ວິທະຍາໄລເຕັກນິກລາວ-ເຢຍລະມັນ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານ ພ້ອມປ່ອນບັດເລືອກຕັ້ງຄະນະພັກຊຸດໃໝ່

0
289

ວິທະຍາໄລເຕັກນິກລາວ-ເຢຍລະມັນ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານ ໃນວັນທີ 18 ທັນວາ 2024 ທີ່ຫ້ອງປະຊຸມໃຫຍ່ ວິທະຍາໄລເຕັກນິກລາວ-ເຢຍລະມັນ ພ້ອມປ່ອນບັດເລືອກຕັ້ງຄະນະພັກຊຸດໃໝ່.
ພິທີດັ່ງກ່າວ ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະເທດໂດຍ ສະຫາຍ ຮສ. ປອ. ພຸດ ສິມມາລາວົງ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ), ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ກຳມະການປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ສະຫາຍ ຄໍາອອນ ພອນປະເສີດ ເລຂາໜ່ວຍພັກຮາກຖານ ກົມກວດກາ, ຮອງຫົວໜ້າກົມກວດກາ, ສະຫາຍ ວິໄລພອນ ພົມມມຫາໄຊ ເລຂາໜ່ວຍພັກຮາກຖານ ກົມອາຊີວະສຶກສາ ວ່າການຫົວໜ້າກົມອາຊີວະສຶກສຶກສາ ແລະ ສະຫາຍສາຍວິສຸກ ບຸນມີໄຊ ຮອງຫົວໜ້າພະແນກກໍ່ສ້າງພັກ ແລະ ອົງການຈັດຕັ້ງມະຫາຊົນ ກົມຈັດຕັ້ງ ແລະ ພະນັກງານ ພ້ອມດ້ວຍບັນດາສະຫາຍ ເລຂາຄະນະພັກຮາກຖານ, ເລຂາ/ຮອງເລຂາໜ່ວຍພັກຮາກຖານ, ສະຖາບັນ, ວິທະຍາໄລ, ສູນອ້ອມຂ້າງ, ບັນດາ ແຂກທີ່ມີກຽດ, ຜູ້ແທນກອງປະຊຸມ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ສະຫາຍ ຄໍາສະໄຫວ ຍ່ອມມີລາວົງ ຕາງໜ້າໃຫ້ສະຫາຍ ຄະນະພັກຮາກຖານ ວິທະຍາໄລເຕັກນິກລາວ-ເຢຍລະມັນ ຊຸດເກົ່າ ຂຶ້ນເປີດງານ ແລະ ກ່າວອໍາລາໜ້າທີ່ວ່າ: ຄະນະພັກຮາກຖານວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ຮັບການແຕ່ງຕັ້ງ ຕາມມະຕິຕົກລົງ ຂອງສະຫາຍເລຂາຄະນະພັກກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 597/ຄພສກ, ລົງວັນທີ 12 ທັນວາ 2019 ເຊິ່ງມີຄະນະພັກຮາກຖານຈຳນວນ 5 ສະຫາຍ, ຍິງ 1 ສະຫາຍ ເລີ້ມແຕ່ ວັນທີ 13 ກັນຍາ 2024 ເຖິງປັດຈຸບັນເປັນເວລາ 3 ເດືອນ ຍັງປະຈຳການ 3 ສະຫາຍ, ຍົກຍ້າຍ 1 ສະຫາຍ, ບໍານານ 1 ສະຫາຍ(ຂ້າພະເຈົ້າເອງ). ຕະຫຼອດໄລຍະ 5 ປີຜ່ານມາ ພວກຂ້າພະເຈົ້າ ໄດ້ປະຕິບັດຕາມ ພາລະບົດບາດ, ສິດ, ໜ້າທີ່ ຕາມການແບ່ງປັນຄວາມຮັບຜິດຊອບ ຂອງຄະນະພັກຮາກຖານທີ່ມອບ ໝາຍໃຫ້ແຕ່ລະສະຫາຍຮັບຜິດຊອບ ແລະ ປະຕິບັດໄດ້ຢ່າງມີສໍາເລັດເປັນຢ່າງສູງໃນແຕ່ລະດ້ານ ດັ່ງທີ່ ບົດລາຍງານການເມືອງທີ່ໄດ້ຜ່ານໄປແລ້ວນັ້ນ ມາຮອດນີ້ພວກຂ້າພະເຈົ້າແມ່ນສໍາເລັດການປະຕິບັດພາລະບົດບາດ ແລະ ໜ້າທີ່ອັນມີອັນມີ ກຽດນີ້ແລ້ວ, ເລີ້ມແຕ່ເວລານີ້ເປັນຕົ້ນໄປແມ່ນ ຂໍອຳລາໜ້າທີ່ຈາກການເປັນຄະນະພັກຮາກຖານ ຊຸດ ເກົ່າ ໂດຍສະເພາະແມ່ນຂ້າພະເຈົ້າເອງທີ່ເຄີຍເປັນເລຂາໜ່ວຍພັກຖານ 2 ສະໄໝ, ເລຂາຄະນະຮາກຖານ 1 ສະ ໄໝ ລວມເປັນ 3 ສະໄໝຕິດຕໍ່ກັນມາຮອດນີ້ຖືວ່າປະຕິບັດພາລະໜ້າທີ່ໄດ້ສຳເລັດທັງສາຍ ພັກ ແລະ ສາຍລັດແລ້ວ, ແຕ່ຍັງມີ 3 ສະຫາຍໃນຄະນະພັກຊຸດເກົ່າ ຍັງສືບຕໍ່ສະໝັກຢູ່.

