ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສປນວ) ຊຸດທີ II ວັນທີ 18 ທັນວາ 2024 ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ ນວ, ປະທານສະພາປະຊາຊົນ ນວ, ເຊິ່ງ ທ່ານ ນະຄະເສນ ສີຫາລາດ ຄະນະປະຈໍາສະພາປະຊາຊົນ, ເລຂາທິການ ສະພາປະຊາຊົນ ນະຄອນຫຼວງ ໄດ້ຂຶ້ນຜ່ານຮ່າງມະຕິິ ຈໍານວນ 3 ສະບັບ.
ກ່ອນທີ່ ກອງປະຊຸມໄດ້ຄົ້ນຄວ້າພິຈາລະນາຮັບຮອງເອົາ ຮ່າງມະຕິ ວ່າດ້ວຍການຮັບຮອງເອົາ ບົດລາຍງານ ຂອງອົງການປົກຄອງ ນວ ກ່ຽວກັບການຈັດຕັ້ງປະຕິບັດແຜນການພັດທະນາເສດຖະ ກິດ-ສັງຄົມ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ແຜນການລົງທຶນຂອງລັດປີ 2025 ຂອງນະຄອນ ຫຼວງ ແລະ ຕິດພັນກັບການຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດ, ຮ່າງມະຕິ ວ່າດ້ວຍການຮັບຮອງເອົາ ບົດລາຍງານ ຂອງອົງການປົກຄອງ ນວ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານ ປະຈໍາປີ 2024, ທິດທາງແຜນການ ປະຈໍາປີ 2025 ແລະ ແຜນການນໍາໃຊ້ເງິນເກີນແຜນ ປີ 2024 ຂອງນະຄອນຫຼວງ, ຮ່າງມະຕິ ວ່າດ້ວຍການຮັບຮອງເອົາ ບົດລາຍງານການ ຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນນະຄອນຫຼວງ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ທີ່ໄດ້ລາຍງານ ແລະ ສະເໜີຕໍ່ອງປະຊຸມ ໃນໄລຍະ 3 ວັນ ຜ່ານມານີ້.
ເຊິ່ງບັນດາສະມາຊິກ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາ ຊົນ ນວ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ຮ່າງມະຕິດັ່ງກ່າວ ຢ່າງພາວະວິໄສ, ກົງໄປກົງມາ ແລະ ພ້ອມກັນລົງຄະແນນສຽງຮັບ ຮອງເອົາ ຮ່າງມະຕິ ຈຳນວນ 3 ສະບັບ ດ້ວຍຄະແນນສຽງເຫັນດີ ເປັນສ່ວນຫຼາຍ.