ພົບ 31 ເປົ້າໝາຍພົວພັນການສໍ້ລາດບັງຫຼວງ ມູນຄ່າເສຍຫາຍ 2,2 ແສນໂດລາ ແລະ 1,7ຕື້ກີບ

0
182

ທ່ານ ບຸນວັນ ຈະສົ່ວເກົ້າ ຮອງປະທານ ອົງການກວດກາລັດນະຄອນຫຼວງວຽງຈັນ ໄດ້ຂຶ້ນລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານກວດກາປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຕໍ່​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອທີ 8 ຂອງ​ສະ­ພາ​ປະຊາຊົນ ນະຄອນຫຼວງວຽງຈັນ ຊຸດ​ທີ II ໃນວັນທີ 19 ທັນວາ 2024 ໂດຍການເປັນປະທານຂອງ ທ່ານ ອະນຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ມີບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ທ່ານ ບຸນວັນ ຈະສົ່ວເກົ້າ ໄດ້ກ່າວວ່າ: ການຈັດຕັ້ງປະຕິບັດວຽກງານໃນປີ 2024 ໄດ້ເພີ່ມທະວີການນໍາພາ-ຊີ້ນຳສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ຮອບດ້ານໃນຂົງເຂດວຽກງານກວດກາພັກ-ລັດ, ສອດຄ່ອງກັບເນື້ອໃນຈິດໃຈກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ IV, ຍົກສູງ ການນຳພາອັນເຂັ້ມແຂງຂອງການຈັດຕັ້ງພັກ ເພື່ອຮັບປະກັນໃຫ້ທົ່ວລະບົບການເມືອງຢູ່ແຕ່ລະຂັ້ນເຄື່ອນໄຫວຢ່າງມີປະສິດທິພາບ ແລະ ມີປະສິດທິຜົນເປັນກ້າວໆ. ໄດ້ສໍາເລັດການປັບປຸງພາລະບົດບາດວຽກງານກວດກາລັດ ແລະ ກົງຈັກການຈັດຕັ້ງ ຂອງຄະນະກວດກາພັກ, ອົງການກວດກາລັດ ນະຄອນຫຼວງວຽງຈັນ.

ວຽກງານຄົ້ນຄວ້າຄຳຮ້ອງ ແລະ ຄຳສະເໜີ ໄດ້ຮັບຕ້ອນປະຊາຊົນມາພົບທັງໝົດ 105 ເທື່ອຄົນ, ມີຄໍາຮ້ອງ ຈໍານວນ 80 ສະບັບ, ສ່ວນຫຼາຍແມ່ນພົວພັນເຖິງສິດນໍາໃຊ້ທີ່ດິນ, ຂໍ້ຂັດແຍ່ງທີ່ດິນ, ການຂໍຄ່າຊົດເຊີຍທີ່ດິນທີ່ຖືກໂຄງການ, ບໍ່ພໍໃຈຕໍ່ຄໍາຕັດສິນຂອງສານ.

ວຽກງານຕິດຕາມ, ກວດກາບໍລິຫານລັດ ໄດ້ຕິດຕາມ ການປັບປຸງກໍ່ສ້າງພື້ນຖານໂຄງລ່າງ ເຊັ່ນ ໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຮ່ອມ ໃນຈໍານວນ 25 ເສັ້ນທາງ ; ວຽກຄຸ້ມຄອງທີ່ດິນລັດ ມີຕອນດິນລັດ 8,765 ຕອນ, ເນື້ອທີ່ 36,400,488 ຕາແມັດ; ວຽກຈັດເກັບລາຍຮັບ-ລາຍຈ່າຍ ສາມາດປະຕິບັດ 88,08%; ວຽກພະລັງງານ-ບໍ່ແຮ່: ອະນຸຍາດ 80 ຫົວໜ່ວຍ, ບໍລິມາດຂຸດຄົ້ນ 214.170 ແມັດກ້ອນ.ໄດ້ຕິດຕາມ, ກວດກາ ໂຄງການລົງທຶນຂອງລັດ ທີ່ມີມູນຄ່າ 10 ຕື້ກີບລົງມາ ຈໍານວນ 44 ໂຄງການ ຂອງ 26 ພາກສ່ວນ ປັດຈຸບັນ ຢູ່ໃນຂັ້ນຕອນການດຳເນີນການກວດກາ ແລະ ເກັບກຳຂໍ້ມູນ. ໄດ້ຕິດຕາມການຄຸ້ມຄອງນຳໃຊ້ທີ່ດິນ, ການສະ​ເໜີ​ຂໍ​ຫັນ​ສິດ​ໃຊ້​ທີ່​ດິນ​ລັດ​ມາ​ເປັນ​ສິດ​ນຳ​ໃຊ້​ບຸກຄົນ ​ແລະ ການ​ຂໍອະນຸຍາດ​ສິດ​ໃຊ້​ທີ່​ດິນ​ລັດ ຢູ່ຂັ້ນນະຄອນຫຼວງວຽງຈັນ ລວມ​ທັງ​ໝົດ 13 ຕອນ; ໃນ​ນີ້ ຂໍ​ຫັນ​ສິດ​ໃຊ້​ທີ່​ດິນ​ລັດ​ມາ​ເປັນ​ສິດ​ນຳ​ໃຊ້​ບຸກຄົນ ຈຳນວນ 05 ຕອນ​, ການ​ຂໍອະນຸຍາດ​ສິດ​ໃຊ້​ທີ່​ດິນ​ລັດ 06 ຕອນ ແລະ ອີກຈໍານວນ 02 ຕອນຢູ່ໃນຂັ້ນຕອນຂໍຄໍາເຫັນຂອງຂັ້ນເທິງ.

