VinFast ຕັ້ງໂຮງງານຜະລິດລົດໄຟຟ້າຢູ່ແຂວງຮ່າຕິງ ມີກຳລັງການຜະລິດເບື້ອງຕົ້ນ 3 ແສນຄັນຕໍ່ປີ

13 Dec 2024

ຄລິກແຊຣ໌ 0 Facebook WhatsApp

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ວັນທີ 8 ທັນວາ ຢູ່ເຂດເສດຖະກິດ ຫວູງອາງ ເທສະບານ ກີ່ແອງ ແຂວງຮ່າຕິງ, ກຸ່ມບໍລິສັດ Vingroup ຈັດຕັ້ງພິທີເປີດໂຄງການກໍ່ສ້າງໂຮງງານຜະລິດລົດໄຟຟ້າ VinFast ດ້ວຍກຳລັງການຜະລິດອອກແບບໄລຍະ 1 ແມ່ນ 3 ແສນຄັນຕໍ່ປີ ແລະ ສາມາດຍົກຂຶ້ນເປັນ 6 ແສນຄັນຕໍ່ປີ.

อาจเป็นรูปภาพของ 8 คน, แท่นบรรยาย และ ข้อความ

ທ່ານ ເຈີນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວວ່າ: ເຫດການໃນມື້ນີ້ ເປັນຂີດໝາຍແຫ່ງການເລີ່ມຕົ້ນຂອງໂຄງການທີ່ມີຂອບຂະໜາດໃຫຍ່, ເຕັກໂນໂລຊີທັນສະໄໝ, ວິໄສທັດຍຸດທະສາດຂອງແຂວງ ຮ່າຕິງ ແລະ ນັກລົງທຶນໃນການພັດທະນາອຸດສາຫະກຳແບບຍືນຍົງ, ທັນສະໄໝ, ຕິດພັນກັບທ່າອ່ຽງໂລກາພິວັດ, ຫັນເປັນດີຈີຕອນ, ຫັນເປັນສີຂຽວ, ເຕັກໂນໂລຊີສູງ.

ຮ່າຕິງ ພວມມານະພະຍາຍາມໃນວິວັດການຫັນວິໄສທັດ, ຄວາມຄາດຫວັງກາຍເປັນແຂວງ ພັດທະນາຮອບດ້ານກ່ຽວກັບອຸດສາຫະກຳທັນສະໄໝ, ສີຂຽວ ແລະ ອັດສະລິຍະໃຫ້ປາກົດຜົນເປັນຈິງ. ຄາດວ່າໂຮງງານ VinFast ຮ່າຕິງ ຈະໄດ້ຮັບການກໍ່ສ້າງສຳເລັດໄລຍະ 1 ໃນເດືອນກໍລະກົດປີ 2025.

Tags: VinFast

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