ລັດຖະບານອັດສີດເງິນ 371 ຕື້ກວ່າກີບ ໃຫ້ຜູ້ປະກອບການ 473 ຫົວໜ່ວຍ

0
231

 ທສວ ສະໜອງເງີນ 371,93 ຕື້ກີບ ໃຫ້5ທະນາຄານ ແລະ 8 ສະຖາບັນການເງິນ ນໍາໄປຈັດຕັ້ງຜັນຂະຫຍາຍ ໃນການສະໜອງໃຫ້ຜູ້ປະກອບການ ເພື່ອນໍາໄປເຂົ້າໃນການຜະລິດສະບຽງອາຫານປະເພດເຂົ້າ, ປາ, ຊີ້ນ, ໄຂ່ ແລະ ພືດຜັກ ເພື່ອກະຕຸ້ນການຜະລິດພາຍໃນ ຫຼຸດຜ່ອນການນຳເຂົ້າສິນຄ້າຈາກຕ່າງປະເທດ.

ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ກະຊວງອຸດສາຫະກໍາ ແລະ ການຄ້າ(ອຄ) ໄດ້ຈັດພິທີເຊັນສັນຍາສະໜອງທຶນ ລະຫວ່າງ ທສວ ກັບ  ທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກ ທີ່ເປັນຄູ່ຮ່ວມມື ທສວ ໃນວັນທີ 13 ທັນວາ 2024  ເພື່ອໃຫ້ນໍາເອົາທຶນດັ່ງກ່າວໄປສະໜອງສິນເຊື່ອໃຫ້ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ).  ເຂົ້າຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຄ  ປະທານສະພາບໍລິຫານ ທສວ, ພ້ອມດ້ວຍບັນດາສະມາຊິກສະພາບໍລິຫານ ທສວ ແລະ ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ພາກທຸລະກິດ ເຂົ້າຮ່ວມ

ທ່ານ ປອ ບຸນເພັງ ສີບຸນເຮືອງ ຫົວໜ້າສໍານັກງານສົ່ງເສີມຈຸນລະວິສາຫະກິດຂະໜາດນ້ອຍ ແລະ ກາງ (ສຈນກ)ກ່າວວ່າ: ພິທີເຊັນສັນຍາດັ່ງກ່າວ ແມ່ນເປັນການເຊັນສັນຍາສະໜອງທຶນ ຈຳນວນ 3 ບ້ວງເງິນ ລວມທັງໝົດ ຈຳນວນ 371,93 ຕື້ກີບ ໂດຍມີລາຍລະອຽດ ຂອງແຕ່ລະບ້ວງ ຄືດັ່ງນີ້:

  1. ບ້ວງເງິນປະກອບທຶນຂອງລັດຖະບານໃຫ້ ທສວ ປະຈໍາປີ 2024 ຈໍານວນ 194,38 ຕື້ກີບ ໃຫ້ 5 ທະນາຄານທຸລະກິດຄື: (1) ທະນາຄານການຄ້າຕ່າງປະເທດລາວ ຈໍານວນ 64,38 ຕື້ກີບ;(2) ທະນາຄານພັດທະນາລາວ ຈໍານວນ 40 ຕື້ກີບ; (3) ທະນາຄານໄຊງ່ອນເທືອງຕິ່ນ ລາວ ຈໍານວນ 40 ຕື້ກີບ;(4) ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍານວນ 30 ຕື້ກີບ; ແລະ (5) ທະນາຄານຫວຽດຕິນ ລາວ ຈໍານວນ 20 ຕື້ກີບ;
  2. ບ້ວງເງິນໂຄງການເຂົ້າເຖິງແຫຼ່ງທຶນຂອງ ຈນກ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 (MSME A2F-ESR) ຈຳນວນ 165,06 ຕື້ກີບ ໃຫ້ 05 ທະນາຄານທຸລະກິດຄື: (1) ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍານວນ 40 ຕື້ກີບ; (2) ທະນາຄານໄຊງ່ອນເທືອງຕິ່ນ ລາວ ຈໍານວນ 40 ຕື້ກີບັ;(3) ທະນາຄານມາຣູຮານເຈແປນ ລາວ ຈໍານວນ 40 ຕື້ກີບ;(4) ທະນາຄານຫວຽດຕິນ ລາວ ຈໍານວນ 35 ຕື້ກີບ; ແລະ (5) ທະນາຄານລາວ ຈີນ ຈໍານວນ 10,06 ຕື້ກີບ;
  3. ບ້ວງເງິນສະສົມຂອງ ທສວ ຈຳນວນ 12,49 ຕື້ກີບ ໃຫ້ 8 ສະຖາບັນການເງິນຈຸລະພາກ ຄື: (1) ສກຈຮ ປະຕູຄຳ ຈໍານວນ 3 ຕື້ກີບ;(2) ສກຈບ ສົມບູນຊັບ ຈໍານວນ 2 ຕື້ກີບ;(3) ສກຈຮ ຈໍາປາລາວ ຈໍານວນ 1,8 ຕື້ກີບ;(4) ສກຈບ ສະເຫຼີມສຸກ ຈໍານວນ 1,5 ຕື້ກີບ;(5) ສກຈບ ໄຊອຸດົມ ຈໍານວນ 1,5 ຕື້ກີບ;(6) ສກຈຮ ດອກຄູນ ຈໍານວນ 1,09 ຕື້ກີບ;(7) ສກຈບ ໄຊຍະວົງແສງ ຈໍານວນ 1 ຕື້ກີບ; ແລະ (8) ສກຈບ ເນັກ ຈໍານວນ 600 ລ້ານກີບ.

