປະຊາຊົນພາກກາງ ແລະ ສານປະຊາຊົນ ນະຄອນຫຼວງວຽງຈັນ, ອົງການໄອຍະການປະຊາຊົນ ພາກກາງ ແລະ ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນວ່າ:

ໂດຍສະເພາະແມ່ນ ການປະຕິບັດແຜນການ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂອງອົງການໄອຍະການປະຊາຊົນ ພາກ ກາງ ແລະ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ.
ໂດຍສະເພາະຜົນງານອັນພົ້ນເດັ່ນໄດ້ສໍາເລັດການສ້າງຕັ້ງຫ້ອງການພະນັກງານໄອຍະການປະຊາ ຊົນເຂດ IV ປະຈຳເມືອງ ໄຊເສດຖາ, ການສັ່ງຟ້ອງຜູ້ຖືກຫາຂື້ນສານຂອງອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ແມ່ນມີຄຸນນະພາບສູງກວ່າປີຜ່ານມາ ສານຕັດສິນເອົາຕາມຄໍາສັ່ງຟ້ອງ ໄດ້ທັງໝົດ 99,66% ແລະ ໄດ້ແກ້ໄຂຄະດີ ແພ່ງຂັ້ນຕົ້ນ ໄດ້ 95,77%. ສ່ວນອົງການໄອຍະການປະຊາຊົນພາກກາງ ໃນການຕິດຕາມກວດກາການດໍາເນີນຄະດີແພ່ງ ຂັ້ນອຸທອນ ແລະ ຂັ້ນລົບລ້າງ ແມ່ນສາມາດປະຕິບັດໄດ້ສະເລ່ຍ 98% ເຫັນວ່າສາມາດບັນລຸຄາດໝາຍ 95% ທີ່ໄດ້ ກໍານົດໄວ້. ນອກຈາກນີ້ ກໍຍັງໄດ້ມີການລິເລີ່ມຈັດຕັ້ງປະຕິບັດການດໍາເນີນຄະດີສັ່ງຟ້ອງຜູ້ຖືກຫາຂຶ້ນສານໂດຍກົງ. ແຕ່ ຄຽງຄູ່ກັບຜົນງານດ້ານດີນັ້ນ ຄະນະປະຈຳ ສະພາປະຊາຊົນ ສັງເກດເຫັນວ່າ ອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ຍັງມີບາງດ້ານທີ່ບໍ່ສາມາດບັນລຸໄດ້ຕາມແຜນການດັ່ງນີ້:
1) ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ບາງດ້ານບໍ່ທັນຄົບຖ້ວນ, ຂີດຄວາມສາມາດທາງດ້ານວິຊາ ສະເພາະຍັງຈຳກັດ ເຮັດໃຫ້ການຄົ້ນຄວ້າແກ້ໄຂຄະດີຈໍານວນໜຶ່ງ ຍັງບໍ່ທັນເລິກເຊິ່ງຮອບດ້ານ, ການແກ້ໄຂຄະດີຍັງມີ ລັກສະນະຊັກຊ້າ ບໍ່ທັນຕາມກຳນົດເວລາ ໂດຍສະເພາະແມ່ນການແກ້ໄຂຄະດີອາຍາ ທີ່ບໍ່ທັນບັນລຸຄາດໝາຍ 95% ຕາມ ທີ່ໄດ້ກຳນົດໄວ້ໃນມະຕິ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II;
2) ການຕິດຕາມ ແລະ ຊຸກຍູ້ອົງການໄອຍະການປະຊາຊົນແຂວງ, ນະຄອນຫຼວງ ໃນການຕິດຕາມກວດກາການ ເຄົາລົບ, ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາອົງການຈັດຕັ້ງລັດ, ອົງການຈັດຕັ້ງມະຫາຊົນ, ສັງຄົມ ແລະ ພົນລະເມືອງ ຢູ່ໃນບັນດາແຂວງພາກກາງ ຍັງເຮັດໄດ້ໜ້ອຍ ແລະ ບໍ່ຕໍ່ເນື່ອງ;