ຫຼັງຈາກນັ້ນກໍມີການ ປ່ອນບັດເລືອກຕັ້ງຄະນະພັກຊຸດໃໝ່ ແລະ ໃຫ້ກຽດປະກາດຜົນການເລືອກຕັ້ງໂດຍ ສະຫາຍ ຮສ. ປອ. ພຸດ ສິມມາລາວົງ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ໂດຍທ່ານກ່າວວ່າ: ກອງປະຊຸມໄດ້ຟັງການປະກອບຄໍາເຫັນ ແລະ ອວຍພອນກອງປະຊຸມໃຫຍ່ ຈາກຕາງໜ້າອົງການຈັດຕັ້ງມະຫາຊົນ ເຊິ່ງເນື້ອໃນລ້ວນແຕ່ສະແດງໃຫ້ເຫັນຄວາມຍ້ອງຍໍຊົມເຊີຍ, ເຫັນດີເປັນເອກະພາບ ຕໍ່ບົດລາຍງານການເມືອງ, ທິດທາງ, ແຜນການໃນຕໍ່ໜ້າ ແລະ ຜູ້ແທນກອງປະຊຸມ ຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານ ວິທະຍາໄລເຕັກນິກລາວ-ເຢຍລະມັນ ຊຸດໃໝ່ ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງ 7 ສະຫາຍ, ຍິງ 1 ສະຫາຍ ແລະ ເລືອກໄດ້ 5 ສະຫາຍ ປ່ອນບັດເລືອກຕັ້ງຄະນະພັກຊຸດໃໝ່ ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກເອົາເລຂາ 1 ສະຫາຍ, ຮອງເລຂາ 1 ສະຫາຍ ແລະ ຄະນະພັກ, ປະທານສ ກວດກາ 1 ສະຫາຍ ແລະ ຄະນະພັກ 2 ສະຫາຍດັ່ງນີ້:

1.ສະຫາຍ ສຸລິຍາ ປ່າໄຊ ເປັນເລຂາ ຄະນະພັກຮາກຖານ ວິທະຍາໄລເຕັກນິກລາວ-ເຢຍລະມັນ
2.ສະຫາຍ ບຸນທະວີ ສີພອນພັດ ເປັນຮອງເລຂາ ຄະນະພັກຮາກຖານ
3.ສະຫາຍ ນາງ ເບ ແພງສຸພີ ເປັນຄະນະ ແລະ ປະທານກວດກາ ຄະນະພັກຮາກຖານ
4.ສະຫາຍ ອໍາພູວາ ອຸດົມເພັດ ເປັນຄະນະ ຄະນະພັກຮາກຖານ
5.ສະຫາຍ ສຸວັນນີ ດວງສະໝອນ ເປັນຄະນະ ແລະ ຮອງປະທານກວດກາ ຄະນະພັກຮາກຖານ

LEAVE A REPLY

Please enter your comment!
Please enter your name here