 

ທ່ານກ່າວວ່າ: ວຽກງານຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ປີ 2024 ໄດ້ຮັບ​ເອກະສານຄຳ​ຮ້ອງ-ຄຳ​ສະ​ເໜີ 09 ​ສະບັບ, ຄ້າງປີຜ່ານມາ 27 ສະບັບ (ລວມທັງໝົດ 36 ສະບັບ) ພົບເຫັນຄວາມເສຍຫາຍທັງໝົດ ເປັນເງິນ ຈໍານວນ220.000 ໂດລາສະຫະລັດ, 1.707.342.000 ກີບ. ພົວພັນກັບ 31 ເປົ້າໝາຍ, ຖືກວິໄນ ຍົກຍ້າຍ ແລະ ປົດຕຳແໜ່ງ 03 ຄົນ, ຄຳຮ້ອງ-ຄໍາສະເໜີພົ້ນເດັ່ນສ່ວນຫຼາຍແມ່ນການສວຍໃຊ້ໜ້າທີ່ຕຳແໜ່ງ, ການປະຕິບັດໜ້າທີ່ບໍ່ຖືກຕ້ອງຕາມກົດໝາຍ, ເອົາທີ່ດິນລັດໃຫ້ບຸກຄົນ ແລະ ການຂາຍດິນລັດ.

ວຽກງານການແຈ້ງຊັບສິນ ແລະ ລາຍຮັບຮອບທີ III ມີ 09 ເມືອງ ແລະ 38 ພະແນກການອ້ອມຂ້າງ ນະຄອນຫຼວງວຽງຈັນ ຈຳນວນ 2.838 ທ່ານ, ຍິງ 1.045 ທ່ານ; ປັດຈຸບັນແຈ້ງສຳເລັດແລ້ວ 2.540 ທ່ານ, ຍິງ 997 ທ່ານ, ສ່ວນຍັງເຫຼືອແມ່ນກຳລັງສືບຕໍ່ປັບປຸງໃຫ້ສຳເລັດ; (ສະເພາະປີ 2024 ນີ້ມີພະນັກງານອາວຸໂສກະກຽມແຈ້ງຊັບສິນ ກ່ອນຮັບບຳນານ ຈຳນວນ 48 ທ່ານ).

