ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ປະສົບຄວາມສຳເລັດໃນການສະຫຼຸບໂຄງການສົ່ງເສີມຄວາມອາດສາມາດ ໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT) ໃນວັນທີ 13 ທັນວາ 2024 ທີ່ໂຮງແຮມ ຮໍລິເດ ອິນ ນະຄອນຫຼວງ ວຽງຈັນ ເຂົ້າຮ່ວມເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ ມີບັນດາທ່ານ ເອກອັກຄະລັດຖະທູດ ຈາກປະເທດຜູ້ໃຫ້ການສະໜັບສະໜູນ ແລະ ຄູ່ຮ່ວມມືສາກົນ ລວມທັງພາກລັດ-ທຸລະກິດເຂົ້າຮ່ວມ.
ໂຄງການ LCT ໄດ້ຊ່ວຍຫຼຸດຜ່ອນບັນດາອຸປະສັກຕໍ່ພາກທຸລະກິດຢ່າງຊັດເຈນ ໂດຍຜ່ານການປັບປຸງສະພາບແວດລ້ອມທາງດ້ານລະບຽບການ ໂດຍສະເພາະແມ່ນບັນດານະໂຍບາຍທີ່ດີຂຶ້ນ ແລະ ມີສ່ວນຮ່ວມຫຼາຍຂຶ້ນ, ຫຼຸດຜ່ອນຕົ້ນທຶນທາງດ້ານການຄ້າ ແລະ ເພີ່ມຄວາມສາມາດແຂ່ງຂັນໃຫ້ກັບບັນດາຫົວໜ່ວຍທຸລະກິດ. ໂຄງການ ໄດ້ຮັບທຶນສະໜັບສະໜູນເງິນກູ້ຈາກທະນາຄານໂລກ-ສະມາຄົມພັດທະນາສາກົນ IDA ຈຳນວນ 10 ລ້ານໂດລາສະຫະລັດ ແລະ ທຶນຊ່ວຍເຫຼືອລ້າຫຼາຍຝ່າຍ ຈຳນວນ 9,5 ລ້ານໂດລາສະຫະລັດ ໂດຍການປະກອບສ່ວນຈາກລັດຖະບານປະເທດ ອົດສະຕຣາລີ, ໄອແລນ, ແລະ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID).
ໂຄງການ LCT ໄດ້ຮັບການຈັດຕັ້ງປະຕິບັດ ໂດຍພະແນກຄຸ້ມຄອງການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງຕ່າງປະເທດ (NIU), ຫ້ອງການ, ກະຊວງອຸດສາຫະກຳ ແລະ ໂຄງການ ປະກອບດ້ວຍ 4 ເສົາຄໍ້າຫຼັກ ລວມມີ: ເສົາຄໍ້າ A: ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ. ເສົາຄໍ້າ B: ອຳນວຍຄວາມສະດວກດ້ານການຄ້າ ແລະ ສົ່ງເສີມການເຂົ້າສູ່ຕະຫຼາດ. ເສົາຄໍ້າ C: ປັບປຸງຄວາມສາມາດໃນການແຂ່ງຂັນໃຫ້ພາກທຸລະກິດ. ເສົາຄໍ້າ D: ສະໜັບສະໜູນເພື່ອປັບປຸງການສ້າງນະໂຍບາຍທີ່ເໝາະສົມ ແລະ ມີສ່ວນຮ່ວມ.
