ໃນວັນທີ 16-19 ທັນວາ 2024 ທີ່ໂຮງແຮມສຸພັດຕາ ແຂວງ ຫຼວງພະບາງ, ກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປັນເຈົ້າພາບຈັດກອງປະຊຸມໜ່ວຍງານຊັບສິນທາງປັນຍາອາຊຽນ (AWGIPC) ຄັ້ງທີ 74 ແລະອີກສາມກອງປະຊຸມທີ່ກ່ຽວຂ້ອງ, ໂດຍການເປັນປະທານເປີດກອງປະຊຸມຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ( ອຄ ),ມີທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ ປະທານໜ່ວຍປະຕິບັດງານດ້ານຊັບສິນທາງປັນຍາອາຊຽນ, ມີບັນດາທ່ານຫົວໜ້າກົມ, ຫ້ອງການຊັບສິນທາງປັນຍາ ບັນດາປະເທດສະມາຊິກອາຊຽນ, ປະເທດ ຕໍມໍເລສເຕ, ຕາງໜ້າຈາກກອງເລຂາອາຊຽນ ເຂົ້າຮ່ວມ.
ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຄ ໄດ້ກ່າວວ່າ: ກອງປະຊຸມໜ່ວຍປະຕິບັດງານດ້ານຊັບສິນທາງປັນຍາອາຊຽນ ຄັ້ງທີ 74, ທີ່ ສປປ ລາວ ເປັນປະທານຄັ້ງນີ້ ມີຈຸດປະສົງ ເພື່ອລາຍງານຜົນສໍາເລັດຂອງກອງປະຊຸມລັດຖະມົນຕີເສດ ຖະກິດອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ໃນໄລຍະຜ່ານມາ ທີ່ຕິດພັນກັບວຽກງານຊັບສິນທາງປັນຍາ ແລະ ຈະໄດ້ມີການປຶກສາຫາລື ກັບຜູ້ຕາງໜ້າຈາກອົງການຊັບສິນທາງປັນຍາໂລກ ແລະ ອົງການຊັບສິນທາງປັນຍາແຫ່ງສະຫະພາບເອີຣົບ.
ພ້ອມດຽວກັນນັ້ນ ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຈະໄດ້ມີການພົບປະກັນ, ສະແດງເຖິງຄວາມມຸ່ງໝາຍຮ່ວມກັນ ເພື່ອປຶກສາຫາລື ແລະ ຮັດແໜ້ນສາຍພົວພັນ ລະຫວ່າງ ຫ້ອງການຊັບສິນທາງປັນຍາ ຂອງບັນດາປະເທດສະມາຊິກອາຊຽນ, ຕີມໍເລດສເຕ ແລະຄູ່ຮ່ວມພັດທະນາທີ່ສໍາຄັນຂອງພວກເຮົາ ເຊັ່ນ: ອົງການຊັບສິນທາງປັນຍາໂລກ, ອົງການຊັບສິນທາງປັນຍາເອີຣົບ ແລະພາກສ່ວນອື່ນໆ, ໃນການຮ່ວມມືດ້ານຊັບສິນທາງປັນຍາ ໂດຍສະເພາະ ການພັດທະນາດ້ານລະບົບການຄຸ້ມຄອງ ແລະປົກປ້ອງຊັບສິນທາງປັນຍາ ຂອງປະເທດສະມາຊິກອາຊຽນ ເພື່ອພັດທະນາການບໍລິການຊັບສິນທາງປັນຍາ ຂອງປະເທດສະມາຊິກອາຊຽນ ໃຫ້ມີຄວາມວ່ອງໄວ, ທັນສະໄຫມ ທຽບທັນສາກົນ ເພື່ອຊຸກຍູ້ ແລະສົ່ງເສີມການປະດິດສ້າງ ແລະປະດິດຄິດແຕ່ງ ຂອງອາຊຽນ ເຮັດໃຫ້ອາຊຽນ ເປັນພາກພື້ນທີ່ມີຄວາມກ້າວໜ້າ ແລະໂດດເດັ່ນ ໃນການສ້າງນະວັດຕະກຳ ແລະນຳໃຊ້ວຽກງານຊັບສິນທາງປັນຍາ ເປັນເຄື່ອງມື ເພື່ອເຊື່ອມໂຍງເສດຖະກິດໃນພາກພື້ນໃຫ້ມີຄວາມເຂັ້ມແຂງ, ສາມາດແຂ່ງຂັນ ກັບພາກພື້ນ ແລະ ສາກົນຕາມເປົ້າໝາຍແຜນແມ່ບົດຂອງປະຊາຄົມເສດຖະກິດອາຊຽນ.
ທ່ານ ຍັງໄດ້ຮຽກຮ້ອງ ຕໍ່ຜູ້ແທນໃນກອງປະຊຸມຄັ້ງນີ້ ເພີ່ມທະວີຄວາມສາມັກຄີເປັນໜຶ່ງດຽວ ແລະຮ່ວມມືກັນຢ່າງສະໜິດແໜ້ນ ໂດຍສະເພາະ ການຮ່ວມມືກັບ ອົງການຊັບສິນທາງປັນຍາໂລກ ກ່ຽວກັບການນໍາໃຊ້ເຕັກໂນໂລຊີ ແລະນະວັດຕະກໍາ ເປັນຕົ້ນໃນຂົງເຂດ ດິຈິຕ໋ອນ ທີ່ກຳລັງມີບົດບາດອັນສຳຄັນ ໃນຍຸກເສດຖະກິດດິຈິຕ໋ອນ.