ຮີບໄປສະໝັກເລີຍ ບໍລິສັດຈັດຫາງານຕ້ອງການແຮງງານຫຼາຍກວ່າ 7.000 ຄົນ ໃນງານຕະຫຼາດນັດແຮງງານ ແລະ ສະເຫຼີມສະຫຼອງ ວັນເຄື່ອນຍ້າຍແຮງງານສາກົນ

13 Dec 2024

ຄລິກແຊຣ໌ 0 Facebook WhatsApp

ງານຕະຫຼາດນັດແຮງງານ ແລະ ສະເຫຼີມສະຫຼອງວັນທີ 18 ທັນວາ ວັນເຄື່ອນຍ້າຍແຮງງານສາກົນ ປະຈຳປີ 2024 ເປີດສາກຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 13 ທັນວາ 2024 ໂດຍງານດັ່ງກ່າວຈະດໍາເນີນໄປຮອດວັດນທີ 15 ທັນວາ 2024, ທີ່ສູນການຄ້າລາວ -ໄອເຕັກ ໂດຍມີບໍລິສັດຈັດຫາງານທີ່ໄດ້ໃຫ້ການຮ່ວມມືມາຕັ້ງບູດໂຄສະນາຮັບສະໝັກແຮງງານຢ່າງຫຼວງຫຼາຍ ຄາດວ່າມີຄວາມ ຕ້ອງການແຮງ ງານຫຼາຍກວ່າ 7000 ຄົນ.

ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ຄຳໃບ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ວິໄລ ວົງຂະເສີມ ຮອງປະທານ ສູນກາງສະຫະພັນກໍາມະບານລາວ, ທ່ານ ນາງ ທິບພະພອນ ເພັດມະນີ, ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສະຫະກໍາ ແຫ່ງຊາດລາວ, ທ່ານ ນາງ ອາເດລິນ ໂອປຼີ, ຫົວໜ້າຂະແໜງການ ພັດທະນາເສດຖະກິດລວມ ຫ້ອງການຮ່ວມມື ແລະ ກົງສູນແຫ່ງ ປະເທດ ສະວິດເຊີແລນ ປະຈໍາ ສປປ ລາວ(SDC), ທ່ານ ນາງ ຊາຣີນ ທຸລາດາຣ, ຫົວໜ້າອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ ປະຈໍາ ສປປລາວ, ທ່ານ ວຽງປະສິດ ທິບພະສຸດາ, ຜູ້ປະສານງານອົງການແຮງງານສາກົນ ປະຈຳລາວ, ທ່ານ ນາງ ອຸ່ນເຮືອນ ບຸນຍາລັກ ຜູ້ຈັດການພະແນກບໍລິຫານ ສູນວາງສີນຄ້າ ລາວ-ໄອເຕັກ ພ້ອມດ້ວຍຄະນະ ແລະ ນ້ອງໆນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລພາຍໃນນະຄອນຫຼວງວຽງຈັນ ເຈົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ນາງ ຄຳໃບ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ກ່າວເປີດງານຢ່າງເປັນທາງການວ່າ: ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເຂົ້າ ຮ່ວມງານເປີດຕະຫຼາດນັດແຮງງານ ແລະ ລະນຶກເຖິງວັນແຮງງານເຄື່ອນຍ້າຍສາກົນ 18 ທັນວາ ໃນຄັ້ງນີ້. ຊຶ່ງເປັນວາລະທີ່ມີຄວາມສຳຄັນຫຼາຍ ໃນສອງເນື້ອໃນຄວາມໝາຍຄື :

