ດອກຕາເວັນ ເປັນທັງພືດປະເພດດອກໄມ້ ແລະ ສາມາດເປັນທັນຍາພືດ ໂດຍດອກຂອງມັນຈະມີສີເຫຼືອງງາມ, ສ່ວນແກ່ນຢູ່ເທິງດອກ ສາມາດມາແກະກິນເປັນທັນຍາພືດໄດ້ ແຖມຍັງມີປະໂຫຍດຫຼາຍຢ່າງຕໍ່ຮ່າງກາຍ.ຕົ້ນດອກຕາເວັນ ກໍເປັນພືດທີ່ປູກງ່າຍໃນສະພາບດິນທົ່ວໄປໄດ້.
ຂັ້ນຕອນການປູກ ທຳອິດແມ່ນການກຽມດິນ, ເສຍຫຍ້າອອກໃຫ້ໝົດ ແລ້ວຫວ່ານປຸ໋ຍຄອກອັດຕາ 1,5 ໂຕນຕໍ່ 1 ໄລ່ ແລ້ວໄຖປັບສະພາບພື້ນດິນ, ຍົກຄູໃຫ້ກວ້າງ 150 ຊັງຕີແມັດ ໄລຍະຫ່າງກັນ 75 ຊັງຕີແມັດ, ຈາກນັ້ນກໍຂຸດເປັນຂຸມເທິງຄູ ໄລຍະຫ່າງຂອງຂຸມ 45 ຊັງຕີແມັດ, ໃສ່ປຸ໋ຍຮອງພື້ນສູດ 16-20-0 ຫຼື 25-7-7 ອັດຕາ 20 – 25 ກິໂລຕໍ່ໄລ່ ໃຊ້ເມັດ ຫຼື ແກ່ນພັນປະມານ 8 ຂີດຕໍ່ໄລ່ ຍອດໃນຂຸມທີ່ກຽມໄວ້ ຂຸມລະປະມານ 2 – 3 ແກ່ນ ແລ້ວເອົາດິນປົກຂຸມໜາປະມານ 3 – 5 ຊັງຕີແມັດ ພໍໃຫ້ແໜ້ນສົມຄວນ ຫຼັງຈາກປູກໄດ້ 5 – 10 ມື້ແລ້ວ ໃຊ້ຢາຂ້າຫຍ້າສີດໃສ່ເທິງດິນໄວ້ ໃຫ້ກວດເບິ່ງຕົ້ນອ່ອນປົ່ງຂຶ້ນ ຫາກຂຸມໃດບໍ່ຂຶ້ນກໍປູກຄືນ ໃໝ່. ຫຼັງຈາກນັ້ນອີກ 5 – 8 ມື້ ຖອນແຍກໃຫ້ເຫຼືອ 1 ຕົ້ນຕໍ່ຂຸມ ໂດຍເລືອກເອົາແຕ່ຕົ້ນ ໃຫຍ່ ແລະ ແຂງແຮງໄວ້.
ເມື່ອຕົ້ນດອກຕາເວັນມີອາຍຸ 25 – 30 ມື້ແລ້ວ ໃຫ້ພູນດິນລຳຕົ້ນ ແລະ ກຳຈັດວັດສະພືດ ພ້ອມທັງໃສ່ປຸ໋ຍຢູເລຍ 46-0-0 ອັດຕາ 15 – 20 ກິໂລຕໍ່ໄລ່ ຫ່າງຈາກລຳຕົ້ນມັນປະມານ 20 ຊັງຕີແມັດ ( ຢ່າໃຫ້ຖືກຕົ້ນ ແລະ ໃບຕົ້ນດອກຕາເວັນ ) ແລ້ວປົກປຸ໋ຍປະໄວ້. ຈາກນັ້ນກໍໃຫ້ຫົດນໍ້າສະໝໍ່າສະເໝີ ປະມານ 60 – 100 ມື້, ຈາກນັ້ນຕົ້ນດອກຕາເວັນກໍອອກດອກເຕັມທີ່ ( ຕົ້ນດອກຕາເວັນມັກພື້ນທີ່ທີ່ມີແສງແດດ ) ຈາກນັ້ນ 110 – 130 ມື້ ກີບປະດັບດອກອ້ອມຈະເລີ່ມປ່ຽນຈາກສີເຫຼືອງເປັນສີນໍ້າຕານ ສະແດງວ່າສາມາດເກັບກ່ຽວໄດ້ແລ້ວ.
■ ວິທີເກັບກ່ຽວ: ແມ່ນໃຫ້ຕັດທັງດອກແລ້ວນຳມາຕາກແດດໃຫ້ແຫ້ງ 1 – 2 ແດດກ່ອນ ແລ້ວເຄາະເມັດ ຫຼື ແກ່ນມັນອອກ, ຟັດໃຫ້ສະອາດແລ້ວສາມາດເກັບໄວ້ບ່ອນທີ່ແຫ້ງດີ, ປ້ອງກັນແສງແດດ, ບໍ່ໃຫ້ຖືກນໍ້າ ແລະ ລະວັງແມງໄມ້ ຫຼື ໝູມາກິນ. ເວລາຈະກິນກໍນຳມາລ້າງນໍ້າໃຫ້ສະອາດແລ້ວນຳໄປອົບ ຫຼື ຂົ້ວໄດ້ ພ້ອມປະສົມເກືອລົງໄປເລັກໜ້ອຍ ເພື່ອໃຫ້ໄດ້ລົດຊາດເມື່ອເວລາແກະ.
Thaismescenter