ທ່ານກ່າວວ່າ: ການສະໜອງທຶນໃຫ້ທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກ ທີ່ເປັນຄູ່ຮ່ວມມື ຂອງ ທສວ ໃນຄັ້ງນີ້ ແມ່ນສຸດທີ່ຈະມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ເຊິ່ງບັນດາສະຖາບັນການເງິນ ຈະໄດ້ນຳໃຊ້ທຶນ ເພື່ອສະໜອງສິນເຊື່ອໃຫ້ ຈນກ ຕາມທິດທາງນະໂຍບາຍ ຂອງລັດຖະບານ, ໂດຍຈະສຸມໃສ່ການສະໜອງທຶນ ໃຫ້ ຈນກ ທີ່ເປັນບູລິມະສິດຂອງທ້ອງຖິ່ນ  ເປັນຕົ້ນແມ່ນ ເຂົ້າ, ປາ, ຊີ້ນ, ໄຂ່ ແລະ ພືດຜັກ ເພື່ອກະຕຸ້ນການຜະລິດພາຍໃນ ຫຼຸດຜ່ອນການນຳເຂົ້າສິນຄ້າຈາກຕ່າງປະເທດ. ເພື່ອປະກອບສ່ວນເຂົ້າໃນການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຊິ່ງການນຳໃຊ້ທຶນທີ່ສະໜອງໃຫ້ ຄູ່ຮ່ວມມື ຂອງ ທສວ ໃນຄັ້ງນີ້ ທສວ ກໍໄດ້ຄົ້ນຄວ້າ ແລະ ກຳນົດຈຸດສຸມຂອງການສະໜອງທຶນ ສຳລັບແຕ່ລະບ້ວງ ຄື:

