ສູດໄລ່ ບົ້ງ ແລະ ແມງໄມ້ ທີ່ເປັນສັດຕູຂອງຕົ້ນໄມ້ ຫຼື ພືດຜັກ ດ້ວຍພິກໄທດຳ

0
105

ຫຼາຍຄົນອາດຈະລຳຄານທີ່ແມງໄມ້, ເພ້ຍ ແລະ ບົ້ງຕ່າງໆທີ່ມາເກາະ ຫຼື ມາທຳລາຍພືດຜັກ ແລະ ຕົ້ນໄມ້ຂອງທ່ານ. ແຕ່ສາມາດກຳຈັດດ້ວຍພິກໄທດຳ ເນື່ອງຈາກພິກໄທດຳ ມີສານຈຳພວກ ອັລຄາໄລ ທີ່ຊື່ວ່າໄປເປີລິນ ( piperine ) ມີຜົນຕໍ່ການກົດປະສາດໃນລະບົບປະສາດສ່ວນກາງ ຊ່ວຍຫຼຸດໄຂ້, ຫຼຸດອາການອັກເສບ, ຫຼຸດການເຈັບປວດ ແລະ ໃຊ້ກຳຈັດແມງໄມ້ໄດ້.

ไม่มีคำอธิบายรูปภาพ

ດ້ວຍຄວາມເຜັດຮ້ອນຂອງພິກໄທດຳ ເຮັດໃຫ້ເກີດອັນຕະລາຍຕໍ່ແມງໄມ້ ແລະ ສັດຂະໜາດນ້ອຍໄດ້ ເຮົາຈຶ່ງສາມາດນຳພິກໄທດຳມາໃຊ້ໃນການປ້ອງກັນກຳຈັດບົ້ງ, ແມງໄມ້ ແລະ ສັດຕູພືດໄດ້ເກືອບທຸກຊະນິດ.

■ ສິ່ງທີ່ຕ້ອງກຽມ:

  1. ພິກໄທດໍາປົ່ນ 100 ກຣາມ ຫຼື ບ່ວງໂຕະ
  2. ນໍ້າສະອາດ 2 ລິດ
  3. ສານຈັບໃບ ເຊັ່ນ: ນໍ້າຢາລ້າງຈານ 1 ບ່ວງໂຕະ
  4. ຜ້າຂາວບາງ ຫຼື ແນວຕອງไม่มีคำอธิบายรูปภาพ

■  ວິທີເຮັດ: ນໍາພິກໄທດໍາປົ່ນ 1 ບ່ວງໂຕະ ໄປປະສົມກັບນໍ້າ 1 ລິດ ຄົນໃຫ້ສ່ວນປະສົມລະລາຍເຂົ້າກັນດີ ແລ້ວໝັກໄວ້ 1 ມື້, ຈາກນັ້ນນຳມາຕອງເອົາແຕ່ນໍ້າແລ້ວຕື່ມນໍ້າລ້າລົງໄປອີກ 1 ລິດ ແລ້ວນຳໄປສີດ ພົ່ນ ເພື່ອປ້ອງກັນກຳຈັດສັດຕູພືດ ທຸກໆ 5 – 7 ວັນ ສູດນີ້ໄລ່ບົ້ງ ແລະ ແມງໄມ້ຕ່າງໆໄດ້.

LEAVE A REPLY

Please enter your comment!
Please enter your name here