ທ່ານກ່າວວ່າ: ວຽກງານຈຸດສຸມປີ 2025

  • ເຜີຍແຜ່ ເຊື່ອມຊຶມບັນດາມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ນິຕິກຳ ຕ່າງໆ ກ່ຽວກັບວຽກງານກວດກາພັກ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ກໍາລັງປະກອບອາວຸດ, ປະຊາຊົນບັນດາເຜົ່າ ເພື່ອສ້າງຄວາມເຂົ້າໃຈອັນຕັ້ງໜ້າຂອງວຽກງານກວດກາ, ປຸກລະດົມການຈັດຕັ້ງ ແລະ ສັງຄົມ ເຂົ້າຮ່ວມຕິດຕາມ, ກວດກາປະເມີນການປະຕິບັດໜ້າທີ່ຂອງການຈັດຕັ້ງ ແລະ ເຈົ້າໜ້າທີ່ພາກລັດ ທີ່ເຂົ້າຂ່າຍການລະເມີດກົດໝາຍ, ລະບຽບການ ແລະ ສິດເປັນເຈົ້າຂອງປະຊາຊົນ.
  • ສືບຕໍ່ກວດກາບັນດາໜ້າວຽກທີ່ຍັງຄ້າງຕາມມະຕິເລກທີ 007/ສປນວ ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ, ຕາມຄໍາສັ່ງ ແລະ ຕາມພາລະບົດບາດ ຂອງອົງການກວດກາລັດ ນະຄອນຫຼວງວຽງຈັນ.
  • ຕິດຕາມ, ກວດກາໂຄງການລົງທຶນຂອງລັດ ປະຈໍາປີ 2025, ໂຄງການລົງທຶນພາຍໃນ ແລະ ຕ່າງປະເທດ, ການຊໍາລະສະສາງການລົງທຶນຂອງລັດ, ຕິດຕາມ, ກວດກາ ການປະຕິບັດແຜນລາຍຮັບ-ລາຍຈ່າຍ ງົບປະມານປະຈຳປີ 2025, ການປະຕິບັດ ແຜນການ-ການເງິນ, ຕ້ານການຟຸມເຟືອຍຂອງອົງການບໍລິຫານລັດ ແຕ່ລະຂັ້ນ, ສືບຕໍ່ ກວດກາໂຄງການລົງທຶນຂອງລັດ ທີ່ມີມູນຄ່າ 10 ຕື້ກີບລົງມາ ຈຳນວນ 44 ໂຄງການ ໃຫ້ສຳເລັດ.
  • ກວດກາ, ລົງເລິກບັນດາເປົ້າໝາຍ ເປັນຕົ້ນ ການຈັດຕັ້ງປະຕິບັດ ການຂຸດຄົ້ນແຮ່ທາດ ໃນນະຄອນຫຼວງ ທີ່ຖືກຕ້ອງ ແລະ ບໍ່ຖືກຕ້ອງ, ໂດຍສະເພາະແມ່ນ ການຂຸດຄົ້ນດິນແດງ, ຫີນດານ, ຫີນກໍ່ສ້າງ ແລະ ແຮ່ທາດອື່ນໆ.
  • ກວດກາ ດິນລັດຄຸ້ມຄອງ, ການອະນຸຍາດສໍາປະທານ, ເຊົ່າດິນ ຢູ່ນະຄອນຫຼວງ ແລະ ລາຍຮັບຈາກການສໍາປະທານທີ່ດິນ.
  • ກວດກາ ກອງທຶນລຶບລ້າງຄວາມທຸກຍາກ ຢູ່ນະຄອນຫຼວງ, ກອງທຶນພັດທະນາຊຸມຊົນ, ກອງທຶນຄວບຄຸມ-ສະກັດກັ້ນຢາເສບຕິດ ແລະ ກອງທຶນອື່ນໆ.
  • ກວດກາ ການເກັບກູ້ຊັບສິນ ຈາກການຕັດສິນຄະດີຢາເສບຕິດ ຢູ່ນະຄອນຫຼວງ.
  • ໃນປີ 2025 ຈະໄດ້ສືບຕໍ່ຕິດຕາມ, ຊຸກຍູ້ບັນດາພະແນກການ-ອົງການ ໃນການແກ້ໄຂຜົນຂອງການກວດກາ ຕາມແຈ້ງການ, ໜັງສືທາງລັດຖະການ.
  • ສືບຕໍ່ຕິດຕາມ, ກວດກາ ການຈັດຕັ້ງ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ມີປະກົດການ ສໍ້ລາດບັງຫຼວງ ຢູ່ໃນທຸກຂະແໜງການ, ທຸກຂັ້ນ ຕາມ 12 ພຶດຕິກຳ ທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ; ຕາມການຮ້ອງຟ້ອງ, ຄໍາສະເໜີ, ມີການລາຍງານ ແລະ ມີຂໍ້ມູນທີ່ເຊື່ອຖືໄດ້ວ່າມີການສໍ້ລາດບັງຫຼວງ.
  • ຮັບ ແລະ ຄົ້ນຄວ້າຄຳຮ້ອງ-ຄຳສະເໜີ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ພົນລະເມືອງ ໃຫ້ຖືກຕ້ອງ, ວ່ອງໄວ ແລະ ຊັດເຈນ.
  • ສືບຕໍ່ຕິດຕາມ, ຊຸກຍູ້ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາຂັ້ນຕ່າງໆ, ເພີ່ມທະວີຄວາມຮັບຜິດຊອບ ໃນການນໍາພາ-ຊີ້ນໍາ ການຄົ້ນຄວ້າ, ແກ້ໄຂຄຳຮ້ອງ-ຄຳສະເໜີ ຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງຕົນ ໃຫ້ຖືກຕ້ອງຕາມລະບຽບການ ແລະ ກົດໝາຍ.
  • ເພີ່ມທະວີ ການບໍາລຸງ-ກໍ່ສ້າງພະນັກງານກວດກາໃຫ້ມີລະດັບທິດສະດີການເມືອງ-ການປົກຄອງ, ວິຊາສະເພາະ, ຍົກລະດັບຄວາມຊໍານານງານເປັນມືອາຊີບ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ຈັດຝຶກອົບຮົມວຽກງານກວດກາໄລຍະສັ້ນ, ລົງເລິກວຽກງານສອບສວນຄະດີ ສໍ້ລາດບັງຫຼວງແບບສະເພາະ, ສືບຕໍ່ຫັນເອົາພະນັກງານລົງກໍ່ສ້າງຮາກຖານ ໃນວຽກງານຕົວຈິງ ໃຫ້ຫຼາຍຂື້ນກວ່າເກົ່າ.
  • ນໍາພາ-ຊີ້ນໍາ ປັບປຸງກົງຈັກການຈັດຕັ້ງ ແລະ ພາລະບົດບາດໜ້າທີ່, ຂອບເຂດສິດ ຂອງຄະນະກວດກາແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ສາມາດຕອບສະໜອງ ຄວາມຮຽກຮ້ອງຕ້ອງການ, ໜ້າທີ່ການເມືອງຕົວຈິງ ຂອງວຽກງານກວດກາ ໃນໄລຍະໃໝ່

LEAVE A REPLY

Please enter your comment!
Please enter your name here