ທ່ານ ຄຳມອນ ບົວພັນ ປະທານອົງການກວດສອບປະຈຳພາກກາງ 1 ໄດ້ຂຶ້ນລາຍງານ ການຈັດຕັ້ງປະຕິບັດຜົນການກວດສອບ ປະຈໍາປີ 2024 ຂອງອົງການກວດສອບປະຈໍາພາກກາງ1 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃນວັນທີ 19 ທັນວາ 2024 ໂດຍການເປັນປະທານຂອງ ທ່ານ ອະນຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ມີບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ທ່ານ ຄໍາມອນ ບົວພັນ ກ່າວວ່າ: ຜົນການກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ເອກະສານລາຍງານການເງິນ ປີ 2023 (ກວດສອບ ໃນປີ 2024) ກວດສອບເຫັນເພີ່ມລາຍຮັບ ສ່ວຍສາອາກອນ ແລະ ລາຍຮັບອື່ນໆ ທີ່ບໍ່ມອບເຂົ້າງົບປະມານ ແຫ່ງລັດ ຈຳນວນ 4,77 ຕື້ກີບ, ໃນນັ້ນ: ໄດ້ເອົາໄປຈ່າຍນອກແຜນງົບປະມານແຫ່ງລັດ ຈຳນວນ 3,62 ຕື້ກີບ; ຍັງເກັບຮັກສາໄວ້ຢູ່ຄັງເງິນສົດ ແລະ ເງິນຝາກນອກລະບົບຄັງເງິນແຫ່ງຊາດ ຈຳນວນ 1,15 ຕື້ກີບ.
ສາເຫດທີ່ພາໃຫ້ມີດ້ານອອ່ນ-ຂໍ້ຄົງຄ້າງ ການຈັດຕັ້ງປະຕິບັດລະບຽບກົດໝາຍ ຍັງບໍ່ເຂັ້ມງວດ; ການຄົ້ນຄວ້າ, ເຊື່ອມຊຶມ, ຜັນຂະຫຍາຍ, ເຜີຍແຜ່ ແລະ ຈັດຕັ້ງປະຕິບັດ ລະບຽບກົດໝາຍບໍ່ທັນ ທົ່ວເຖິງ ເຮັດໃຫ້ຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບລະບຽບກົດໝາຍ ຢ່າງເລິກເຊິ່ງ; ການຜັນຂະຫຍາຍມະຕິ 007/ສປນວ ກ່ຽວກັບການຖືເອົາການແກ້ໄຂຜົນການກວດສອບ ເປັນມາດຕະຖານໃນການປະເມີນ ບຸກຄະລາກອນ ທີ່ສະພາປະຊາຊົນນະຄອນຫຼວງເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ, ຍັງບໍ່ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາເທົ່າທີ່ຄວນ; ການປະສານສົມທົບໃນການຊຸກຍູ້, ຕິດຕາມ, ກວດກາ ຫຼື ແກ້ໄຂວຽກງານຮ່ວມກັນ ຍັງບໍ່ທັນໄດ້ດີ ເທົ່າທີ່ຄວນ; ຫົວໜ່ວຍງົບປະມານ ຍັງບໍ່ທັນເປັນເຈົ້າການໃນການສ້າງແຜນລາຍຮັບ-ລາຍຈ່າຍ ຜ່ານລະບົບງົບປະມານຕາມສະພາບຄວາມເປັນຈິງ ເຮັດໃຫ້ການແກ້ໄຂລາຍຮັບທີ່ກວດສອບເຫັນເພີ່ມ ບໍ່ຂາດຕົວ; ຂະແໜງການທີ່ກ່ຽວຂ້ອງ ບໍ່ເປັນເຈົ້າການນໍາພາ-ຊີ້ນໍາປະຕິບັດວຽກງານ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ບໍ່ເປັນເຈົ້າການໃນການເລັ່ງທວງ, ຍັງບໍ່ໃຊ້ມາດຕະການໃນການປັບໃໝ, ຫົວໜ່ວຍທຸລະກິດຈໍານວນໜຶ່ງ ບໍ່ໃຫ້ຄວາມຮ່ວມມື ກັບ ເຈົ້າໜ້າທີ່ ຂອງລັດ, ບໍ່ນໍາເອົາໜີ້ຕ້ອງຮັບເຂົ້າສູ່ຂະບວນຍຸຕິທໍາ ແລະ ການຊໍາລະສະສາງລາຍຈ່າຍງົບປະມານແຫ່ງລັດ ບໍ່ສາມາດຈັດຕັ້ງປະຕິບັດໄດ້ຕາມແຜນການ ຫຼື ໃຫ້ຂາດຕົວໃນປີ ເຮັດໃຫ້ການແກ້ໄຂໜີ້ຕ້ອງຮັບ ບໍ່ທັນຕາມກໍານົດເວລາ.
ສ່ວນແຜນດໍາເນີນການເຄື່ອນໄຫວວຽກງານກວດສອບ ໃນປີ 2025 ຈໍານວນ 18 ເປົ້າໝາຍ,ໃນນັ້ນ: ການກວດສອບງົບປະມານແຫ່ງລັດ ຈໍານວນ 11 ເປົ້າໝາຍ, ກວດສອບວິສາຫະກິດ ຈຳນວນ 04 ເປົ້າໝາຍ ແລະ ກວດສອບໂຄງການລົງທຶນຂອງລັດ ຈຳນວນ03 ເປົ້າໝາຍ