ວຽກກໍ່ສ້າງ-ສ້ອມແປງບັນດາເສັ້ນທາງ ໃນນະຄອນຫຼວງວຽງຈັນ ເພື່ອຕ້ອນຮັບກອງປະຊຸມສຸດຍອດອາຊຽນ ຈໍານວນ 18 ໂຄງການ ສຳເລັດ 99.3%

0
192

ທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ເຈົ້າຄອງ ນະຄອນຫຼວງວຽງຈັນ ໄດ້ຂຶ້ນກ່າວ ລາຍງານສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ແຜນການລົງທຶນຂອງລັດ ປີ 2025 ຂອງນະຄອນຫຼວງວຽງຈັນ, ແຜນການນໍາໃຊ້ເງິນເກີນແຜນ ປີ 2024 ຕິດພັນກັບການຈັດຕັ້ງປະຕິບັດ
2 ວາລະແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃນຕອນເຊົ້າຂອງວັນທີ 16 ທັນວາ 2024 ວ່າ:

ໄດ້ຈັດຕັ້ງປະຕິບັດ 6 ແຜນວຽກຈຸດສຸມ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢ່າງຕັ້ງຫນ້າ, ໃນນີ້: ແມ່ນໄດ້ລົງເຄື່ອນໄຫວໂຄສະນາ, ສຶກສາອົບຮົມໃນກຸ່ມເປົ້າໝາຍ ເຊັ່ນ: ໂຄສະນາ ເຜີຍແຜ່ກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ ຜ່ານສື່ສັງຄົມອອນລາຍ; ໂຄສະນາຢູ່ຫົວໜ່ວຍທຸລະກິດ, ໂຄສະນາຢູ່ຕາມບ້ານ, ຕາມສະຖານທີ່ໂຮງຮຽນ ແລະ ໄດ້ສຶກສາອົບຮົມເປົ້າໝາຍພົວພັນຢາເສບຕິດ ຢູ່ຂັ້ນພື້ນຖານບ້ານ ຈໍານວນ 236 ຄັ້ງ, ມີຜູ້ເຂົ້າຮ່ວມ 959 ຄົນ, ຍິງ 63 ຄົນ; ແກ້ໄຂຄະດີຢາເສບຕິດ ໄດ້ 965 ເລື່ອງ, ກັກຜູ້ຖືກຫາ 1,834 ຄົນ, ຍິງ 207 ຄົນ ພ້ອມທັງຍຶດເຄື່ອງກາງຄະດີປະເພດຕ່າງໆ. ນອກຈາກນັ້ນ ໄດ້ປິ່ນປົວ, ຟື້ນຟູຜູ້ຕິດຢາເສບຕິດ ແລະ ສົ່ງກັບຄືນບ້ານເຮືອນຂອງຕົນ ໄດ້ 455 ກວ່າຄົນ, ປັດຈຸບັນ ທີ່ສູນສົມສະຫງ່າ ກໍ່ກໍາລັງສຸມໃສ່ປິ່ນປົວ ແລະ ຟື້ນຟູຜູ້ຕິດຢາເສບຕິດ ຈໍານວນ 969 ຄົນ, ຍິງ 53 ຄົນ.

