ສະພາປະຊາຊົນ ນວ ສະເໜີໃຫ້ເອົາໃຈໃສ່ ການຊົດເຊີຍໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການພັດທະນາຕ່າງໆ

0
111

ທ່ານ ນາງ ລຳພອຍ ສີອັກຄະຈັນ ຮອງປະທານ ຄະນະປະຈຳ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຕາງໜ້າຄະນະປະຈຳສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໄດ້ປະກອບຄໍາເຫັນຕໍ່ບົດລາຍງານຂອງອົງການປົກຄອງນະຄອນຫຼວງວຽງຈັນ ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃນຕອນເຊົ້າຂອງວັນທີ 16 ທັນວາ 2024 ວ່າ: ຕໍ່ທິດທາງແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2025 ຄະນະປະຈຳ ສະພາປະຊາຊົນ ເຫັນດີໂດຍພື້ນຖານ ຕໍ່ກັບແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2025 ແລະ ສະໜັບສະໜູນຕໍ່ກັບ 8 ທິດທາງລວມ, 5 ແຜນວຽກຈຸດສຸມ ໃນການຈັດຕັ້ງປະຕິບັດແຜນ, ແຕ່ໃນໂອກາດນີ້ ສະເໜີໃຫ້ອົງການປົກຄອງ ສືບຕໍ່ເອົາ ໃຈໃສ່ບາງດ້ານ ດັ່ງນີ້:

1) ມອບໃຫ້ ອົງການປົກຄອງ ຄົ້ນຄວ້າໂຄງປະກອບຂອງເສດຖະກິດ, ບັນດາປັດໃຈ, ນະໂຍບາຍ ແລະ ມາດຕະການລະອຽດ ຂອງ ບັນດາຂະແໜງການ ໃນການຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດ ເພື່ອຮັບປະກັນການບັນລຸອັດຕາການເຕີບໂຕຂອງ ເສດຖະກິດ ທີ່ກຳນົດໃນແຜນການ ປະຈໍາປີ 2025 ໃຫ້ບັນລຸຕາມແຜນທີ່ວາງໄວ້ ໂດຍສຸມໃສ່ແກ້ໄຂບັນຫາທີ່ເຄັ່ງຮ້ອນທາງ ດ້ານເສດຖະກິດ-ສັງຄົມ ທີ່ຍັງຄົງຄ້າງ ແລະ ມີຄວາມຄືບໜ້າໜ້ອຍໃນປີຜ່ານມາ ແລະ ໃນປະຈຸບັນ;

2) ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດບັນດາມາດຕະການ ແລະ ຂໍ້ສະເໜີ ຂອງຄະນະປະຈຳ ສະພາປະຊາຊົນ ທີ່ສະເໜີຕໍ່ອົງການ ປົກຄອງ ໃນກອງປະຊຸມສະໄໝສາມັນແຕ່ລະຄັ້ງ ທີ່ເຫັນວ່າມີຄວາມຄືບໜ້າໜ້ອຍ ເປັນຕົ້ນ: ການຊົດເຊີຍໃຫ້ປະຊາຊົນທີ່ຖືກ ຜົນກະທົບຈາກໂຄງການພັດທະນາຕ່າງໆ, ບັນຫາການບຸກລຸກຈັບຈອງທີ່ດິນເຂດສະຫງວນ, ຂໍ້ຂັດແຍ່ງທີ່ດິນ, ການແກ້ໄຂບັນ ຫາໜີ້ສິນສາທາລະນະ ແລະ ອື່ນໆ;

3) ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດກົນໄກການປະສານສົມທົບກັນ ລະຫວ່າງ ອົງການປົກຄອງ ແລະ ສະພາປະຊາຊົນ ນະຄອນ ຫຼວງວຽງຈັນ ໃຫ້ມີສ່ວນຮ່ວມແຕ່ຫົວທີໃນການສ້າງແຜນ ແລະ ກຳນົດໂຄງປະກອບຂອງແຜນການລົງທຶນຂອງລັດ; ທິດທາງການລົງທຶນຂອງລັດ ໃນປີ 2025 ຄວນຈະສຸມໃສ່ຟື້ນຟູພື້ນຖານໂຄງລ່າງທີ່ເປ່ເພ, ນໍາໃຊ້ເງິນເກີນແຜນສຸມໃສ່ແກ້ໄຂໜີ້ສິນ, ຈັດຕັ້ງປະຕິບັດໂຄງການສືບຕໍ່ໃຫ້ສຳເລັດ ແລະ ຈຳກັດໂຄງການສະເໜີໃໝ່;

