ເອດີບີ ໄດ້ເຜີຍແຜ່ບົດລາຍງານສະບັບຫຼ້າສຸດ ໂດຍໄດ້ປັບຫຼຸດຄາດຄະເນການເຕີບໂຕເສດຖະກິດ ອາຊີປາຊີຟິກ ປີ 2024 ລົງຈາກລະດັບ 5,0% ຂອງການຄາດຄະເນໃນເດືອນກັນຍາ ເປັນ 4,9%.
ວັນທີ 11 ທັນວາ, ທະນາຄານພັດທະນາອາຊີໄດ້ເຜີຍແຜ່ບົດລາຍງານການຕິດຕາມຕໍ່ການພັດທະນາຂອງອາຊີ ປີ 2024ສະບັບເດືອນທັນວາ ໂດຍລະບຸວ່າ: ຖ່ວງທ່າການພັດທະນາຂອງພາກພື້ນອາຊີ – ປາຊີຟິກມີຄວາມໝັ້ນທ່ຽງ ແຕ່ຍ້ອນວ່າ ທ່ານ ໂດນັນ ທຣຳ ປະທານາທິບໍດີອາເມຣິກາຄົນໃໝ່ ຈະຂຶ້ນຮັບຕຳແໜ່ງໃນໄວໆນີ້, ນະໂຍບາຍດ້ານການຄ້າ, ການເງິນ ແລະ ຊາວອົບພະຍົບຈະມີການປ່ຽນແປງ, ອາດຈະສະກັດກັ້ນການພັດທະນາຂອງພາກພື້ນອາຊີ – ປາຊີຟິກ ແລະ ເຮັດໃຫ້ໄພເງິນເຟີ້ໜັກໜ່ວງຂຶ້ນຕື່ມ.
ທະນາຄານພັດທະນາອາຊີ ໄດ້ປັບການຄາດຄະເນຕໍ່ຈັງຫວະການເຕີບໂຕຂອງກຸ່ມເສດຖະກິດທີ່ພວມພັດທະນາຢູ່ອາຊີ – ປາຊີຟິກ ຈາກ 5% ຫຼຸດລົງເປັນ 4,9%, ປັບການຄາດຄະເນຕໍ່ຈັງຫວະການເຕີບໂຕໃນປີ 2025 ຈາກ 4,9% ລົງເປັນ 4,8%. ແຕ່ຍັງຄາດຄະເນຈັງຫວະການເຕີບໂຕເສດຖະກິດຂອງຈີນ ໃນປີ 2024 ແມ່ນ 4,8% ແລະ ປີ 2025 ແມ່ນ 4,5%, ແມ່ນບໍ່ມີການປ່ຽນແປງ.