ບໍລິສັດ ຕະຫຼາດລາວ ຂາຍຍົກ – ຂາຍຍ່ອຍ ຈໍາກັດ ຜູ້ດຽວ ໄດ້ຮັບຄວາມໄວ້ວາງໃຈໃນການຈັດຈໍາໜ່າຍຊີ້ນໝູທີ່ມີຄຸນນະພາບ, ລາຄາສົມເຫດສົມຜົນ ແລະ ເຂົ້າເຖິງໄດ້ງ່າຍ ພຽງຜູ້ດຽວໃນ ສປປ ລາວ ສະເພາະຊີ້ນໝູທີ່ມາຈາກ ບໍລິສັດ ເບທາໂກ ( ລາວ ) ຈໍາກັດຜູ້ດຽວ ເປັນຜູ້ສະໜອງໃຫ້ ຫຼັງຈາກລົງນາມສັນຍາຢ່າງເປັນທາງການ ໃນວັນທີ 18 ທັນວາ 2024 ທີ່ອາຄານ ໂຄລາວ ທາວເວີ.
ພິທີດັ່ງກ່າວ ໃຫ້ກຽດລົງນາມສັນຍາໂດຍ ທ່ານ ພູມີ ພອນສໍາເລັດ ອໍານວຍການ ບໍລິສັດ ຕະຫຼາດລາວ ຂາຍຍົກ – ຂາຍຍ່ອຍ ຈໍາກັດ ຜູ້ດຽວ ແລະ ທ່ານ ສຸຣະເຊບ ທອງບຸນລ້ອມ ຮອງກໍາມະການຜູ້ຈັດການໃຫຍ່ ລາວ-ມຽນມາ ບໍລິສັດ ເບທາໂກ ( ລາວ ) ຈໍາກັດ ຜູ້ດຽວ ພ້ອມດຽວກັນນັ້ນກໍມີ ທ່ານ ນາງ ວິໄລພອນ ຊີນດາວົງ ຮອງຫົວຫນ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ໄຊນາລອນ ຈຸນດາລາ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ, ທ່ານ ນາງ ປິດ ພົມເພັດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ທ່ານ ນາງ ຖາວອນ ວົງສົມບັດ ປະທານ ຜູ້ບໍລິຫານ ກຸ່ມບໍລິສັດ ໂຄລາວ, ທ່ານ ສະເຫຼີມໄຊ ທ່ຽງທຳ ທີ່ປຶກສາບໍລິສັດ ຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ຈຳກັດ ຜູ້ດຽວ, ທ່ານ ນາງ ສີອຳພອນ ປຸ້ຍໄມນີ ຜູ້ອໍານວຍການ ບໍລິສັດຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ຈຳກັດຜູ້ດຽວ, ທ່ານ ກຳພົນ ພຣະສີອັດຮາດ ຜູ້ອໍານວຍການຝ່າຍຜະລິດປະສຸສັດ,ທ່ານ ສຸພິວັດ ເສລາລັດ ຜູ້ອານວຍການໂຮງອາຫານສັດ ແລະ ທ່ານ ຊະນັ້ນຣັດ ທານີວັດ ຜູ້ອໍານວຍການຝ່າຍກົນລະຍຸດທຸລະກິດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດດັ່ງກ່າວ ທ່ານ ນາງ ສີອຳພອນ ປຸ້ຍໄມນີ ຜູ້ອໍານວຍການ ບໍລິສັດຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ຈຳກັດຜູ້ດຽວ ກ່າວວ່າ: ບໍລິສັດ ຕະຫຼາດລາວ ຂາຍຍົກ – ຂາຍຍ່ອຍ ຈໍາກັດ ຜູ້ດຽວ ກັບ ບໍລິສັດ ເບທາໂກ ( ລາວ ) ຈໍາກັດ ຜູ້ດຽວ ໄດ້ຮ່ວມກັນລົງນາມໃນຂໍ້ຕົກລົງ ການຈັດຈໍາໜ່າຍຊີ້ນໝູພຽງຜູ້ດຽວໃນ ສປປ ລາວ ເຊິ່ງມີຄວາມສໍາຄັນກໍຄືດັ່ງທີ່ຮູ້ນໍາກັນແລ້ວວ່າ ຜະລິດຕະພັນຊີ້ນໝູເປັນໜຶ່ງໃນສິນຄ້າຫຼັກ ທີ່ນອນຢູ່ໃນລາຍການສິນຄ້າທີ່ທາງລັດຖະບານໃຫ້ມີການຄວບຄຸມໃນລາຄາຂາຍຕະຫຼາດ ສະນັ້ນເພື່ອໃຫ້ສາມາດປະຕິບັດໃນການຄວບຄຸມລາຄາ ແລະ ສະໜອງຊີ້ນໝູທີ່ມີຄຸນນະພາບ ຈະຕ້ອງຮຽກຮ້ອງໃຫ້ມີການຮ່ວມມືຄັ້ງນີ້ ເພື່ອສະໜອງໃຫ້ຕະຫຼາດ ແລະ ຂາຍໃຫ້ຜູ້ບໍໂພກໂດຍກົງ.
ເຊິ່ງທາງ ບໍລິສັດ ເບທາໂກ ( ລາວ ) ເປັນບໍລິສັດທີ່ມີສັກກະຍະພາບສູງໃນຜະລິດແບບຄົບວົງຈອນ ແລະ ມີຄຸນນະພາບສູງສົ່ງເຂົ້າຕະຫຼາດຕາມຄວາມຕ້ອງການໄດ້, ສ່ວນບໍລິສັດ ຕະຫຼາດລາວ ກໍມີເປົ້າໝາຍທີ່ຈະເປັນສູນລວມໃນການກະຈາຍສິນຄ້າສົ່ງ ແລະ ມີພາລະກິດໃນການເຊື່ອມໂຍງສິນຄ້າເຂົ້າສູ່ບັນດາຕະຫຼາດຕ່າງໆ ໃຫ້ໄດ້ໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນ ນະຄອນຫຼວງວຽງຈັນ ເພື່ອສາມາດກໍານົດສິນຄ້າທີ່ມີຄວາມແຕກຕ່າງ. ດັ່ງນັ້ນ ການຮ່ວມມືຄັ້ງນີ້ ບໍລິສັດ ເບທາໂກ ( ລາວ ) ໄດ້ໃຫ້ຄວາມໄວ້ວາງໃຈຕໍ່ ຕະຫຼາດລາວ ເປັນຜູ້ຈັດຈໍາໜ່າຍຊີ້ນໝູແຕ່ພຽງຜູ້ດຽວ ດ້ວຍຄວາມສາມາດຂອງພວກເຮົາໃນການກະຈ່າຍສິນຄ້າໃນຂອບເຂດທົ່ວປະເທດ ເຊິ່ງຈະເຮັດໃຫ້ຜູ້ບໍລິໂພກ ໄດ້ຮັບຊີ້ນໝູທີ່ມີຄຸນນະພາບ ແລະ ລາຄາສົມເຫດສົມຜົນ ລວມເຖິງມາດຕະຖານສູງ, ປອດໄພ ແລະ ເຂົ້າເຖິງໂດຍງ່າຍ.
ຂ່າວ-ຮູບ: Larh Creators