ແຈ້ງອາກາດໜາວ ກະທົບສຸຂະພາບທຸກຄົນຢ່າຖືເບົາ

0
114

ກົມອຸຕຸນິຍົມ ແລະອຸຸທົກກະສາດອອກແຕ້ງເຕືອນໃນວັນທີ 19ທັນວານີ້ ລະບຸວ່າ:ເນື່ອງຈາກມວນອາກາດຫນາວເຢັນຈາກປະເທດຈີນທີ່ມີກໍາລັງແຮງເພີ່ມຂຶ້ນອີກເທື່ອໃຫມ່ຈະແຜ່ລົງມາປົກຄຸມຢູ່ ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງເຫນືອທີ່ມີກໍາ ລັງແຮງພັດປົກຄຸມ, ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດຈະເຢັນລົງ 2 ຫາ 4 ອົງສາ ຢູ່ໃນແຕ່ລະພາກ ພ້ອມຈະມີລົມ ພັດແຮງຢູ່ທົ່ວໄປ ແລະ ຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ ສະພາບອາກາດຈະຫນາວເຢັນ ຫາ ຫນາວເຢັນຫຼາຍ ຢູ່ແຂວງ ພາກເຫນືອ ລົງຫາ ພາກກາງ ແລະ ເຂດພູພຽງບໍລະເວນ ພ້ອມມີຫມອກຫນາປົກຫຸ້ມຢູ່ທົ່ວໄປ ໃນຕອນເຊົ້າ ໃນໄລຍະວັນທີ 20 ຫາ 26 ທັນວາ 2024 ນີ້.

No photo description available.
ພາກເຫນືອ: ອາກາດຈະຫນາວເຢັນ ຫາ ຫນາວເຢັນຫຼາຍ ພ້ອມມີຫມອກຫນາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີ ອຸນຫະພູມຕໍ່າສຸດ 6 ອົງສາ.
• ພາກກາງ: ອາກາດຈະຫນາວເຢັນ ຫາ ຫນາວເຢັນຫຼາຍ ພ້ອມມີຫມອກຫນາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ທົ່ວໄປ ໂດຍສະເພາະຢູ່ເຂດພູສູງ, ພູດອຍ ແລະ ຮ່ອມພູ ຢູ່ແຂວງ ໄຊສົມບູນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ ອຸນຫະພູມຕໍ່າສຸດ 08 ອົງສາ;

No photo description available.
ນະຄອນຫຼວງວຽງຈັນ: ອາກາດເຢັນ ຫາ ຫນາວເຢັນ ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດທີ່ 12 ອົງສາ;
ເຂດພູພຽງບໍລະເວນ: ອາກາດຈະຫນາວເຢັນ ຫາ ຫນາວເຢັນຫຼາຍ ພ້ອມມີຫມອກຫນາປົກຫຸ້ມຢູ່ບາງບໍລິເວນ ອຸນຫະພູມຕ່ໍາສຸດ 7 ຫາ 11 ອົງສາ.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມອາກາດຫນາວເຢັນດັ່ງກ່າວ, ໂດຍສະເພາະຢູ່ເຂດ ພູສູງ, ພູດອຍ ແລະ ຮ່ອມພູ ເຊັ່ນ: ບັນດາ ແຂວງ ພາກເຫນືອ, ພາກກາງ ແລະ ເຂດພູພຽງບໍລະເວນ ອາກາດຈະຫນາວ ເຢັນ ຫາ ຫນາວເຢັນຫຼາຍ. ຊຶ່ງອາດຈະມີຜົນກະທົບຕໍ່ສຸຂະພາບ, ຂໍໃຫ້ຮັກສາສຸຂະພາບນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ ສະເຫນີ, ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງເປັນປະຈໍາ.

LEAVE A REPLY

Please enter your comment!
Please enter your name here