3) ການສຶກສາອົບຮົມວຽກງານການເມືອງແນວຄິດຍັງບໍ່ທັນຈັດເປັນເປົ້າໝາຍຊັດເຈນ ແລະ ທົ່ວເຖິງ ສ່ວນຫຼາຍ ແມ່ນ ເໜັ້ນໜັກວຽກງານວິຊາສະເພາະ ຕິດພັນກັບການປະເມີນການຈັດຕັ້ງປະຕິບັດ 03 ມີ 04 ຮັບປະກັນ ຍັງບໍ່ທັນ ເຮັດໄດ້ດີເທົ່າທີ່ຄວນ;
4) ການຕິດຕາມກວດກາ ການປະຕິບັດຄໍາຕັດສິນຂອງສານ ຍັງບໍ່ທັນໄດ້ເອົາໃຈໃສ່ຢ່າງຈິງຈັງ ເປັນຕົ້ນ ບໍ່ທັນລົງ ເລິກກວດກາຄວາມຖືກຕ້ອງຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການໄດ້ກຳນົດໄວ້; ການຈັດຕັ້ງປະຕິບັດຄໍາ ຕັດສິນຂອງສານ ຈໍານວນໜຶ່ງບໍ່ຖືກຕ້ອງຕາມຄໍາຕັດສິນ ແລະ ຄຳພິພາກສາຂອງສານ ແຕ່ອົງການໄອຍະການປະຊາຊົນ ກໍ ບໍ່ໄດ້ສະເໜີປ່ຽນແປງ, ລົບລ້າງ ຫຼື ໂຈະການປະຕິບັດທີ່ບໍ່ຖືກຕ້ອງ, ບາງກໍລະນີປະຕິບັດໂທດສໍາເລັດແລ້ວ ແຕ່ກໍ່ບໍ່ໄດ້ຮັບ ການແກ້ໄຂ ຍ້ອນຄ້າງການຊຳລະຄ່າເສຍຫາຍທາງແພ່ງ ແລະ ຄ່າປັບໃໝທາງອາຍາ.
5) ການຕິດຕາມກວດກາການການດໍາເນີນຄະດີຂອງອົງການສືບສວນ-ສອບສວນ ຍັງບໍ່ທັນເຂັ້ມງວດ ແລະ ເດັດຂາດ ເມື່ອພົບເຫັນການລະເມີດກົດໝາຍ ເປັນຕົ້ນ: ການກັກຕົວ, ການຈັບຕົວ, ການກັກຂັງ ທີ່ບໍ່ຖືກຕ້ອງຕາມກົດ ໝາຍ ອົງການໄອຍະການປະຊາຊົນ ຍັງບໍ່ທັນເປັນເຈົ້າການ ເພື່ອສະເໜີໃຫ້ການຈັດຕັ້ງກ່ຽວຂ້ອງແກ້ໄຂຢ່າງເດັດຂາດ ແລະ ທັນການ;
6) ການດໍາເນີນຄະດີຂອງອົງການໄອຍະການປະຊາຊົນຈຳນວນໜຶ່ງ ຍັງບໍ່ທັນຮອບດ້ານ, ຄົບຖ້ວນ ແລະ ພາວະ ວິໄສ ໂດຍສະເພາະແມ່ນການສັ່ງຟ້ອງຜູ້ຖືກຫາຂື້ນສານ ບາງຄະດີຍັງບໍ່ທັນຄົບ 4 ອົງປະກອບຂອງການກະທຳຜິດ ເປັນ ຄະດີທີ່ຕິດພັນກັບຂໍ້ຂັດແຍ່ງທາງແພ່ງເປັນຕົ້ນການລະເມີດສັນຍາ ແລະ ການລະເມີດທີ່ດິນ ເຊິ່ງເຮັດໃຫ້ສານປະຊາຊົນ ໄດ້ສົ່ງປະເດັນກັບໃຫ້ອົງການໄອຍະການປະຊາຊົນ ຈຳນວນຫຼາຍຄະດີ ບາງຄະດີກໍ່ແກ່ຍາວເວລາ, ຫຼົບໄປຫຼົບມາຫຼາຍຄັ້ງ ແລະ ເຮັດໃຫ້ມີການກັກຂັງເກີນກຳນົດເວລາ.

7) ການຕິດຕາມກວດກາການປະຕິບັດກົດໝາຍ ໃນສະຖານທີ່ ກັກຕົວ, ກັກຂັງ, ສູນດັດສ້າງ ແລະ ຄ້າຍດັດສ້າງ ຍັງມີສະພາບການກັກຂັງປົນເປກັນ, ສະຖານທີ່ກັກຂັງແອອັດ, ບໍ່ຮັບປະກັນສຸຂາອານາໄມ ເຮັດໃຫ້ຜູ້ຖືກຫາ, ນັກໂທດ ເສຍຊີວິດ ແລະ ຍັງມີການກັກຂັງເດັກ, ຜູ້ຍິງຖືພາ ແຕ່ອົງການໄອຍະການກໍ່ຍັງບໍ່ທັນສະເໜີອົງການກ່ຽວຂ້ອງ ເພື່ອຊອກ ຫາວິທີການແກ້ໄຂຢ່າງຈິງຈັງເທື່ອ.

