ສສຊ ສະເໜີທາງອອກ ໃຫ້ຊາວກະສິກອນ ເພື່ອຕັດບັນຫາເຂົ້າເຖິງແຫຼ່ງທຶນຍາກ

0
307

ການເຂົ້າເຖິງແຫຼ່ງທຶນຂອງຜູ້ປະກອບການຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງລາວແມ່ນຍາກ ເນື່ອງຈາກບໍ່ຖືບັນຊີ. ສະນັ້ນ, ທາງອອກໃນການສົ່ງເສີມ ໃຫ້ມີການຜະລິດ ແລະ ສ້າງຄວາມຍືນຍົງ ແມ່ນ ຈັດຕັ້ງເປັນກຸ່ມການຜະລິດ ທີ່ເຂັ້ມແຂງ ມີຂະບວນການ ເປັນຕ່ອງໂສ້ ການຜະລິດທີ່ມີການແບ່ງຄວາມຮັບຜິດຊອບຮ່ວມກັນ  ແລະ ທີ່ສໍາຄັນແມ່ນທຸກຄົນມີວິໄນ ທາງດ້ານການເງິນ.

ທ່ານ ນາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານຂອງພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາເສດຖະກິດ-ການເງິນ ເປັນຕົ້ນການສົ່ງເສີມການຜະລິດສິນຄ້າພາຍໃນ ການກໍານົດໂຄງປະກອບລາຄາ ສິນຄ້າ ແລະ ການເຂົ້າຫາແຫຼ່ງທຶນ ສົ່ງເສີມວິສາຫະກິດຊະໜາດນ້ອຍ ແລະ ກາງ ໃຫ້ຮູ້ວ່າ: ອີງຕາມໂຕເລກຂອງຫົວນ່ວຍວິສາຫະກິດ 94% ແມ່ນບໍ່ໄດ້ຖືບັນຊີ ສະນັ້ນຈຶ່ງເຮັດໃຫ້ເປັນອຸປະສັກໃນການເຂົ້າເຖິງແຫຼ່ງທຶນ, ແນວໃດກໍຕາມ ຢູ່ໃນເງື່ອນໄຂດັ່ງກ່າວ ເພື່ອສົ່ງເສີມ ການຜູ້ປະກອບການມີການຜະລິດ ຂະແໜງການກ່ຽວຂ້ອງໂດຍສະເພາະແມ່ນຂະແໜງ ອຸດສາຫະກໍາ ແລະ ການຄ້າກໍໄດ້ເຮັດຫຼາຍກິດຈະກໍາ  ແລະ ພະຍາຍາມ ໃຫ້ຜູ້ປະກອບການມີການຂຶ້ນທະບຽນ ແລະ ຖືບັນຊີໃຫ້ຖືກຕ້ອງ.

ທ່ານກ່າວວ່າ: ນອກຈາກນັ້ນ ຕ້ອງຈັດເສວະນາ ລະຫວ່າງຜູ້ຜະລິດ ແລະ ຜູ້ປະກອບການ ເພື່ອຊອກຫາບັນຫາຂອງເຂົາເຈົ້າ ເຮົາຈຶ່ງຈະອອກແບບການຊ່ວຍເຫຼືອ ສ້າງເປັນແຟັກເກັດ ການຊ່ວຍຕ້ອງມີວິໄນການເງິນ ເຮົາຕ້ອງອອກຈາກລະບົບເກື້ອກູນໃຫ້ໄດ້ ເຮົາຕ້ອງສອນກັນໃຫ້ເຂົ້າລະບົບ ຊຸກຍູ້ການຜະລິດ ເຮົາດືງກຸ່ມຜະລິດ ດຶງກຸ່ມຕະຫຼາດ, ກຸ່ມປ່ອຍເງິນ ມາເຮັດລວມກັນ ເຮັດໃຫ້ມັນປີ່ນອ້ອມກັນ ອັນນີ້ເປັນອີກວິທີ່ທາງໜຶ່ງ ແຕ່ຂໍໃຫ້ເຮັດຢ່າງຈິງຈັງ ຜ່ານມາ ມີບາງກິດຈະກໍາກໍສໍາເລັດ ບາງກິດຈະກໍາກໍ ບໍ່ສໍາເລັດ ທັງນີ້ທັງນັ້ນກໍ່ຂຶ້ນນໍາບຸກຄົນ ຕ້ອງມີວິໄນທາງດ້ານການເງິນ  ບັນຫານີ້ບໍ່ແມ່ນເລື່ອງໃໝ່ ຫຼາຍປະເທດເຂົາກໍນໍາໃຊ້ ແລະ ປະສົບຜົນສໍາເລັດມາແລ້ວ ທ່ານນາງວາລີກ່າວ.

 

LEAVE A REPLY

Please enter your comment!
Please enter your name here