ທ່ານ ນາງ ກ້ອຍ ຄໍາຫຼ້າ ພິມມະສອນ ຫຼື ກ້ອຍ producer ຊື່ດັງ ຈາກລາຍການ the survival lao ແລະ ຍັງມີຄວາມສາມາດຫຼາກຫຼາຍບົດບາດບໍ່ວ່າຈະເປັນທີ່ປຶກສາ ແລະ ກໍາມະການກອງປະກວດຕ່າງຫຼ້າ ໂດຍເປັນຜູ້ບໍລິຫານຂົນສົ່ງອານຸສິດ ສາຂາໂນນສະຫງ່າ 1 ສ້າງຜົນງານການບໍລິຫານທີ່ພົ້ນເດັ່ນເປັນທີ່ຈັບໃຈກຸ່ມລູກຄ້າ ແລະ ການບໍລິການທີ່ດີເລີດ ຈົນສາມາດຄວ້າລາງວັນ ANOUSITH FRANCHISE AWARD 2024.
ງານດັ່ງກ່າວຈັດຂຶ້ນໃນວັນທີ 14 ທັນວາ 2024 ທີຜ່ານມາ ສາວກ້ອຍ ກໍ່ສາມາດຄ້ວາລາງວັນ popular vote ມາຄອງໄດ້ໃນງານມອບລາງວັນ ANOUSITH FRANCHISE AWARD 2024 ເຊິ່ງລາງວັນນີ້ມີພຽງ 1 ສາຂາຈາກທົ່ວປະເທດ ເທົ່ານັ້ນທີ່ຈະໄດ້ຮັບ ລາງວັນນີ້ໄປ ຈາກຜົນງານ ການເປັນຜູ້ບໍລິຫານ ອານຸສິດ ສາຂາ ໂນນສະຫງ່າ1 ກໍ່ສາມາດຍາດເອົາໃຈຈາກລູກຄ້າຂອງບໍລິສັດ Anousith Logistics ມາໄດ້ດ້ວຍຜົນໂຫວດ ທີ່ໂຫວດໄຫ້ກັບສາຂາຈົນໄດ້ລາງວັນນີ້ມີມາຄອງ.
ສໍາລັບ ຜົນງານຂອງ ທ່ານ ນາງ ຄຳຫຼ້າ ພີມມະສອນ ເຄີຍເປັນຄະນະກຳມະການ ເເລະ ທີ່ປຶກສາ ການຕະຫຼາດ ຂອງໂຄງການປະກວດ ຈູເນຍໄອດໍ້ເວີລາວ 2023, producer ຊື່ດັງ ຈາກລາຍການ the survival lao ແລະ ມີບົດບາດຫຼາຍຢ່າງໃນຫຼາຍອາຊີບ ຖືເປັນແບບຢ່າງໃຫ້ກັບຫຼາຍໆຄົນ.
ຂໍ້ມູນ-ຮູບຈາກ: ວ້າວ ດາລາ ແລະ koy_yalulu