  1. ບ້ວງ ປະກອບທຶນຂອງລັດຖະບານໃຫ້ ທສວ ແມ່ນສຸມໃສ່ ປ່ອຍກູ້ໃຫ້ຫົວໜ່ວຍ ຈນກ ບູລິມະສິດ    ໃນການຜະລິດສິນຄ້າ ປະເພດ ເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດຜັກ ເຊິ່ງທາງ ທສວ ໄດ້ສົມທົບ ກັບ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ/ນະຄອນຫຼວງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ/ນະຄອນຫຼວງ ເພື່ອຄົ້ນຄວ້າຄັດເລືອກຫົວໜ່ວຍບູລິມະສິດທີ່ເປັນທ່າແຮງຂອງແຂວງສົ່ງໃຫ້ກັບບັນດາທະນາຄານທຸລະກິດທີ່ເປັນຄູ່ຮ່ວມມື ແລະ ໄດ້ຮັບການສົ່ງລາຍຊື່ທົ່ວປະເທດ ຈໍານວນ 473 ຫົວໜ່ວຍ ເຊິ່ງ ທສວ ໄດ້ນໍາສົ່ງໃຫ້ບັນດາທະນາຄານທຸລະກິດ ເພື່ອປະເມີນໝົດແລ້ວ.
  2. ບ້ວງເງິນສະສົມຂອງ ທສວ ແມ່ນເນັ້ນໃສ່ກຸ່ມຜະລິດ ແລະ ຫົວໜ່ວຍທຸລະກິດຜະລິດ ຂະໜາດຈຸນລະວິສາຫະກິດ (ທຸລະກິດຄອບຄົວ) ຜະລິດປະເພດສິນຄ້າ ເຊັ່ນ ເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດຜັກ ແລະ ຈະສະໜອງໃຫ້ ກຸ່ມຜູ້ຜະລິດ  ໂດຍຈະເຮັດທົດລອງປ່ອຍກູ້ໃຫ້ກຸ່ມຜະລິດໝາກເຜັດ ຊຶ່ງແມ່ນ ສກຈຮ ປະຕູຄໍາ ຮ່ວມເຮັດວຽກກັບສະມາຄົມຜະລິດ ແລະ ປຸງແຕ່ງກະສິກໍາລາວ ຢູ່ໃນນະຄອນຫຼວງວຽງຈັນ.
  3. ບ້ວງເງິນໂຄງການເຂົ້າເຖິງແຫຼ່ງທຶນຂອງ ຈນກ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 (MSME A2F-ESR) ແມ່ນປະຕິບັດຕາມເງື່ີອນໄຂຂອງຜູ້ໃຫ້ທຶນ  ກໍຄືຕາມເງື່ອນໄຂຂອງໂຄງການ ກຳນົດໄວ້.ເຊິ່ງເລີ່ມ ກາງ ປີ 2024 ຫາ 28 ພະຈິກ 2025 ແມ່ນຈະຕ້ອງໄດ້ປ່ອຍກູ້ໃນອັດຕາດອກເບ້ຍຕາມກົນໄກຕະຫຼາດ.

ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ພາບລວມໄລໃນຍະຜ່ານມາມີຫຼາຍສິ່ງທ້າທາຍໃນການຈັດຕັ້ງປະຕິບັດ ຍ້ອນການໂຄສະນາເຜີຍແຜ່ຍັງບໍ່ທົ່ວເຖິງ ແລະ ເພື່ອໃຫ້ທຶນດັ່ງກ່າວຖືກນໍາໄປໃຊ້ຢ່າງມີປະສິດທິພາບ  ສ້າງຜົນກະທົບໃນທາງບວກ ຮຽກຮ້ອງໃຫ້ທຸກພາກສ່ວນ ໄດ້ມີການເຜີຍແຜ່ໂຄສະນາ ຂໍ້ມູນຂ່າວສານໃຫ້ທົ່ວເຖິງ ພ້ອມນັ້ນ ການຖືບັນຊີ ຂອງຫົວໜ່ວຍທຸລະກິດ ຍັງເປັນສິ່ງທ້າທາຍ ສະນັ້ນ ພວກເຮົາຕ້ອງໄດ້ພ້ອມກັນລົງເລີກ ປືກສາຫາລື ລະຫວ່າງ ສະພາບໍລິຫານ ທສວ ແລະ ຜູ້ຮ່ວມມື ໂດຍສະເພາະແມ່ນທະນາຄານ ແລະ ສະຖາບັນການເງິນ ຈຸລະພາກ ແລະ ຜູ້ທີ່ກູ້ຢຶມ ເພື່ອສ້າງຄວາມເຂົ້າໃຈ ຖ້າພວກເຮົາມີຄວາມເຂົ້າໃຈເອກະພາບກັນແລ້ວໃນການຈັດຕັ້ງ ຈະເຮັດໃຫ້ບັນດາສິ່ງທ້າທາຍ ແມ່ນຫຼຸດໜ້ອຍຖອຍລົງ ຫັນມາສູ່ການຮ່ວມມືກັນ ໃນການເຂົ້າເຖິງແຫຼ່ງທຶນໄດ້ງ່າຍຂຶ້ນ  ແລະ ສາມາດຈັດຕັ້ງປະຕິບັດ ເຮັດໃຫ້ທຶນດັ່ງກ່າວສາມາດຖືກນໍາໄປໃຊ້ຢ່າງມີປະສິດທິພາບ ປະສິດທິີຜົນສູງສຸດ ສ້າງຜົນກະທົບໃນທາງບວກແກ່ການພັດທະນາເສດຖະກິດສັງຄົມ

 

LEAVE A REPLY

Please enter your comment!
Please enter your name here