ສ່ວນທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2025 ແລະ ມາດຕະການຈັດຕັ້ງປະຕິບັດ
ຄະນະປະຈຳ ສະພາປະຊາຊົນ ເຫັນດີເປັນເອກະພາບນໍາຄາດໝາຍສູ້ຊົນ, ແຜນວຽກຈຸດສຸມ ແລະ ມາດຕະການ ຈັດຕັ້ງປະຕິບັດ ຂອງອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ແຕ່ ເພື່ອຮັບປະກັນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການໄອຍະການປະຊາຊົນຕາມກົດໝາຍ ຄະນະປະຈຳ ສະພາປະຊາຊົນ ຈຶ່ງສະເໜີບາງມາດຕະການເພີ່ມຕື່ມ ດັ່ງນີ້:

1) ຊີ້ນໍາ-ນໍາພາ ຈັດຕັ້ງຜັນຂະຫຍາຍ ແລະ ເຊື່ອມຊຶມ ມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ຕິດພັນກັບບັນດາຄາດໝາຍສູ້ຊົນ ແລະ ແຜນວຽກງານຈຸດສຸມ ປີ 2025 ຂອງອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ໃຫ້ເປັນແຜນວຽກ ແລະ ມີມາດຕະການລະອຽດ ເພື່ອຈັດຕັ້ງປະຕິບັດ ໃຫ້ສໍາເລັດຕາມຄາດໝາຍທີ່ໄດ້ວາງໄວ້;

2) ຍົກສູງຄຸນນະພາບ ໃນການຄົ້ນຄວ້າພິຈາລະນາແກ້ໄຂຄະດີໃຫ້ບັນລຸ 95%, ສານຕັດສິນເອົາຕາມຄໍາສັ່ງຟ້ອງ ແລະ ຄໍາຖະແຫຼງຂອງອົງການໄອຍະການປະຊາຊົນ ໃຫ້ບັນລຸ 95% ຂື້ນໄປ.

3) ສືບຕໍ່ພັດທະນາບຸກຄະລາກອນ ໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ມີຄຸນນະພາບ ໃຫ້ສາມາດຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງວຽກງານ ທັງຮັບປະກັນການຈັດຕັ້ງປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນຕາມ ກົດໝາຍ, ຕິດພັນກັບການຕິດຕາມກວດກາປະເມີນພະນັກງານໄອຍະການປະຊາຊົນພາກກາງ, ແຂວງ ແລະ ນະຄອນ ຫຼວງວຽງຈັນ ຕາມຄໍາຂວັນ 3 ມີ 4 ຮັບປະກັນ ໃຫ້ເລິກເຊິ່ງເປັນປົກກະຕິ.

4) ປັບປຸງກົນໄກ ແລະ ວິທີການ ໃນການຕິດຕາມກວດກາ ການປະຕິບັດກົດໝາຍຂອງອົງການສືບສວນ-ສອບ ສວນ, ການສັ່ງຟ້ອງຜູ້ຖືກຫາຂື້ນສານ, ການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານ ແລະ ການປະຕິບັດກົດ ໝາຍໃນສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ສູນດັດສ້າງ, ຄ້າຍດັດສ້າງ ແລະ ສຸມໃສ່ແກ້ໄຂບັນຫາການກັກຂັງຜູ້ຖືກຫາ ນັກໂທດ ທີ່ຖືກກັກຂັງເກີນກຳນົດເວລາ ພ້ອມທັງສະເໜີໃຫ້ປັບປຸງລະບຽບການຄຸ້ມຄອງຄືນໃໝ່ ເພື່ອອັດຂອດຈຸດບົກ ຜ່ອງ ແລະ ຊ່ອງວ່າງ ຮັບປະກັນບໍ່ໃຫ້ຜູ້ຖືກຫາ ແລະ ນັກໂທດໂຕນໜີ;

5) ປັບປຸງກົນໄກການປະສານງານກັນລະຫວ່າງສາຍຕັ້ງ, ສາຍຂວາງ, ພາກສ່ວນຕ່າງໆທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມກົມກຽວກັນ ແລະ ເປັນເອກະພາບກັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງ ອົງການໄອຍະການປະຊາຊົນ ມີປະສິດທິຜົນດີຂຶ້ນເປັນກ້າວໆ.

LEAVE A REPLY

Please enter your comment!
Please enter your name here