1. ງານຕະຫຼາດນັດແຮງງານ, ແມ່ນກິດຈະກຳທີ່ມີຄວາມຈໍາເປັນ ແລະ ຕ້ອງໄດ້ຈັດ ຂຶ້ນຢ່າງເປັນປົກກະຕິ ເພື່ອສ້າງໂອກາດ ແລະ ເງື່ອນໄຂ ໃຫ້ຜູ້ຕ້ອງການແຮງງານ ແລະ ຜູ້ຕ້ອງການຢາກເຂົ້າສູ່ຕໍາແໜ່ງງານໃນປະຈຸບັນ ແລະ ອະນາຄົດໄດ້ມາພົບ ກັນແບບເຊິ່ງໜ້າ ເພື່ອແລກປ່ຽນຂໍ້ມູນຂ່າວສານ, ປຶກສາຫາລື, ສຳພາດ ແລະ ກ້າວເຂົ້າສູ່ການບັນຈຸເຂົ້າຕຳແໜ່ງງານໃນຂັ້ນຕໍ່ໄປ, ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ໄດ້ມີຄວາມພະຍາຍາມສູງໃນການຫັນເອົາແນວທາງ, ນະໂຍ ບາຍ, ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີມາເປັນກົດໝາຍ ແລະ ນິຕິ ກຳໃຕ້ກົດໝາຍ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວດ້ານແຮງງານ ແລະ ສະຫວັດດີການສັງຄົມ ເວົ້າລວມ, ເວົ້າສະເພາະແມ່ນການສົ່ງເສີມການມີວຽກ ເຮັດງານທຳ, ກົດໝາຍວ່າການຈັດຫາງານສະບັບທຳອິດຖືກຮັບຮອງຈາກສະພາ ແຫ່ງຊາດປີທີ່ຜ່ານມາ, ພວກເຮົາມີກົນໄກການຈັດຫາງານແຕ່ສູນກາງລົງຮອດ ຂັ້ນເມືອງ, ມີຈຸດບໍລິການຈັດຫາງານຢູ່ 18 ຈຸດຂັ້ນແຂວງ ແລະ ນະຄອນຫຼວງ ຂັ້ນເມືອງ 41ຈຸດ, ມີບໍລິສັດຈັດຫາງານທີ່ເຄື່ອນໄຫວດຳເນີນທຸລະກິດບໍລິການ ຈັດຫາງານພາຍໃນ ແລະ ຕ່າງປະເທດ ຈຳນວນ 48 ບໍລິສັດ,ມີນະໂຍບາຍສົ່ງ ເສີມໃຫ້ຜູ້ໃຊ້ແຮງງານ ປະກາດຮັບສະໝັກເອງ ຕາມຄວາມຕ້ອງການຂອງຕຳແໜ່ງງານຕົວຈິງ, ພ້ອມທັງພະຍາຍາມສ້າງ ແລະ ປັບປຸງລະບົບ ການຈັດຫາງານ ໄປສູ່ທັນສະໄໝຜ່ານເບີໂທລະສັບ,website, application, Facebook, tiktok, ແລະ ອື່ນໆ.

ງານຕະຫຼາດນັດແຮງງານຂອງພວກເຮົາໃນຄັ້ງນີ້ຂໍຊົມເຊີຍມີບັນດາໜ່ວຍແຮງງານ, ໂຄງການລົງທຶນ, ບໍລິສັດຈັດຫາງານທີ່ໄດ້ໃຫ້ການຮ່ວມມືມາຕັ້ງບູດ ໂຄ ສະນາຮັບສະໝັກແຮງງານຢ່າງຫຼວງຫຼາຍ ຄາດວ່າມີຄວາມ ຕ້ອງການແຮງ ງານຫຼາຍກວ່າ 7000 ຄົນ ເຊິ່ງຂ້າພະເຈົ້າຫວັງຢ່າງຍິ່ງວ່າງານຕະຫຼາດນັດແຮງງານຄັ້ງນີ້ຈະເປັນໜຶ່ງກິດຈະກຳທີ່ຊ່ວຍແກ້ໄຂບັນຫາການຂາດແຄນແຮງງານຂອງພາກທຸລະກິດ, ທັງເປັນ ການປະກອບສ່ວນເຂົ້າໃນການຊຸກຍູ້ການດຳເນີນທຸລະກິດ, ການຜະລິດ ແລະ ບໍ ລິການໃຫ້ຄ່ອງຕົວເພື່ອຄວາມໝັ້ນຄົງຂອງຖານການຜະລິດ ແລະ ສ້າງຄວາມ ເຊື່ອໝັ້ນໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃນການມາລົງທຶນຢູ່ ສປປ ລາວ ນັບມື້ຫຼາຍຂຶ້ນ, ພວກເຮົາຈະດຳເນີນງານໄປຈົນຮອດວັນທີ 15 ທັນວາ 2024, ຂ້າພະເຈົ້າຂໍຮຽກຮ້ອງໃຫ້ ບັນດາສື່ຕ່າງໆຈົ່ງຊ່ວຍໂຄສະນາປະຊາສຳ ພັນເພື່ອໃຫ້ກຳລັງແຮງງານມາສະໝັກ ຫຼາຍໆ, ພ້ອມທັງຮຽກຮ້ອງມາຍັງຜູ້ປະ ກອບການ, ນັກລົງທຶນ ຕ້ອງສ້າງສະພາບແວດລ້ອມໃນການເຮັດວຽກທີ່ດີ, ປັບ ປຸງຄ່າແຮງງານ, ສະຫວັດດີການແຮງງານໃຫ້ມີຄວາມເໝາະສົມ ເພື່ອດຶງດູດ ແຮງງານເຂົ້າມາເຮັດວຽກໃນຫົວໜ່ວຍແຮງງານຂອງຕົນ ທັງເປັນການປັບປຸງ ຊິວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນ.