ເຖິງແມ່ນວ່າຈະໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ COVID-19 ແລະ ຄວາມບໍ່ໝັ້ນຄົງຂອງເສດຖະກິດຈຸນລະພາກ, ໂຄງການຍັງສາມາດປະສົບຜົນສຳເລັດທີ່ໜ້າເພິງພໍໃຈ ລວມມີ: 1). ການຍົກເລີກບັນດາສິ່ງທີ່ກີດຂວາງ ຕໍ່ກັບການສ້າງຕັ້ງວິສາຫະກິດ ໂດຍຜ່ານການຫຼຸດຜ່ອນຄວາມຫຍຸ້ງຍາກຂອງຂັ້ນຕອນການຈົດທະບຽນວິສາຫະກິດ, ການສ້າງເວັບໄຊຖານຂໍ້ມູນທະບຽນວິສາຫາກິດ, ແລະ ສ້າງຂະບວນການແບບນຳໃຊ້ລະບົບອອນລາຍ ເພື່ອນໍາໄປສູ່ການຫຼຸດຜ່ອນເວລາ ແລະ ຄ່າໃຊ້ຈ່າຍໃນການເລີ່ມຕົ້ນທຸລະກິດພາຍໃນປະເທດ; 2) ການຈັດຕັ້ງປະຕິບັດຂັ້ນຕອນການຄຸ້ມຄອງການຄ້າຊາຍແດນ, ລວມທັງການນໍາສະເໜີກອບການຄຸ້ມຄອງຄວາມສ່ຽງຮ່ວມກັນ, ການປັບປຸງມາດຕະການດ້ານການຄ້າທີ່ບໍ່ແມ່ນພາສີ, ການຈັດຕັ້ງພັນທະພາຍໃຕ້ຂໍ້ຕົກລົງວ່າດ້ວຍການອໍານວຍຄວາມສະດວກດ້ານທາງດ້ານການຄ້າຂອງ ອົງການການຄ້າໂລກ ຫຼື WTO, ແລະ ການສ້າງຄວາມເຂັ້ມແຂງໃຫ່ແກ່ການປະສານງານລະຫວ່າງອົງການພາຍໃຕ້ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງແຫ່ງຊາດ; 3) ໂດຍຜ່ານທຶນສົມທົບເພື່ອສົ່ງເສີມພາກທຸລະກິດໄລຍະທີ II (BAF II), BAF II ໄດ້ໃຫ້ທຶນສົມທົບ 557 ທຶນ ແກ່ 363 ບໍລິສັດໃນທົ່ວປະເທດ; 4) ໂຄງການ LCT ຍັງໄດ້ປັບປຸງປະສິດທິພາບຂອງໂຄງຮ່າງການຄຸ້ມຄອງການຊ່ວຍເຫຼືອດ້ານການຄ້າໂດຍຜ່ານ ການສ້າງຄວາມເຂັ້ມແຂງໃຫ້ແກ່ການດໍາເນີນງານຂອງຄະນະກໍາມະການບໍລິຫານງານໂຄງການ ແລະ ຄະນະກໍາມະການທົບທວນຄືນໂຄງການ ແລະ ການສົນທະນາລະຫວ່າງພາກລັດ ແລະ ພາກເອກະຊົນພາຍໃຕ້ກອງປະຊຸມທຸກິດລາວທີ່ໄດ້ຮັບການສະໜັບສະໜູນຈາກໂຄງການດັ່ງກ່າວ ເຊິ່ງໄດ້ປະກອບສ່ວນສໍາຄັນໃນການແກ້ໄຂບັນຫາທີ່ເປັນອຸປະສັກຕໍ່ການລົງທຶນຂອງພາກເອກະຊົນພາຍໃນປະເທດ.
ທ່ານ ມະໄລທອງ ກົມມະສິດ ກ່າວວ່າ “ການເປັນຄູ່ຮ່ວມມື-ພັດທະນາລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທະນາຄານໂລກ, ລັດຖະບານອົດສຕຣາລີ, ລັດຖະບານສະຫະລັດອາເມລິກາ ແລະ ລັດຖະບານໄອແລນ ໃນໄລຍະ 15 ປີຜ່ານມາ, ເຊີ່ງເປັນການການຮ່ວມມືແມ່ນໄດ້ສຸມໃສ່ການເຊື່ອມໂຍງເສດະຖະກິດສູ່ສາກົນ ແລະ ພາກພື້ນ, ປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ທຸລະກິດ, ອຳນວຍຄວາມສະດວກດ້ານດານຄ້າ ແລະ ສ້າງຄວາມສາມາດໃນການແຂ່ງຂັນໃຫ້ຂະແໜງການທີ່ບໍ່ນຳໃຊ້ຊັບພະຍາກອນທຳມະຊາດ ໃນການເຂົ້າສູ່ຕະຫຼາດພາກພື້ນ ແລະ ສາກົນ. ຄວາມພະຍາຍາມດັ່ງກ່າວ ລ້ວນແລ້ວແຕ່ສອດຄ່ອງກັບຍຸດທະສາດແຫ່ງຊາດໃນການສ້າງຄວາມຫຼາກຫຼາຍທາງດ້ານເສດຖະກິດ, ການຟື້ນຟູເສດຖະກິດຈາກຜົນກະທົບຂອງ COVID-19 ແລະ ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2026.”
