ກະຊວງການເງິນປະກາດຕຳແໜ່ງ ຮອງລັດຖະມົນຕີຄົນໃໝ່

0
694
ໃນວັນທີ 12 ທັນວາ 2024 ທີ່ກະຊວງການເງິນໄດ້ມີການປະກາດການຈັດຕັ້ງ ພະນັກງານນໍາພາ-ຄຸ້ມຄອງ ຂອງກະຊວງການເງິນ ໂດຍການເປັນປະທານຂອງ ສະຫາຍ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການເງິນ; ມີຮອງເລຂາຄະນະບໍລິຫານງານພັກກະຊວງການເງິນ, ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ທະນາຄານແຫ່ງ ສປປ ລາວ ແລະ ພະນັກຫຼັກແຫຼ່ງຂອງກະຊວງການເງິນ ເຂົ້າຮ່ວມ.
May be an image of 3 people and text
ໂດຍອີງຕາມ ຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ ສະບັບເລກທີ 303/ຄລສພ, ວັນທີ 29 ພະຈິກ 2024; ອີງຕາມ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການບົ່ງຕົວ ແຕ່ງຕັ້ງ ກໍາມະການຄະນະບໍລິຫານງານພັກ ທັງເປັນກໍາມະການປະຈໍາພັກກະຊວງການເງິນ ສະບັບເລກທີ 304/ຄລສພ ລົງວັນທີ 29 ພະຈິກ 2024; ອີງຕາມ ຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຍົກຍ້າຍພະນັກງານການນໍາໄປຮັບໜ້າທີ່ໃໝ່ ສະບັບເລກ 22/ນຍ, ລົງວັນທີ 29 ພະຈິກ 2024; ອີງຕາມ ດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງການເງິນ ສະບັບເລກທີ 645/ນຍ ລົງວັນທີ 29 ພະຈິກ 2024, ໄດ້ຕົກລົງ ຍົກຍ້າຍ; ບົ່ງຕົວ ແຕ່ງຕັ້ງ ສະຫາຍ ສຸລິວັດ ສຸວັນນະຈູມຄໍາ ກໍາມະການປະຈໍາພັກ, ຮອງຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ ໄປຮັບໜ້າທີ່ໃໝ່ ເປັນກໍາມະການຄະນະບໍລິຫານງານພັກ ທັງເປັນກໍາມະການປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການເງິນ.
May be an image of 8 people and text
ໂອກາດນີ້, ທ່ານ ລັດຖະມົນຕີກະຊວງການເງິນ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ຮອງລັດຖະມົນຕີ ກະຊວງການເງິນ ຄົນໃໝ່ ເພື່ອມາຊ່ວຍໃນການຊີ້ນໍາ-ນໍາພາ ຂະແໜງການເງິນ ເພື່ອແກ້ໄຂບັນຫາຕ່າງໆ ໂດຍສະເພາະບັນຫາເສດຖະກິດການເງິນ ໃນຕໍ່ໜ້າ ໃຫ້ມີທ່າຫັນປ່ຽນດີກວ່າເກົ່າ. ສໍາລັບການຈັດຕັ້ງປະຕິບັດແຜນງົບປະມັນແຫ່ງລັດ ປະຈໍາປີ 2024 ໄດ້ມີຜົນສໍາເລັດຫຼາຍດ້ານ ແຕ່ກໍຍັງມີສິ່ງທ້າທາຍຫຼາຍດ້ານ ທີ່ຂະແໜງການເງິນ ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ.
May be an image of 1 person, dais and text
ຂ່າວຈາກ: ກະຊວງການເງິນ

LEAVE A REPLY

Please enter your comment!
Please enter your name here