Spirit Academy ກຽມຈັດແຂ່ງຂັນບານເຕະການກຸສົນແດ່ ເດັນນ້ອຍພິການ ແລະ ສູນບໍາບັດຢາເສບຕິດ ໄລຍະທີ 1

0
105

Spirit Academy ສະໂມສອນບານເຕະເຍົາວະຊົນລາວ ກຽມຈັດການແຂ່ງຂັນບານເຕະການກຸສົນແດ່ ເດັນນ້ອຍພິການ ແລະ ສູນບໍາບັດຢາເສບຕິດ ທີ່ ນວ ໄລຍະທີ 1 ຂຶ້ນຢູ່ທີ່ສະໜາມກົມໃຫຍ່ ພາລາທິການ ບ້ານຈອມມະນີ ນະຄອນຫຼວງວຽງຈັນ ໃນວັນທີ 21 ທັນວາ 2024 ໂດຍມີ 12 ສະໂມສອນເຂົ້າຮ່ວມຊີງໄຊເຖິງ 3 ຮຸ່ນຄື: ຢູ 10, ຢູ 12 ແລະ ຢູ 14.
ທ່ານ ນາງ ມະນີຈັນ ແກ້ວລະຄອນ ຜູ້ບໍລິຫານຂອງສະໂມສອນ Spirit Academy ເປີດເຜີຍວ່າ: ລາຍການນັດຈັດຂຶ້ນເພື່ອເປັນການລະດົມທຶນ ມອບໃຫ້ແກ່ ໂຮງຮຽນເດັກນ້ອຍພິການ ແລະ ສູນບຳບັດ 3ແຫ່ງ ໂຮງຮຽນເດັກນ້ອຍພິການຫູ ມືແຫ່ງຄວາມຫວັງ, ⁠ສູນພິການຕາທົ່ງປົ່ງ ແລະ ⁠ສູນບຳບັດຢາເສບຕິດ ຜ່ານການແຂ່ງຂັນບານເຕະເຍົາວະຊົນລາວ ທັງເປັນການໃຫ້ນັກກີລາເຍົາວະຊົນລາວໄດ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງ ໂດຍຄັ້ງນີ້ມີ 12 ສະໂມສອນເຂົ້າຮ່ວມ ມີທັງຫມົດ 3 ຮຸ່ນຄື ຮຸ່ນ 9+10 ປີ, 11+12 ປີ ແລະ 13+14 ປີດັ່ງນີ້:
#Spirit 3 ຮຸ່ນ
#Friendship 3 ຮຸ່ນ
#G-Junoir 1 ຮຸ່ນ
#PMT 1 ຮຸ່ນ
#BIS 2 ຮຸ່ນ
#Sasettha 2 ຮຸ່ນ
#Khamkane 2 ຮຸ່ນ
#ມຊ 2 ຮຸ່ນ
#Somekay FC 1 ຮຸ່ນ
#Nongkeo FC 1 ຮຸ່ນ
#ເສ່ຍເກີ້×ຟໍຈູນ FC 1 ຮຸ່ນ
#ລູກນາຍພັນ FC 1 ຮຸ່ນ

ສໍາລັບ ການຈັດການແຂ່ງຂັນລາຍການນີ້ໄດ້ຮັບການ ສະຫນັບສະຫນູນຫລັກ ແລະ ຜູ້ໃຈບຸນຈາກ:
1. ໂຮງຫມໍຫຼັກໄຊ
2. ⁠ສູນຄວາມງາມ ໂມເດວ
3. ⁠ຄລີນິກປົວແຂ້ວ ຂຸນຕາທົ່ງ ແລະ ສາມແຍກດອນແດງ
4. ⁠ຄລີນິກທ່າງ່ອນ
5. ⁠ພອນສະຫວັນ ຂາຍເຄື່ອງຫ້ອງການ ແຂວງຫລວງນໍ້າທາ
6. ບໍລິສັດ PSL ບໍລິການທຳ ຄວາທສະອາດ
7. ອາຊ່ຽນ ໂລກິດຕິກ
8. ພງ ບໍລິສັດ Tetra Tech

LEAVE A REPLY

Please enter your comment!
Please enter your name here