4) ເອົາໃສໃສ່ຊຸກຍູ້ສົ່ງເສີມ ການຜະລິດກະສິກຳ ເພື່ອຮັບປະກັນການສະໜອງສະບຽງອາຫານພາຍໃນໃຫ້ພຽງພໍ; ຄຸ້ມຄອງ, ປົກ ປັກຮັກສາ, ປັບປຸງ ແລະ ຟື້ນຟູ ລະບົບຊົນລະປະທານ ໃຫ້ຮັບປະກັນການສະໜອງນໍ້າແກ່ການຜະລິດ ຂອງຊາວກະສິກອນ ຢ່າງທົ່ວເຖິງ ແລະ ມີມາດຕະການຄຸ້ມຄອງຢ່າງເຂັ້ມງວດ ຕໍ່ທີ່ດິນນາ, ທີ່ດິນກະສິກຳໃນເຂດທີ່ມີຊົນລະປະທານ ບໍ່ໃຫ້ມີການ ຫັນປ່ຽນໄປເປັນທີ່ດິນປະເພດອື່ນ;

5) ເອົາໃຈໃສ່ຕິດຕາມ-ກວດກາ ການເພີ່ມຂຶ້ນຂອງລາຄາສິນຄ້າ ແລະ ຄວບຄຸມລາຄາສິນຄ້າຕາມທ້ອງຕະຫຼາດ ໂດຍສະເພາະສິນຄ້າ ທີ່ຕິດພັນກັບການດໍາລົງຊີວິດຂອງປະຊາຊົນ, ຄວບຄຸມສິນຄ້ານໍາເຂົ້າ, ຊຸກຍູ້ສົ່ງເສີມທົ່ວສັງຄົມ ໃຫ້ນໍາໃຊ້ສິນຄ້າທີ່ຜະລິດໄດ້ ພາຍໃນໃຫ້ຫຼາຍຂຶ້ນ ເພື່ອຫຼຸດການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນ;

6) ເອົາໃຈໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານສັງຄົມ ແລະ ສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວັດທະນະທຳ- ສັງຄົມທີ່ກຳນົດໃນແຜນປີ 2025 ໂດຍສຸມໃສ່: ສ້າງ ແລະ ປັບປຸງນິຕິກຳໃຫ້ເປັນລະບົບຄົບຊຸດ; ຍົກສູງຄຸນນະພາບຂອງການ ສຶກສາ, ສາທາລະນະສຸກ, ປະເມີນຄືນ ແລະ ປັບປຸງຫຼັກສູດການຮຽນ-ການສອນ ເພື່ອໃຫ້ແທດເໝາະກັບສະພາບຄວາມເປັນ ຈິງຂອງເສດຖະກິດ-ສັງຄົມ ໃນປະຈຸບັນ; ເອົາໃຈໃສ່ຝຶກ ແລະ ສ້າງວິຊາຊີບໃຫ້ມີຄວາມຫຼາກຫຼາຍ, ຍົກລະດັບສີມືແຮງງານໃຫ້ ມີຄວາມຊຳນານ ສາມາດຕອບສະໜອງຄວາມຕ້ອງການຂອງຫົວໜ່ວຍແຮງງານ; ປຸກລະດົມການມີສ່ວນຮ່ວມຂອງສັງຄົມໃນ ການຊຸກຍູ້ການປະກອບສ່ວນ ເຂົ້າໃນກອງທຶນຕ່າງໆ ຂອງສັງຄົມ; ເອົາໃຈໃສ່ພັດທະນາແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ, ປະຫວັດສາດ ແລະ ກະສິກຳ ໃຫ້ໄດ້ມາດຕະຖານ, ສະອາດ, ປອດໄພ;

7) ເອົາໃຈໃສ່ໃນການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະການຟື້ນຟູປ່າໄມ້, ປ້ອງກັນ ແລະ ສະ ກັດກັ້ນການບຸກລູກທໍາລາຍປ່າໄມ້, ໄຟໄໝ້ປ່າ ແລະ ໄພທຳມະຊາດ ໃຫ້ທັນການ; ແກ້ໄຂບັນຫາທາງດ້ານສິ່ງແວດລ້ອມ ແລະ ມົນລະພິດ ຈາກໂຄງການລົງທຶນ ແລະ ໂຄງການຂຸດຄົ້ນແຮ່ທາດຕ່າງໆ ໂດຍປະຕິບັດມາດຕະການແກ້ໄຂຢ່າງຮັດກຸມ, ຕາມຂັ້ນ ຕອນຂອງກົດໝາຍ ແລະ ລະບຽບການທີ່ກຳນົດໄວ້ຢ່າງເຂັ້ມງວດ; ສືບຕໍ່ໂຄງການອອກໃບຕາດິນຕາມຄວາມສາມາດຕົວຈິງ ຂອງງົບປະມານ;

8.ສຸມໃສ່ກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 5 ປີ ຄັ້ງທີ X ແລະ ບັນຊີຮຽກການລົງທຶນ (ປີ 2026-2030) ແລະ ແຜນ ການປະຈຳປີ 2026 ຕິດພັນກັບການສ້າງບັນຊີໂຄງການລົງທຶນຂອງລັດ ໂດຍມີການປະສານ ສົມທົບແຕ່ຫົວທີກັບ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ກ່ອນນໍາສະເໜີຕໍ່ ກອງປະຊຸມສະໄໝສາມັນ ຄັ້ງປະຖົມມະລຶກ ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ III.

LEAVE A REPLY

Please enter your comment!
Please enter your name here