ບໍລິສັດ ຊື້ສື່ໂຄສະນາໃຫຍ່ ທີ່ສຸດໃນໂລກ ຢ່າງ GroupM ໄດ້ເປີດເຜີຍບົດລາຍງານໃໝ່ລະບຸວ່າ: ລາຍໄດ້ຈາກການໂຄສະນາທົ່ວໂລກ ຄາດວ່າຈະເພີ່ມຂຶ້ນ 9,5% ໃນປີ 2024 ສູ່ລະດັບ 1 ພັນຕື້ໂດລາ ນຳໂດຍແພລັດຟອມ ກູເກິລ ແລະ ເຟສບຸ໊ກ.
ທ່ານ ນາງ ເຄດ ສະກັອດ ດໍກິນສ ປະທານຝ່າຍທຸລະກິດ Intelligent ລະດັບໂລກຂອງ GroupM ໄດ້ປະກາດໃນວັນທີ 9 ທັນວາຜ່ານມາ ໃນກອງປະຊຸມສື່ມວນຊົນ ແລະ ການສື່ສານທົ່ວໂລກ ຂອງ UBS ໃນນະຄອນນິວຢອກ ລະບຸວ່າ: ຈຳນວນການຂາຍສ່ວນໃຫຍ່ ແມ່ນຂັບເຄື່ອນຈາກການໂຄສະນາອອນລາຍ ລວມທັງຢູ່ໃນເວັບໄຊຕ່າງໆ ເຊັ່ນ: Google ຂອງ Alphabet, Meta Platforms ແລະ Amazon.com.
ປັດຈຸບັນ Google, Meta ແລະ Amazon ກວມເອົາ 41% ຂອງລາຍຮັບໂຄສະນາທົ່ວໂລກ.
ທັງນີ້, ຕົວເລກການຄາດຄະເນປີ 2024 ບໍ່ລວມເຖິງການໂຄສະນາທາງດ້ານການເມືອງໃນສະຫະລັດອາເມຣິກາ ເຊິ່ງເພີ່ມຂຶ້ນໃນປີນີ້ ເນື່ອງຈາກການເລືອກຕັ້ງປະທານາທິບໍດີ ແລະ GroupM ຄາດຄະເນວ່າ ອຸດສາຫະກໍານີ້ ຈະເຕີບໂຕ 7,7% ໃນປີ 2025.
ສຳລັບໂຄສະນາດີຈີຕອນ ເຊິ່ງເປັນກຸ່ມທີ່ໃຫຍ່ທີ່ສຸດ ຄາດວ່າຈະເຕີບໂຕ 10% ໃນປີ 2025 ໂດຍຈະກວມ 72,9% ຂອງໂຄສະນາທັງໝົດ ແລະ ຍັງສ້າງຜົນງານໄດ້ດີກວ່າສື່ອື່ນໆ ເຊິ່ງ GroupM ຄາດວ່າອັດຕາສ່ວນໂຄສະນາໃນດີຈີຕອນ ຈະຂະຫຍາຍຕົວເປັນ 76,8% ຂອງລາຍໄດ້ທັງໝົດໃນປີ 2029.
ດ້້ານລາຍໄດ້ໂຄສະນາທາງໂທລະພາບທົ່ວໂລກ ຈະຂະຫຍາຍຕົວພຽງ 1,9% ເປັນ 169,1 ຕື້ໂດລາ. ສ່ວນໂຄສະນາທາງນອກບ້ານ ຈະຂະຫຍາຍຕົວ 7,1% ໃນປີ 2025 ແຊງໜ້າສື່ໂຄສະນາທາງສຽງທີ່ຄາດວ່າຈະຊົງຕົວ ແລະ ໂຄສະນາໃນສື່ສິ່ງພິມທີ່ຄາດວ່າຈະຫຼຸດລົງ 3%.