ສ່ວນວຽກງານ ການປັບປຸງ ແລະ ຍົກລະດັບໂຄງລ່າງພື້ນຖານ ແລະ ຂົນສົ່ງ.
ເອົາໃຈໃສ່ສ້ອມແປງ ແລະ ກໍ່ສ້າງບັນດາເສັ້ນທາງ ໃນ ນະຄອນຫຼວງວຽງຈັນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການສັນຈອນ, ກໍ່ສ້າງ ແລະ ສ້ອມແປງເສັ້ນທາງຮ່ອມ 6 ເມືອງ ໃນເທດສະບານ ນະຄອນຫຼວງວຽງຈັນ ໂດຍຮ່ວມມືກັບ ກົມຊ່າງແສງ, ກະຊວງ ປ້ອງກັນປະເທດ ຈໍານວນ 108 ເສັ້ນທາງ ລວມລວງຍາວ 50.31 ກິໂລແມັດ, ມາຮອດປັດຈຸບັນແມ່ນ ມີຄວາມຄືບໜ້າ 49.9%; ວຽກກໍ່ສ້າງປັບປຸງ, ສ້ອມແປງບັນດາເສັ້ນທາງ ໃນ ນະຄອນຫຼວງວຽງຈັນ ເພື່ອຕ້ອນຮັບກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບ ປີ 2024 ຈໍານວນ 18 ໂຄງການ ລວງຍາວ 33.27 ກິໂລແມັດ ສຳເລັດ 99.3% ແລະ ສາມາດຂົນສົ່ງໂດຍສານໄດ້ 19.7 ລ້ານເທື່ອຄົນ, ຂົນສົ່ງສິນຄ້າ 890,000 ໂຕນ. ໂດຍລວມແລ້ວເຫັນວ່າ ໃນຈໍານວນ 5 ຄາດໝາຍ ທີ່ຕິດພັນກັບດ້ານພື້ນຖານໂຄງລ່າງ, ການບໍລິການດ້ານສາທາລະນຸປະໂພກ ຄາດວ່າຈະສາມາດບັນລຸໄດ້ທັງໝົດ.
#ວຽກງານວັດທະນະທໍາ-ສັງຄົມ.
1) ດ້ານສຶກສາທິການ ແລະ ກິລາ.
ເພື່ອຍົກສູງຄຸນນະພາບການສຶກສາໃຫ້ນັບມື້ນັບດີຂຶ້ນ, ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ນັບແຕ່ການສຶກສາກ່ອນໄວຮຽນ ຈົນເຖິງ ການສຶກສານອກໂຮງຮຽນ ແລະ ການຝຶກອົບຮົມວິຊາຊີບ ໂດຍໄດ້ຂະຫຍາຍຫ້ອງກຽມປະຖົມ ແລະ ໂຮງຮຽນອະນຸບານ ໃນເຂດຊານເມືອງຕາມເງື່ອນໄຂຕົວຈິງ, ຈັດຝຶກອົບຮົມໃຫ້ແກ່ຄູຊັ້ນອະນຸບານ ກ່ຽວກັບ ປຶ້ມຄູ່ມື ແລະ ການຈັດຕັ້ງການຮຽນການສອນ, ສືບຕໍ່ປະຕິບັດການເລື່ອນຫ້ອງແບບຕໍ່ເນື່ອງ ເພື່ອຮັບປະກັນຜົນການຮຽນຂອງນັກຮຽນຊັ້ນປະຖົມໃຫ້ມີຜົນການຮຽນທີ່ດີ ແລະ ສາມາດອ່ານອອກ, ຂຽນໄດ້ ແລະ ຄິດໄລ່ເລກພື້ນຖານໄດ້, ສ້າງນັກຮຽນເກັ່ງໃບປະກາດແດງຈົບຊັ້ນ ມ4 ຈຳນວນ 59 ຄົນ ແລະ ມ7 ຈໍານວນ 173 ຄົນ, ສາມາດສ້າງນັກຮຽນເກັ່ງລະດັບຊາດ ຊັ້ນ ມ4 ຈຳນວນ 5 ຄົນ ແລະ ມ7 ຈໍານວນ 6 ຄົນ; ໄດ້ກະກຽມຄວາມພ້ອມການເປັນເຈົ້າພາບງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII, ຊຶ່ງ ນະຄອນຫຼວງວຽງຈັນ ຈະໄດ້ເປັນເຈົ້າພາບ. ໂດຍລວມແລ້ວເຫັນວ່າ ໃນຈໍານວນ 18 ຄາດໝາຍ ທີ່ຕິດພັນກັບດ້ານ ສຶກສາທິການ ແລະ ກິລາ ຄາດວ່າຈະສາມາດບັນລຸໄດ້ 13 ຄາດໝາຍ ແລະ ບໍ່ສາມາດບັນລຸໄດ້ 5 ຄາດໝາຍ ເປັນຕົ້ນ: ອັດຕາປະລະການຮຽນ ຂອງນັກຮຽນ ປ.1, ອັດຕາປະລະການຮຽນຊັ້ນມັດທະຍົມຕົ້ນ, ອັດຕາປະລະການຮຽນຊັ້ນມັດທະຍົມປາຍ, ອັດຕາລອດເຫຼືອຮອດ ປ.5 ຊຶ່ງສາເຫດສ່ວນຫລາຍ ກໍ່ຍັງແມ່ນປັດໄຈທາງດ້ານເສດຖະກິດ, ສໍາລັບເດັກນ້ອຍ ກໍ່ແມ່ນການເດີນທາງໄປໃຊ້ຊີວິດກັບພໍ່ແມ່ ໃນການເດີນທາງໄປອອກແຮງງານ ແບບບໍ່ຖາວອນ.

LEAVE A REPLY

Please enter your comment!
Please enter your name here