ອີຢູ ລົງທຶນ 1,5 ຕື້ເອີໂຣ ກໍ່ສ້າງໂຮງຈັກ AI ທຳອິດ

0
103

( VOVWORLD ) – ດ້ວຍບ້ວງເງິນລົງທຶນທີ່ມີມູນຄ່າ 1,5 ຕື້ເອີໂຣ, ເອີຣົບ ໃກ້ຈະປະຕິບັດສຳເລັດຄຳໝັ້ນສັນຍາຂອງທ່ານປະທານຄະນະກຳມະການເອີຣົບ ( EC ) ທ່ານ ນາງ Ursula von der Leyen ກ່ຽວກັບການສ້າງບັນດາໂຮງຈັກ AI ແຫ່ງທຳອິດ.

อาจเป็นกราฟิกรูป ข้อความ

ບໍລິສັດ ຮ່ວມທຸລະກິດຄິດໄລ່ສະມັດຖະພາບສູງເອີຣົບ ( EuroHPC ) ຫາກໍປະກາດຂໍ້ຕົກລົງເລືອກ 7 ຂໍ້ສະເໜີແນະ ເພື່ອສ້າງຕັ້ງ ແລະ ນຳໂຮງຈັກປັນຍາປະດິດ ( AI ) ແຫ່ງທໍາອິດໃນທົ່ວທະວີບເຂົ້າໃຊ້ງານ. ນີ້ແມ່ນບາດກ້າວເດີນສຳຄັນສຳລັບ ເອີຣົບ ໃນການສ້າງລະບົບນິເວດວັດທະນາຖາວອນ ເພື່ອສ້າງບັນດາຮູບແບບ AI ກ້າວໜ້າ ແລະ ພັດທະນາບັນດາມາດຕະການ AI. ດ້ວຍບ້ວງເງິນລົງທຶນທີ່ມີມູນຄ່າ 1,5 ຕື້ເອີໂຣ, ເອີຣົບ ໃກ້ຈະປະຕິບັດສຳເລັດຄຳໝັ້ນສັນຍາຂອງທ່ານປະທານຄະນະກຳມະການເອີຣົບ ( EC ), ທ່ານ ນາງ Ursula von der Leyen ກ່ຽວກັບການສ້າງບັນດາໂຮງຈັກ AI ແຫ່ງທຳອິດ.

ໂຄງການໄດ້ຮັບການອຸປະຖຳຈາກງົບປະມານຂອງສະຫະພາບເອີຣົບ ເປັນສ່ວນໃຫຍ່ ໂດຍຜ່ານບັນດາໂຄງການຄື ເອີຣົບເຕັກນິກ ດີຈີຕອນ ແລະ Horizon Europe.

LEAVE A REPLY

Please enter your comment!
Please enter your name here