ທ່ານ ເມແກນ ໂຈນສ໌, ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ຍັງໄດ້ກ່າວວ່າ: ໃນໄລຍະ 6 ປີທີ່ຜ່ານມາ, ພວກເຮົາໄດ້ເຮັດວຽກຮ່ວມກັນຜ່ານໂຄງການນີ້ ໃນການແກ້ໄຂບັນຫາທີ່ຫຍຸ້ງຍາກບາງຢ່າງ ແລະ ໄດ້ເຫັນຜົນໄດ້ຮັບທີ່ດີ ແລະ ອົດສະຕຣາລີກໍາລັງພິຈາລະນາຢ່າງຕັ້ງໜ້າໃນການສະໜັບສະໜູນໄລຍະທີສອງຂອງໂຄງການ LCT. ພວກເຮົາຫວັງວ່າຈະໄດ້ຮ່ວມມືຢ່າງໃກ້ຊິດໃນຂະບວນການອອກແບບເພື່ອຮັບປະກັນວ່າໄລຍະຕໍ່ໄປຈະແກ້ໄຂບັນດາບູລິມະສິດທີ່ເກີດຂຶ້ນໃໝ່.
ທ່ານນາງ ເຮເຕີ ວາຣີວາ, ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈໍາ ສປປ ລາວ ກ່າວວ່າ: ໂຄງການນີ້ສະທ້ອນໃຫ້ເຫັນເຖິງຄວາມເຊື່ອຂອງພວກເຮົາໃນທ່າແຮງໃນການສ້າງຄວາມເຂັ້ມແຂງໃຫ້ແກ່ໜ່ວຍງານພາກເອກະຊົນ ໃຫ້ກາຍເປັນຜູ້ຂັບເຄື່ອນທີ່ສຳຄັນຂອງການພັດທະນາເສດຖະກິດແບບຍືນຍົງ. ໂຄງການນີ້ໄດ້ໃຫ້ຄວາມສຳຄັນແກ່ພາກທຸລະກິດ ໃນການຈັດຕັ້ງປະຕິບັດໂຄງການ, ໂດຍຮັບຮູ້ເຖິງບົດບາດສຳຄັນຂອງພາກທຸລະກິດໃນການຂັບເຄື່ອນການເຕີບໂຕທາງເສດຖະກິດ ແລະ ການສ້າງໂອກາດໃນການພັດທະນາແບບຍືນຍົງ.
ທ່ານ ອາເລັກຊານເດີ ເຄຣເມີ ຜູ້ຈັດການປະເທດຂອງທະນາຄານໂລກ ກ່າວວ່າ: ທະນາຄານໂລກ ແລະ ບັນດາຄູ່ຮ່ວມພັດທະນາ ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບກະຊວງ ອຄ ໃນໄລຍະຕໍ່ໄປຂອງໂຄງການ ເພື່ອປັບປຸງການອຳນວຍຄວາມສະດວກໃນການດຳເນີນທຸລະກິດ ແລະ ການຄ້າ ແລະ ບູລິມະສິດອື່ນໆ ຂອງປະເທດ ໃນການສົ່ງເສີມການເຕີບໂຕ ຂອງພາກເອກະຊົນ ເພື່ອສ້າງໂອກາດໃນການຈ້າງງານໃຫ້ຫຼາຍຂຶ້ນໃນ ສປປ ລາວ”
ໂຄງການ LCTP ໄດ້ເປັນເຄື່ອງມືໃນການສົ່ງເສີມການເຕີບໂຕທາງເສດຖະກິດແບບຍືນຍົງ ແລະ ມີສ່ວນຮ່ວມ ໂດຍຜ່ານການປັບປຸງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ພາກທຸລະກິດ, ການຫຼຸດຜ່ອນຄ່າໃຊ້ຈ່າຍດ້ານການຄ້າ, ແລະ ການປັບປຸງການແຂ່ງຂັນໃຫ້ແກ່ພາກທຸລະກິດ, ແລະ ການສົ່ງເສີມນະໂຍບາຍທີ່ດີຂຶ້ນ ແລະ ການສົນທະນາລະຫວ່າງພາກລັດ ແລະ ເອກະຊົນໃນ ສປປ ລາວ.