ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 16 ທັນວາ 2024 ທີ່ຫ້ອງການປົກຄອງນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ແລະ ທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ເຈົ້າຄອງ ນະຄອນຫຼວງວຽງຈັນ ພ້ອມບັນດາທ່ານ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາທ່ານການນໍາພັກ-ລັດ ຂັ້ນນະຄອນຫຼວງ, ບັນດາທ່ານ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຂື້ນກ່າວໄຂກອງປະຊຸມວ່າ: ກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ຄັ້ງນີ້ ຈະ ໄດ້ພິຈາລະນາ ແລະ ຮັບຮອງເອົາ ບັນຫາສໍາຄັນພື້ນຖານ ຂອງນະຄອນຫຼວງ ດັ່ງນີ້:
1. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງອົງການປົກຄອງ ນະຄອນຫຼວງວຽງຈັນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ແຜນການລົງທຶນຂອງລັດປີ 2025, ແຜນການນໍາໃຊ້ເງິນເກີນແຜນປີ 2024 ແລະ ຕິດພັນກັບການຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດ ຢູ່ນະຄອນຫຼວງວຽງຈັນ.
2. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນນະຄອນຫຼວງວຽງຈັນ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025.
3. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025, ບົດລາຍງານຜົນຂອງການກວດສອບຄືນ ແລະ ການສະຫຼຸບງົບປະມານຂາດຕົວ ປະຈໍາປີ 2023 ຂອງອົງການກວດສອບປະຈໍາພາກກາງ 1;
4. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານ ການຈັດຕັ້ງປະຕິບັດວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂອງອົງການກວດກາລັດ ນະຄອນຫຼວງວຽງຈັນ;
5. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງອົງການໄອຍະການປະຊາຊົນ ພາກກາງ ແລະ ອົງການໄອຍະການປະຊາຊົນ ນະຄອນຫຼວງ; ບົດລາຍງານ ຂອງອົງການໄອຍະການປະຊາຊົນ ນະ ຄອນຫຼວງ ກ່ຽວກັບການຕິດຕາມກວດກາ ການດໍາເນີນຄະດີ ຂອງອົງການສືບສວນ-ສອບສວນຂັ້ນສູນກາງ ໃນໄລຍະຜ່ານມາ ໄດ້ຈັດຕັ້ງປະຕິບັດແນວໃດ? ມີຄວາມສະດວກ ແລະ ຄວາມຫຍຸ້ງຍາກແນວໃດ?
6. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງສານປະຊາຊົນ ພາກກາງ ແລະ ສານປະຊາຊົນ ນະຄອນຫຼວງ; ບົດລາຍງານຂອງສານປະຊາຊົນ ນະຄອນຫຼວງ ກ່ຽວກັບກົນໄກການປະສານງານ ລະຫວ່າງ ສານປະຊາຊົນ ກັບຄ້າຍຄຸມຂັງ-ດັດສ້າງ ກ່ຽວກັບການຈັດຕັ້ງສານເຄື່ອນທີ່, ການເອົາຜູ້ຖືກຫາມາຕັດສິນຢູ່ສານ ແລະ ການສົ່ງປະເດັນ ຫຼື ຄໍາຕັດສິນໃຫ້ຄ້າຍຄຸມຂັງ-ດັດສ້າງ ເພື່ອຮັບປະກັນໃຫ້ມີຄວາມກົມກຽວ ຕາມຂັ້ນຕອນຂອງກົດໝາຍ;
7. ຮັບຟັງບົດລາຍງານກ່ຽວກັບ ວິທີການ ຫຼື ມາດຕະການແກ້ໄຂ ໃຫ້ຖືກຕ້ອງຕາມກົດໝາຍ ວ່າດ້ວຍການປະຕິບັດຄໍາຕັດສິນຂອງສານ ໂດຍສະເພາະແມ່ນຄໍາຕັດສິນຂອງສານທີ່ຄ້າງປະຕິບັດຫຼາຍປີ; ບົດລາຍງານກ່ຽວກັບວິທີການແກ້ໄຂ ກໍລະນີຜູ້ຖືກປະຕິບັດຄໍາຕັດສິນຂອງສານ ໄດ້ເອົາຕົວຫຼົບຫຼີກ ຫຼື ຫຼົບໜີ ເພື່ອໃຫ້ຄໍາຕັດສິນຂອງສານໄດ້ຮັບການປະຕິບັດ ຖືກຕ້ອງ, ຄົບຖ້ວນ, ທົ່ວເຖິງ ແລະ ທັນເວລາ.
8. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ແລະ ແຜນການເຄື່ອນໄຫວພົບປະປະຊາຊົນ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ນະຄອນຫຼວງ ຊຸດທີ II;
9. ຮັບຟັງການປະກອບຄຳເຫັນ ຂອງອົງການແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ກ່ຽວກັບການ ເຄື່ອນໄຫວວຽກງານ ຂອງສະພາປະຊາຊົນ ນະຄອນຫຼວງ;
10. ພິຈາລະນາ ແລະ ຮັບຮອງເອົາ ຮ່າງມະຕິ ຂອງກອງປະຊຸມສະພາປະຊາຊົນ ວ່າດ້ວຍການດໍາເນີນກອງປະຊຸມຂອງສະພາປະຊາຊົນ ແລະ ການລົງພົບປະຜູ້ມີສິດເລືອກຕັ້ງ;
11. ຮັບຟັງບົດລາຍງານ ການປະເມີນຜົນການຈັດຕັ້ງປະຕິບັດບັນດານິຕິກໍາໃຕ້ກົດໝາຍ ທີ່ສະພາປະຊາຊົນ ນະຄອນຫຼວງ ໄດ້ຮັບຮອງ ຈໍານວນ 02 ສະບັບ ຄື:
– ຂໍ້ຕົກລົງ ຂອງທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ວ່າດ້ວຍການປະເມີນລາຄາທີ່ດິນ ທົ່ວນະຄອນຫຼວງວຽງຈັນ ສະບັບເລກທີ 142/ຈນວ, ລົງວັນທີ 26 ກຸມພາ 2021;
– ຂໍ້ຕົກລົງ ຂອງທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ວ່າດ້ວຍການພັດທະນາ ແລະ ຄຸ້ມຄອງເຂດສະຫງວນ ຄອງນໍ້າວຽງຈັນ, ສະບັບເລກທີ 0966/ຈນວ, ລົງວັນທີ 11 ພະຈິກ 2019.
12. ພິຈາລະນາ ແລະ ຮັບຮອງເອົາຮ່າງຂໍ້ຕົກລົງວ່າດ້ວຍ ກອງທຶນຄຸ້ມຄອງໄພພິບັດ ນະຄອນຫຼວງວຽງຈັນ.
13. ຮັບຟັງການລາຍງານ, ຊີ້ແຈງບັນຫາສໍາຄັນຕ່າງໆ ຂອງນະຄອນຫຼວງ ເປັນຕົ້ນ:
1) ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ທີ່ຕິດພັນກັບການກໍານົດແຜນວຽກຈຸດສຸມ, ບູລິມະສິດ ເພື່ອຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ຂອງທ້າຍສະໄໝຮອດປີ 2025;
2) ມາດຕະການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼ ຂອງລາຍຮັບງົບປະມານແຫ່ງລັດ ແລະ ແຜນ ການຈັດສັນເງິນເກີນແຜນປີ 2024;
3) ການປະຕິບັດມາດຕະການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ໃຫ້ແກ່ພະນັກງານລັດ, ທະຫານ, ຕໍາຫຼວດ;
4) ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ກ່ຽວກັບການສົ່ງເສີມການຜະລິດສິນຄ້າພາຍໃນ, ການກໍານົດໂຄງປະກອບລາຄາສິນຄ້າ ແລະ ການເຂົ້າຫາແຫຼ່ງທຶນສົ່ງເສີມວິສາຫະກິດ ຂະໜາດນ້ອຍ-ຂະໜາດກາງ;
5) ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ນະຄອນຫຼວງວຽງຈັນ;
6) ການຄຸ້ມຄອງການນໍາເຂົ້າສິນຄ້າທີ່ມີສານຕັ້ງຕົ້ນປະເພດຢາເສບຕິດ ເປັນຕົ້ນ: ຢາສູບໄຟຟ້າ, ກາເຟປາຕີ້ຄໍລາເຈນ, ປຸມເປົ້້າ ແລະ ອື່ນໆ;
7) ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫຼວງວຽງຈັນ; (ລົດເມດ່ວນ BRT)
8) ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຜັງເມືອງ ແລະ ແຜນຜັງເມືອງ ສະບັບທີ III ຂອງນະຄອນຫຼວງວຽງຈັນ ໄປຄຽງຄູ່ກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ;
9) ການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງຂະຫຍາຍນໍ້າປະປາຈີນາຍໂມ້ ແລະ ທໍ່ສົ່ງນະຄອນຫຼວງວຽງຈັນ ທີ່ນໍາໃຊ້ເງິນກູ້ຢືມຈາກລັດຖະບານຍີ່ປຸ່ນ;
10) ມາດຕະການໃນການຄຸ້ມຄອງການຂຸດຄົ້ນແຮ່ທາດ ຢູ່ນະຄອນຫຼວງວຽງຈັນ ຕິດພັນກັບການນໍາໃຊ້ງົບປະມານພັດທະນາທ້ອງຖິ່ນ ແລະ ພັດທະນາຊຸມຊົນ;
11) ສະພາບການສຶກສາ ໃນນະຄອນຫຼວງວຽງຈັນ ທີ່ຕິດພັນກັບການປະລະການຮຽນ ຂອງນັກ ຮຽນໃນຊັ້ນມໍຕົ້ນ ແລະ ມໍປາຍປະຈໍາສົກປີ 2023-2024 ແລະ ທິດທາງແຜນການປະຈໍາສົກປີ 2024-2025.
ນອກຈາກບັນດາເນື້ອໃນ ທີ່ກ່າວມາຂ້າງເທິງແລ້ວ ກອງປະຊຸມຍັງຈະໄດ້ຮັບຟັງການຊີ້ແຈງ ບາງບັນ ຫາພົ້ນເດັ່ນ ທີ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງ ຍົກຂຶ້ນ ຫຼື ຊັກຖາມ ໃນກອງປະຊຸມ ຈາກອົງການປົກຄອງ, ສານປະຊາຊົນ, ອົງການໄອຍະການປະຊາຊົນ ແລະ ພາກສ່ວນກ່ຽວ ຂ້ອງຕື່ມອີກ.