2. ບັນຫາທີ່ 2 ການເຄື່ອນຍ້າຍແຮງງານ: ການເຄື່ອນຍ້າຍແຮງງານເປັນກົດເກນ ລວມຂອງພາກພື້ນ ແລະ ສາກົນ, ເປັນການເຊື່ອມໂຍງໃນຍຸກໂລກາພິວັດ, ແມ່ນການຊອກຫາໂອກາດທີ່ດີກວ່າ ບໍ່ວ່າຈະເປັນການສະແຫວງຫາການພັດທະ ນາທາງດ້ານທັກສະ, ສີມືແຮງງານ, ເງື່ອນໄຂ ແລະ ສະພາບແວດລ້ອມໃນ ການເຮັດວຽກງານດີກວ່າ, ການສະແຫວງຫາຜົນຕອບແທນດ້ານແຮງງານທີ່ສູງ ກວ່າ, ແຮງງານເຄື່ອນຍ້າຍລ້ວນແລ້ວແຕ່ໄດ້ນຳເອົາ ລາຍຮັບທາງດ້ານເສດຖະ ກິດມາສູ່ເຂົາເຈົ້າ ແລະ ຄອບຄົວທັງປະກອບສ່ວນທີ່ສຳຄັນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງຊາດ,ພວກເຮົາຕີລາຄາສູງ ແລະ ໃຫ້ຄວາມສຳຄັນແກ່ ກຳລັງແຮງງານທີ່ເຄື່ອນຍ້າຍບໍໍ່ວ່າຈະເປັນການເຄື່ອນຍ້າຍພາຍໃນ ຫຼື ການ ເຄື່ອນຍ້າຍໄປເຮັດວຽກຢູ່ຕ່າງປະເທດ ເຂົາເຈົ້ານັ້ນຄວນໄດ້ຮັບການປົກປ້ອງຕາມ ກົດໝາຍ ແລະ ລະບຽບການ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍມີການຮ່ວມມືຢ່າງໃກ້ສິດກັບອົງການໄຕຼພາຄີ ເຊັ່ນ: ອົງການຜູ້ຕາງໜ້າຜູ້ ອອກແຮງງານ ແລະ ອົງການຜູ້ຕາງໜ້າຜູ້ໃຊ້ແຮງງານ, ບັນດາກະຊວງ ຂະແໜງ ການທີ່ກ່ຽວຂ້ອງໂດຍໄດ້ຮັບການສະໜັບສະໜູນຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕົ້ນຕໍແມ່ນ IOM, ILO ໃນມໍ່ໆ ນີ້ພວກເຮົາໄດ້ສະ ເໜີ ຖະແຫຼງການອາຊຽນກ່ຽວກັບການຮັບຮູ້ສີມືແຮງງານ ຂອງແຮງງານເຄື່ອນ ຍ້າຍຕໍ່ຜູ້ນຳອາຊຽນຮັບຮອງໃນກອງປະຊຸມສຸດຍອດອາຊຽນທີ່ ສປປ ລາວ ເປັນ ເຈົ້າພາບ ເປັນເອກະພາບອ້າງອີງຕໍ່ການປົກປ້ອງສິດ ແລະ ຜົນປະໂຫຍດຂອງ ແຮງງານເຄື່ອນຍ້າຍໃນຂົງເຂດອາຊຽນ (ທັງປະເທດສົ່ງ ແລະ ປະເທດຮັບ )
ຂ່າວ-ຮູບ: Larh Creators

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